ທຸລະກິດຮ່ວມຜະສົມລາວ-ຈີນ ຈະລົງທຶນ US$90 ລ້ານໂດລາໃນການສະໜອງຜະລິດຕະພັນເຄມີ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຮ່ວມທຶນຂາອອກ-ຂາເຂົ້າເຄມີລາວ ມີແຜນລົງທຶນຈຳນວນ US$90 ລ້ານໂດລາໃນໄລຍະຫ້າປີ ເພື່ອສະໜອງຜະລິດຕະພັນເຄມີສຳລັບຂະແໜງການຕ່າງໆໃນລາວ.ບໍລິສັດໃໝ່ດັ່ງກ່າວຈັດແບ່ງການດຳເນີນທຸລະກິດເປັນສາມຂັ້ນ ແລະ ໄດ້ເລີ່ມດຳເນີນງານມີແຕ່ປີກາຍນີ້. ບໍລິສັດດັ່ງກ່າວຕັ້ງຢູ່ບ້ານໂຊກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ອະນຸມັດແຜນດຳເນີນງານເພື່ອຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN)  – ເລຂະທິການເພື່ອການປັບປຸງລະບຽບການ ແລະ ກົນໄກການປະສານງານສຳລັບການດຳເນີນທຸລະກິດໃນລາວ ໄດ້ຜ່ານແຜນດຳເນີນງານເພື່ອແນໃສ່ທັບມ້າງອຸປະສັກພາຍໃນ 10 ຕົວຊີ້ວັດ ທີ່ສົ່ງຜົນຕໍ່ຄວາມສະດວກໃນການດຳເນີນທຸລະກິດ.ແຜນດຳເນີນງານດັ່ງກ່າວໄດ້ມີການລຸລ່ວງໃນກອງປະຊຸມໃນວັນສຸກແລ້ວນີ້ ນຳໂດຍທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານອະນຸມັດລາຍການທຸລະກິດຄວບຄຸມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອະນຸມັດລາຍການທຸລະກິດ ທີ່ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ, ໃນຂະນະທີ່ທຸລະກິດປະເພດອື່ນທີ່ຢູ່ນອກເໜືອຈາກລາຍການດັ່ງກ່າວແມ່ນສາມາດດຳເນີນໄດ້ຕາມສະດວກ.ເຈົ້າໜ້າທີ່ຫ້ອງການທະບຽນທຸລະກິດກ່າວໃນວານນີ້ວ່າ ຈາກນີ້ໄປບັນດາໜ່ວນຍທຸລະກິດທີ່ບໍ່ຢູ່ໃນລາຍການ ສາມາດຂຶ້ນທະບຽນເລກລະຫັດ ແລະ ໃບອະນຸຍາດດຳເນີນທຸລະກິດໄດ້ສະດວກຍິ່ງຂຶ້ນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ການປະເມີນຜົນໂຄງການລົງທຶນກ່ອນການດຳເນີນການແມ່ນມີຄວາມຈຳເປັນສຳລັບລາວ: ນາຍົກ

 ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຊຸກຍູ້ໃຫ້ກະຊວງແຜນການ ແລະ ການລົງທຶນ ຮ່ວມມືກັບອຳນາດການປົກຄອງຂັ້ນແຂວງໃນການສ້າງຄວາມກະຈ່າງແຈ້ງ ແລະ ທຳການປະເມີນຜົນກ່ອນການດຳເນີນໂຄງການພັດທະນາ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມຍືນຍົງຂອງໂຄງການ.ທ່ານນາຍົກ ຍັງໄດ້ແນະນຳເຈົ້າໜ້າທີ່ກະຊວງໃນການລົງຕິດຕາມການດຳເນີນໂຄງການຢ່າງໃກ້ຊິດຕິດແທດ ແທນທີ່ການລໍຖ້າແຕ່ບົດລາຍງານຈາກອຳນາດການປົກຄອງທ້ອງຖິ່ນ.ອ່ານຕໍ່  ...

ໂຕະຂ່າວ

ໂຮງແຮມເມີຄຽວວຽງຈັນແຈ້ງປິດກິດຈະການໃນວັນທີ 1 ມິນານີ້

ເຄືອຂ່າຍໂຮງແຮມເມີຄຽວໄດ້ອອກແຈ້ງການກ່ຽວກັບການປິດກິດຈະການໃນນະຄອນຫຼວງວຽງຈັນນັບແຕ່ວັນທີ 1 ມີນາເປັນຕົ້ນໄປ.ໂຮງແຮມເມີຄຽວຈະສືບຕໍ່ໃຫ້ບໍລິການໄປຈົນເຖິງວັນທີ 28 ກຸມພາ ກ່ອນທີ່ຈະປິດກິດຈະການໃນວັນທີ 1 ມີນານີ້ ຕາມຈົດໝາຍແຈ້ງການຂອງຜູ້ຈັດການໃຫຍ່ ຄຣິສໂຕເຟີ ເຢວ ລົງວັນທີ 26 ທັນວາ 2018. ຕະຫຼາດການໂຮງແຮມ ແລະ ທີ່ພັກອາໄສທີ່ມີການແຂ່ງຂັນສູງຂຶ້ນ ລວມທັງການເປີດກິດຈະການຂອງໂຮງແຮມລາຍໃຫຍ່ກວ່າຄື Crowne Plaza ແມ່ນເປັນປັດໄຈທີ່ບໍ່ສາມາດຫຼີກລ່ຽງໄດ້ ທີ່ສົ່ງຜົນຕໍ່ທຸລະກິດຂອງສາຂາໂຮງແຮມ ເມິຄຽວ ວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງເຄືອຂ່າຍ Accor group.ອ່ານຕໍ່ ...

The Laotian Times

ລາວຄາດໝາຍການລົງທຶນເອກະຊົນ 23,086 ຕື້ກີບໃນປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຄາດໝາຍການລົງທຶນຂອງຂະແໜງເອກະຊົນພາຍໃນ ແລະ ຕ່າງປະເທດ ຈະມີສູງເຖິງ 23,086 ຕື້ກີບໃນປີ 2019, ຄິດເປັນ  52.06% ຂອງການລົງທຶນທັງໝົດ ຫຼື 13.95% ຂອງລວມຍອດຜະລິດຕະພັນພາຍໃນ.ອ່ານຕໍ່ ...

ໂຕະຂ່າວ

ບອກລາ 'ເອັມພອຍ'? ສະບາຍດີ 'ມິນິບິກຊີ'! ກິດຈະການຮ້ານສະດວກຊື້ຊັ້ນນຳຂອງລາວມີການປ່ຽນໂສມ

ກິດຈະການຮ້ານສະດວກຊື້ຊັ້ນນຳຂອງລາວຈະມີການປ່ຽນໂສມ ເຊິ່ງພະນັກງານຮ້ານສາຂາໂພນທັນຢືນຢັນການຮ່ວມທຸລະກິດດ້ວຍການປ່ຽນປ້າຍໃນຊ່ວງຄ່ຳຄືນເປັນ Mini Big C ເຊິ່ງເປີດບໍລິການຕະຫຼອດ 24 ຊົ່ວໂມງ.ເລີ່ມຈາກການເປີດທຸລະກິດໃນເຂດເມືອງເກົ່າວຽງຈັນ ກ່ອນທີ່ຈະມີການຂະຫຍາຍທຸລະກິດໃນຊ່ວງທົດສະວັດທີ່ຜ່ານມາໃນຫຼາຍມູມຖະໜົນຂອງວຽງຈັນ,​ ເອັມພອຍ ເປັນທີ່ລຶ້ງເຄີຍກັນດີໃນນາມຮ້ານສະດວກຊື້ໃນຕົວເມືອງ.ປະຈຸບັນ ເຄື່ອງໝາຍການຄ້າ ເອັມພອຍ ຈະປ່ຽນໂສມມາເປັນຍີ້ຫໍ້ ບິກຊີ, ເຊິ່ງສາຂາໂພນທັນໄດ້ເລີ່ມຂຶ້ນປ້າຍເປັນ Mini Big C livery ພ້ອມພະນັກງານຂາຍເຕັມເຄື່ອງແບບ.ອ່ານຕໍ່ ...

Laotian Times editors

ນະຄອນວຽງຈັນຈະປັບປຸງສະພາບແວດລ້ອມການດຳເນີນທຸລະກິດເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ

ອຳນາດການປົກຄອງນະຄອນວຽງຈັນກ່າວຕໍ່ສານປະຊາຊົນນະຄອນຫຼວງວ່າ ຈະພະຍາຍາມປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ເພື່ອດຶງດູດການລົງທຶນ ແລະ ຍົກລະດັບການຂະຫຍາຍຕົວດ້ານເສດຖະກິດໃຫ້ເຖິງ 9.5% ໃນປີໜ້າ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານສຸມໃສ່ການແກ້ໄຂຂໍ້ອຸປະສັກໃນການດຳເນີນທຸລະກິດ

ການປັບປຸງສິ່ງແວດລ້ອມໃນການດຳເນີນທຸລະກິດ ແລະ ການສ້າງປະເທດທີ່ປົກຄອງດ້ວຍກົດໝາຍ ແມ່ນກິດຈະກຳຈຸດສຸມຫຼັກຂອງລັດຖະບານໃນເດືອນທຳອິດຂອງປີ 2019.ລັດຖະບານໄດ້ກ່າວເນັ້ນເຖິງຄວາມຈຳເປັນສຳລັບເຈົ້າໜ້າທີ່ຮັບຜິດຊອບໃນການປະສານງານກັບບັນດາຂະແໜງການເພື່ອຄົ້ນຄວ້າບັນຫາເຫຼົ່ານີ້, ຜັນຂະຫຍາຍການຈັດຕັ້ງປະຕິບັດ ແລະ ລາຍງານຜົນໄດ້ຮັບຕໍ່ລັດຖະບານ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ກະຊວງຈະເລັ່ງມືຂັ້ນຕອນການອະນຸມັດການລົງທຶນ

ກະຊວງແຜນການ ແລະ ການລົງທຶນສັນຍາຈະເພີ່ມທະວີຄວາມພະຍາຍາມໃນການເລັ່ງມືການພິຈາລະນາ ແລະ ອະນຸມັດໂຄງການລົງທຶນຕ່າງໆ ຫຼັງຈາກທີ່ພົບວ່າຂັ້ນຕອນມີລັກສະນະຊັກຊ້າກວ່າກຳນົດການຕາມທີ່ໄດ້ລະບຸໃນລະບຽບກົດໝາຍ.ຕາມບົດລາຍງານຕໍ່ສະພາແຫ່ງຊາດໃນອາທິດທີ່ຜ່ານມາ, ກະຊວງໄດ້ຊີ້ແຈງຫຼາຍບັນຫາທີ່ເຮັດໃຫ້ຕ້ອງໃຊ້ເວລາໃນການພິຈາລະນນາ ແລະ ອະນຸມັດໂຄງການ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DHrWt
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!