ບອກລາ ‘ເອັມພອຍ’? ສະບາຍດີ ‘ມິນິບິກຊີ’! ກິດຈະການຮ້ານສະດວກຊື້ຊັ້ນນຳຂອງລາວມີການປ່ຽນໂສມ

ກິດຈະການຮ້ານສະດວກຊື້ຊັ້ນນຳຂອງລາວຈະມີການປ່ຽນໂສມ ເຊິ່ງພະນັກງານຮ້ານສາຂາໂພນທັນຢືນຢັນການຮ່ວມທຸລະກິດດ້ວຍການປ່ຽນປ້າຍໃນຊ່ວງຄ່ຳຄືນເປັນ Mini Big C ເຊິ່ງເປີດບໍລິການຕະຫຼອດ 24 ຊົ່ວໂມງ.

ເລີ່ມຈາກການເປີດທຸລະກິດໃນເຂດເມືອງເກົ່າວຽງຈັນ ກ່ອນທີ່ຈະມີການຂະຫຍາຍທຸລະກິດໃນຊ່ວງທົດສະວັດທີ່ຜ່ານມາໃນຫຼາຍມູມຖະໜົນຂອງວຽງຈັນ,​ ເອັມພອຍ ເປັນທີ່ລຶ້ງເຄີຍກັນດີໃນນາມຮ້ານສະດວກຊື້ໃນຕົວເມືອງ.

ປະຈຸບັນ ເຄື່ອງໝາຍການຄ້າ ເອັມພອຍ ຈະປ່ຽນໂສມມາເປັນຍີ້ຫໍ້ ບິກຊີ, ເຊິ່ງສາຂາໂພນທັນໄດ້ເລີ່ມຂຶ້ນປ້າຍເປັນ Mini Big C livery ພ້ອມພະນັກງານຂາຍເຕັມເຄື່ອງແບບ.

ອ່ານຕໍ່…

Laotian Times editors