ການລົງທຶນ

ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ

ລັດຖະມົນຕີ: ການປັບປຸງຄວາມສະດວກໃນການດຳເນີນທຸລະກິດ 'ຄືບໜ້າໄປໄດ້ດີ'

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາຍງານໃນກອງປະຊຸມອາທິດແລ້ວນີ້ວ່າ ລາວພວມດຳເນີນການຢ່າງແຂງຂັນໃນການປັບປຸງສະພາບແວດລ້ອມທີ່ສະດວກໃນການດຳເນີນທຸລະກິດໃນລາວ (EDB).ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຊັນທາຣາຈະເປີດສາຂາໂຮງແຮມສາມແຫ່ງໃນລາວພາຍໃນ 2020

ເຊັນທາຣາ, ກຸ່ມບໍລິສັດບໍລິການແຖວໜ້າຂອງປະເທດໄທ, ນຳໂດຍທ່ານ ສຸດທິກຽດ ຈິຣາທິວັດ ປະທານຄະນະບໍລິຫານບໍລິສັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ MOU ກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີ ຈຳກັດ (AIDC), ບໍລິສັດການລົງທຶນ ແລະ ກໍ່ສ້າງໃນລາວ. ຂໍ້ຕົກລົງດັ່ງກ່າວເປັນການເລີ່ມຕົ້ນສຳລັບເຊັນທາຣາໃນການບັນລຸຂໍ້ຕົກລົງການບໍລິຫານສຳລັບການສ້າງໂຮງແຮມສາມແຫ່ງໃນລາວ ເຊິ່ງມີຫ້ອງພັກລວມກັນທັງໝົດ 214 ຫ້ອງ ທີ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວມໍລະດົກຫຼວງພະບາງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລັດປິດຮັບຂໍ້ສະເໜີສຳລັບຜູ້ນຳເຂົ້າ ແລະ ສົ່ງອອກເຊື້ອໄຟລາຍໃໝ່

ເຈົ້າໜ້າທີ່ລະດັບສູງຂອງກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ ລັດຖະບານຈະບໍ່ພິຈາລະນາຂໍ້ສະເໜີການລົງທຶນໃໝ່ຈາກຫົວໜ່ວຍທຸລະກິດ ທີ່ຕ້ອງການສ້າງຕັ້ງທຸລະກິດເພື່ອນຳເຂົ້າ/ສົ່ງອອກເຊື້ອໄຟ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ກະຊວງການຄ້າເລື່ອນການນຳໃຊ້ລະບົບການຈົດທະບຽນທຸລະກິດແບບໃໝ່

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ເລື່ອນການນຳໃຊ້ລະບົບການຈົດທະບຽນທຸລະກິດແບບໃໝ່ ຕາມການຮ້ອງຂໍຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໃນເດືອນກຸມພາ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ເມເຈີຈະເປີດໂຮງໜັງແຫ່ງໃໝ່ໃນລາວ

ບໍລິສັດເມເຈີຊິນິເພັກສ໌ກຣຸ໊ບ ຜູ້ປະກອບການເຄືອຂ່າຍໂຮງຮູບເງົາທີ່ໃຫຍ່ທີ່ສຸດໃນໄທ ໄດ້ເຮັດຂໍ້ຕົກລົງກັບບໍລິສັດ ທີເຄ ກຣູ໊ບຂອງລາວ ເພື່ອເປີດໂຮງສາຍຮູບເງົາແຫ່ງໃໝ່ໃນຕ່າງປະເທດ ເພື່ອຂະຫຍາຍກິດຈະການສູ່ລະດັບພາກພື້ນອ່ານຕໍ່ ...

ນານັດ ສຸຊີວາ

ສຊ ແນະນຳສະເໜີກົດໝາຍເພື່ອສົ່ງເສີມການຮ່ວມງງານລະຫວ່າງລັດ-ເອກະຊົນ

ສະພາແຫ່ງຊາດ (ສຊ) ແນະນຳລັດຖະບານເພື່ອສ້າງກົດໝາຍເພື່ອການຄຸ້ມຄອງ ແລະ ດຶງດູດການລົງທຶນໃນຮູບແບບຂອງການຮ່ວມງງານລະຫວ່າງລັດ-ເອກະຊົນ  (PPP), ແລະ ໂຄງການ ສ້າງ-ດຳເນີນ-ໂອນຍ້າຍ (BOT) ເພື່ອຂັບເຄື່ອນການລົງທຶນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກຮຽກຮ້ອງໜ່ວຍທຸລະກິດໃຫ້ກຸ້ມທຶນຕົນເອງ ເພື່ອຊຸກຍູ້ການປະຕິບັດພາລະກິດແຫ່ງຊາດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ສະມາຊິກສະມາຄົມທຸລະກິດໃນກອງປະຊຸມໂອ້ລົມທຸລະກິດລາວ ຄັ້ງທີ 11 ໃນວານນີ້ວ່າ ຂະແໜງເອກະຊົນແມ່ນຖານທີ່ໝັ້ນຫຼັກ ສຳລັບການສູ້ຊົນ ແລະ ຄວາມສຳເລັດຂອງລັດຖະບານ ໃນການປະຕິບັດພາລະກິດຜູ້ສົ່ງເສີມການພັດທະນາທຸລະກິດ ແລະ ເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຂະແໜງການທຸລະກິດ ກຸ້ມທຶນຕົນເອງ ເພື່ອໂອກາດໃນການລົງທຶນ.ອ່ານຕໍ່ ...

ວຽງຈັນທາມສ໌

ເກົາຫຼີໝາຍຕາໂຄງການໄຮ່ສະຕຣໍເບີຣີຢູຊຽງຂວາງ

ວັນທີ 3 ກໍລະກົດ ທ່ານ ດຣ ຢູຮຽນຊຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳເກົາຫຼີໄຕ້ ແລະ ຄະນະໄດ້ພົບປະກັບທ່ານ ບຸນທອນ ຈັນທະພອນ ວ່າການຫົວໜ້າພັກແຂວງຊຽງຂວາງ ເພື່ອຫາລືຄວາມເປັນໄປໄດ້ໃນການສ້າງໄຮ່ສະຕຣໍເບີຣີຢູແຂວງຊຽງຂວາງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

sWKGc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!