ງານຕະຫຼາດນັດອາຫານໄທສ້າງໂອກາດທາງທຸລະກິດສຳລັບບໍລິສັດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຈັດງານຕະຫຼາດນັດອາຫານໂລກ THAIFEX-World Food ອາຊີ 2019, ງານວາງສະແດງອາຫານໄທ, ສັນຫາໂອກາດໃນການຮ່ວມທຸລະກິດກັບລາວ ໃນຂະແໜງອາຫານ ແລະ ເຄື່ອງດື່ມ, ເພື່ອຂະຫຍາຍຕະຫຼາດໃນປະເທດໄທ ແລະ ຕ່າງປະເທດ.

ພາຍໃຕ້ວິໄສທັດດັ່ງກ່າວ, ຕາງໜ້າຜູ້ຈັດງານຕະຫຼາດນັດອາຫານໄດ້ເຊີນບໍລິສັດອາຫານ ແລະ ເຄື່ອງດື່ມກໍຄືຮ້ານອາຫານໃນລາວ ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ ເຊິ່ງຈະຈັດຂຶ້ນທີ່ປະເທດໄທ ແຕ່ວັນທີ 28 ພຶດສະພາເຖິງ 1 ມິຖຸນານີ້.

ອ່ານຕໍ່…

ສຸກສະໄໝ ບູລົມ