ການລົງທຶນ

ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ

ນັກລົງທຶນລາວທຸ້ມທຶນໂຄງການຫຼາຍຮ້ອຍລ້ານໂດລາໃນເຂດເສດຖະກິດພິເສດທ່າແຂກ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມເຄືອຂ່າຍທຸລະກິດຊັ້ນນຳຂອງລາວ ໄດ້ທຸ້ມທຶນ US$500 ລ້ານໂດລາໃນການກໍ່ສ້າງກຸ່ມທຸລະກິດການຄ້າ ແລະ ສາງເກັບສິນຄ້າໃນເຂດເສດຖະກິດພິເສດທ່າແຂກ (TSEZ) ແຂວງຄຳມ່ວນ.ບໍລິສັດດັ່ງກ່າວມີແຜນສ້າງທຸລະກິດການຄ້າ ເຊັ່ນ ສູນການຄ້າ, ສາງຈັດເກັບສິນຄ້າ ແລະ ສູນລວມສິນຄ້າປະເພດຕ່າງໆ.ໂຄງການດັ່ງກ່າວກວມເອົາເນື້ອທີ່ກວ່າ 100 ເຮັກຕາ ແລະ ມີໄລຍະການສຳປະທານ 68 ປີ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າລາວທົບທວນເຊື່ອມຊຶມນະໂຍບາຍກ່ຽວກັບການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຈາກຂະແໜງແຜນການ ແລະ ການລົງທຶນ, ແລະ ອຸດສະຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມວານນີ້ ເພື່ອເຊື່ອມຊຶມນະໂຍບາຍດ້ານການລົງທຶນ ແລະ ລາຍລະອຽດຂອງກົດໝາຍວ່າດ້ວຍການລົງທຶນ ສະບັບດັດແກ້ປີ 2016.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ,​ ພາຍໃຕ້ການເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງເຜີຍແຜ່ມາດຕະການສຳຄັນໃນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນເຜີຍແຜ່ເອກະສານສຳຄັນກ່ຽວກັບມາດຕະການປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນໃນລາວ ຕໍ່ອຳນາດການປົກຄອງນະຄອງຫຼວງວຽງຈັນ ແລະ ແຂວງຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານຈະສືບຕໍ່ການປະຕິຮູບ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

ລັດຖະບານຈະສືບຕໍ່ພາລະກິດໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ ເນື່ອງຈາກລັດຖະບານມີແຜນຜັນຂະຫຍາຍພື້ນຖານດ້ານເສດຖະກິດ ແລະ ຮັບປະກັນການຂະຫຍາຍຕົວແບບຍືນຍົງ.ອ່ານຕໍ່  ...

ແກ້ວວຽງຄອນ ບຸນວິເສດ

ບໍລິສັດໂຮຢາຈະສ້າງໂຮງງານຜະລິດພື້ນຜິວໃຍແກ້ວ HDD ໃນລາວ

ພະນົມເປັນ: ບໍລິສັດໂຮຢາ ຜູ້ຜະລິດໄຍແກ້ວຈາກປະເທດຍີ່ປຸ່ນ ຈະສ້າງໂຮງງານຂະໜາດໃຫຍ່ໃນລາວ ເພື່ອຜະລິດພື້ນຜິວໃຍແກ້ວສຳລັບໜ່ວຍເກັບຂໍ້ມູນ hard disk drives ເພື່ອສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເນື່ອງຈາກການຂະຫຍາຍຕົວຂອງການສົ່ງຖ່າຍຂໍ້ມູນໃນທົ່ວໂລກ.ອ່ານຕໍ່  ...

KYODO NEWS

ຂະແໜງການລັດ ແລະ ເອກະຊົນຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

(ຂປລ) ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບຕາງໜ້າຈາກຂະແໜງການເອກະຊົນ ຫາລືກ່ຽວກັບການປະຕິຮູບທີ່ຜ່ານມາເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນ ສປປ ລາວ ໃນວັນພະຫັດທີ່ຜ່ານມາທີ່ວຽງຈັນ.ອ່ານຕໍ່ ...

ຂປລ

ຂັ້ນຕອນການອະນຸມັດການດຳເນີນທຸລະກິດໃນລາວຫຼຸດໄລຍະໃຫ້ຕ່ຳກວ່າສອງເດືອນ

ວຽງຈັນ (ວຽງຈັນທາມສ໌/ANN) – ໄລຍະເວລາໃນການປະກອບເອກະສານໃນການຈົດທະບຽນທຸລະກິດໃໝ່ໃນລາວໄດ້ຮັບການຫຼຸດລົງບໍ່ໃຫ້ເກີນສອງເດືອນ ທຽບກັບກຳນົດການເດີມແມ່ນ 174 ວັນ.ລະບົບໃໝ່ດັ່ງກ່າວຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ, ຕາມການເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌ຂອງເຈົ້າໜ້າທີ່ຫ້ອງການຈົດທະບຽນທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການຈົດທະບຽນທຸລະກິດທີ່ງ່າຍຂຶ້ນຈະຊ່ວຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ ແລະ ນັກທຸລະກິດໃນລາວຈະບໍ່ປະສົບຄວາມຫຍຸ້ງຍາກໃນການຈົດທະບຽນທຸລະກິດອີກຕໍ່ໄປ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າມີແຜນໃໝ່ໃນການຫຼຸດຜ່ອນໄລຍະເວລາການຈົດທະບຽນທຸລະກິດໃຫ້ເປັນພາຍໃນ 10 ວັນ.ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແບະ ການຄ້າ ໄດ້ອອກຂໍ້ຕົກລົງກ່ຽວກັບການຈົດທະບຽນທຸລະກິດໃນວັນທີ 9 ມັງກອນນີ້ ແລະ ມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກຸມພານິ້ເປັນຕົ້ນໄປ.ອ່ານຕໍ່ ...

News Desk

ເຈົ້າໜ້າທີ່ອະນຸມັດແຜນດຳເນີນງານເພື່ອຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN)  – ເລຂະທິການເພື່ອການປັບປຸງລະບຽບການ ແລະ ກົນໄກການປະສານງານສຳລັບການດຳເນີນທຸລະກິດໃນລາວ ໄດ້ຜ່ານແຜນດຳເນີນງານເພື່ອແນໃສ່ທັບມ້າງອຸປະສັກພາຍໃນ 10 ຕົວຊີ້ວັດ ທີ່ສົ່ງຜົນຕໍ່ຄວາມສະດວກໃນການດຳເນີນທຸລະກິດ.ແຜນດຳເນີນງານດັ່ງກ່າວໄດ້ມີການລຸລ່ວງໃນກອງປະຊຸມໃນວັນສຸກແລ້ວນີ້ ນຳໂດຍທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານອະນຸມັດລາຍການທຸລະກິດຄວບຄຸມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອະນຸມັດລາຍການທຸລະກິດ ທີ່ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ, ໃນຂະນະທີ່ທຸລະກິດປະເພດອື່ນທີ່ຢູ່ນອກເໜືອຈາກລາຍການດັ່ງກ່າວແມ່ນສາມາດດຳເນີນໄດ້ຕາມສະດວກ.ເຈົ້າໜ້າທີ່ຫ້ອງການທະບຽນທຸລະກິດກ່າວໃນວານນີ້ວ່າ ຈາກນີ້ໄປບັນດາໜ່ວນຍທຸລະກິດທີ່ບໍ່ຢູ່ໃນລາຍການ ສາມາດຂຶ້ນທະບຽນເລກລະຫັດ ແລະ ໃບອະນຸຍາດດຳເນີນທຸລະກິດໄດ້ສະດວກຍິ່ງຂຶ້ນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

X2r5a
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!