ການລົງທຶນ

ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ

ລາວຕ້ອງເລັ່ງມືຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ: ຂະແໜງເອກະຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າລັດຖະບານໄດ້ພະຍາຍາມປັບປຸງສະພາບແວດລ້ອມດຳເນີນທຸລະກິດໃນລາວ, ຄວາມຄືບໜ້າໃນວຽກງານດັ່ງກ່າວກໍຍັງດຳເນີນໄປຢ່າງຊັກຊ້າ ທຽບກັບຄວາມຮຽກຮ້ອງຕ້ອງການໃນການສົ່ງເສີມການຄ້າ ແລະ ການລົງທຶນ.ນີ້ແມ່ນຄຳເຫັນຈາກທ່ານນາງ ວະລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເຊິ່ງທ່ານໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້ ພາຍຫຼັງກອງປະຊຸມປຶກສາຫາລືຂອງຂະແໜງການລັດ ແລະ ເອກະຊົນທີ່ນະຄອນວຽງຈັນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/efforts-improve-business-environment-need-be-speeded-private-sector-103147

ລາວລົບລ້າງຂໍ້ປັດໄຈທີ່ສ້າງຄວາມບໍ່ສະດວກຕໍ່ສະພາບແວດລ້ອມການລົງທຶນໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະດຳເນີນບາດກ້າວ ເພື່ອຍົກລະດັບດັດສະນີຄວາມສະດວກໃນການດຳເນີນທຸລະກິດ (EDB) ຂອງລາວຂອງທະນາຄານໂລກ ພາຍໃນຊ່ວງໄລຍະທີ່ເຫຼືອຂອງປີນີ້, ເພື່ອການປັບປຸງສະພາບແວດລ້ອມການລົງທຶນໃນລາວ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານຈະເລັ່ງຄວາມພະຍາຍາມໃນການຈັດການກັບຂໍ້ປັດໄຈທີ່ບໍ່ສ້າງຄວາມຄືບໜ້າຕາມທີ່ຄາດໝາຍ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-zeroes-indicators-delaying-country%E2%80%99s-investment-climate-101191

ລາວເລີ່ມຕົ້ນການປະຕິຮູບການຄຸ້ມຄອງການລົງທຶນສາທາລະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາກລັດໄດ້ປະຊຸມກັບຕາງໜ້າຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ສະຖານທູດຍີ່ປຸ່ນປະຈຳລາວ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້ ເພື່ອຫາລືກ່ຽວກັບການປັບປຸງຂົງເຂດວຽກງານການຄຸ້ມຄອງການລົງທຶນສາທາລະນະ (PIM).ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບໂຄງສ້າງຂອງຄະນະກຳມະການນຳພາໂຄງການ, ຄຽງຄູ່ກັບການຮ່າງ ແລະ ພັດທະນາຂອບເຂດກຳນົດເວລາສຳລັບແຜນດຳເນີນງານເພື່ອການປັບປຸງ PIM.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-initiates-reform-public-investment-management-101013

"ເຮັດໃບອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງ ບໍ່ດັ່ງນັ້ນຈະຖືກປັບໃໝ," ກະຊວງແຈ້ງເຕືອນຜູ້ປະກອບການຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕ່າງປະເທດທີ່ດຳເນີນທຸລະກິດໃນລາວບໍ່ຖືກຕ້ອງຈະຖືກລົງໂທດ ແລະ ປັບໃໝຕາມລະບຽບການ. ກະຊວງອຸດວາຫະກຳ ແລະ ການຄ້າໄດ້ອອກຄຳສັ່ງແນະນຳຫວ່າງໝໍ່ໆມານີ້ ກ່ຽວກັບແນວທາງການຄຸ້ມຄອງຫົວໜ່ວຍທຸລະກິດທີ່ບໍ່ມີໃບອະນຸຍາດ.ຫົວໜ່ວຍທຸລະກິດໃດໆທີ່ດຳເນີນການໂດຍບໍ່ມີໃບທະບຽນທຸລະກິດ ແລະ ໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຈະຖືກປັບໃໝ 10 ລ້ານກີບ ແລະ ຖືກສັ່ງງົດດຳເນີນທຸລະກິດ. ຜູ້ປະກອບການທີ່ບໍ່ມີເອກະສານຈະຕ້ອງໄປຈົດທະບຽນທຸລະກິດຂອງຕົນ ແລະ ຂໍໃບອະນຸຍາດດຳເນີນທຸລະກິດພາຍໃນກຳນົດ 90 ວັນ ຈຶ່ງຈະສາມາດກັບມາດຳເນີນກິດຈະກຳຕາມເດີມ, ຕາມຄຳສັ່ງແນະນຳສະບັບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 3 ກໍລະກົດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/legalise-your-businesses-or-face-fines-lao-ministry-warns-foreign-operators-99588

ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ

ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/

ນາຍົກຮຽກຮ້ອງໃຫ້ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການພັດທະນາຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງທຸລະກິດເພີ່ມທະວີການມີສ່ວນຮ່ວມ ໃນການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເພື່ອສະໜັບສະໜູນການບັນລຸເປົ້າໝາຍໃນການພັດທະນາ.ໃນກອງປະຊຸມເພື່ອຊຸກຍູ້ນ້ຳໃຈຮັກຊາດ ແລະ ກິດຈະກຳການພັດທະນາ ທີ່ວຽງຈັນໃນວັນສຸກແລ້ວນີ້ ທ່ານນາຍົກໄດ້ເນັ້ນເຖິງພາລະບົດບາດອັນສຳຄັນຂອງຂະແໜງເອກະຊົນເພື່ອການຊຸກຍູ້ການພັດທະນາຊົນນະບົດໃນທົ່ວປະເທດ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-pm-calls-more-involvement-business-sector-rural-development-99391

ລາວສູ້ຊົນປັບປຸງອັນດັບຄວາມສະດວກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າອັນດັບໂລກໃນດັດຊະນີຄວາມສະດວກໃນການດຳເນີນທຸລະກິດ ຈະໄດ້ຮັບການປັບປຸງ ຫຼັງຈາກທີ່ລັດຖະບານໄດ້ອອກມາດຕະການເພື່ອຂັບເຄື່ອນເສດຖະກິດ ໂດຍການສ້າງຄວາມສະດວກໃນການດຳເນີນທຸລະກິດໃນປະເທດ.ໃນປີ 2019, ມີພຽງປະເທດມຽນມາທີ່ຢູ່ອັນດັບຕ່ຳກວ່າລາວໃນປະດາປະເທດສະມາຊິກອາຊຽນ. ລາວຕົກອັນດັບໄປ 13 ລະດັບມາຢູ່ອັນດັບທີ 154 ໃນ 190 ປະເທດທີ່ເຂົ້າຮ່ວມໃນການຈັດອັນດັບ. ສ່ວນປະເທດມຽນມາແມ່ນຢູ່ອັນດັບທີ 171.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-strives-improve-ease-doing-business-ranking-98164

ລາວສົ່ງເສີມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮຽກຮ້ອງໃຫ້ຂະແໜງເອກະຊົນຮ່ວມມືກັບພາກສ່ວນລັດຖະບານ ເພື່ອໃຫ້ລາວສາມາດສ້າງສະພາບແວດລ້ອມທີ່ເປັນມິດຕໍ່ທຸລະກິດ ແລະ ສົ່ງເສີມຄວາມສະດວກໃນການດຳເນີນທຸລະກິດ.ເຖິງວ່າອຸປະສັກທີ່ບໍ່ຈຳເປັນກຳລັງໄດ້ຮັບການລຶບລ້າງເປັນລຳດັບ, ວຽກງານການຮ່ວມມືລະຫວ່າງລັດຖະບານ ກັບຂະແໜງເອກະຊົນເຊື່ອວ່າຍັງຄົງເປັນບັນຫາທີ່ຕ້ອງປະຕິບັດ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ບໍລິສັດໄທໝາຍຕາໂອກາດທາງທຸລະກິດອາຫານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ PTT (ລາວ) ຈຳກັດ ແລະ ບໍລິສັດ Zixgar Group ຈຳກັດ ກຳລັງເບິ່ງໂອກາດທາງດ້ານທຸລະກິດອາຫານໃນລາວ ເຊິ່ງມີເປົ້າໝາຍແນໃສ່ກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວ ແລະ ພະນັກງານຫ້ອງການ.ໂດຍສະເພາະ ຂະແໜງດັ່ງກ່າວຍິ່ງເປັນທີ່ໜ້າສົນໃຈເນື່ອງຈາກການຂະຫຍາຍຕົວຂອງທຸລະກິດຮ້ານກາເຟ, ຕາມເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວຊຸກຍູ້ການທົບທວນບູລິມະສິດໃນການສົ່ງເສີມການລົງທຶນ

ລັດຖະບານຄວນສົ່ງເສີມການລົງທຶນເພື່ອຊ່ວຍສ້າງອາຊີບ ແລະ ລາຍຮັບສຳລັບຄົນໃນທ້ອງຖິ່ນ ຕາມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ.ສະຖາບັນຄົ້ນຄວ້າເສດຖະກິດ ເຊິ່ງທຳໜ້າທີ່ເປັນສູນນຄົ້ນຄວ້າຫຼັກທາງດ້ານນະໂຍບາຍເສດຖະກິດ ໄດ້ໃຫ້ຄຳແນະນຳດັ່ງກ່າວແກ່ລັດຖະບານ ກ່ຽວກັບຂໍ້ມູນຫຼ້າສຸດດ້ານເສດຖະກິດ ໃນກອງປະຊຸມທາງການທີ່ວຽງຈັນໃນຕົ້ນເດືອນນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DgNBd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!