ຂັ້ນຕອນການອະນຸມັດການດຳເນີນທຸລະກິດໃນລາວຫຼຸດໄລຍະໃຫ້ຕ່ຳກວ່າສອງເດືອນ

ວຽງຈັນ (ວຽງຈັນທາມສ໌/ANN) – ໄລຍະເວລາໃນການປະກອບເອກະສານໃນການຈົດທະບຽນທຸລະກິດໃໝ່ໃນລາວໄດ້ຮັບການຫຼຸດລົງບໍ່ໃຫ້ເກີນສອງເດືອນ ທຽບກັບກຳນົດການເດີມແມ່ນ 174 ວັນ.

ລະບົບໃໝ່ດັ່ງກ່າວຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ, ຕາມການເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌ຂອງເຈົ້າໜ້າທີ່ຫ້ອງການຈົດທະບຽນທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນສຸກແລ້ວນີ້.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ