ການລົງທຶນ
ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ
ລາວຕ້ອງເລັ່ງມືຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ: ຂະແໜງເອກະຊົນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າລັດຖະບານໄດ້ພະຍາຍາມປັບປຸງສະພາບແວດລ້ອມດຳເນີນທຸລະກິດໃນລາວ, ຄວາມຄືບໜ້າໃນວຽກງານດັ່ງກ່າວກໍຍັງດຳເນີນໄປຢ່າງຊັກຊ້າ ທຽບກັບຄວາມຮຽກຮ້ອງຕ້ອງການໃນການສົ່ງເສີມການຄ້າ ແລະ ການລົງທຶນ.ນີ້ແມ່ນຄຳເຫັນຈາກທ່ານນາງ ວະລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເຊິ່ງທ່ານໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້ ພາຍຫຼັງກອງປະຊຸມປຶກສາຫາລືຂອງຂະແໜງການລັດ ແລະ ເອກະຊົນທີ່ນະຄອນວຽງຈັນ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/efforts-improve-business-environment-need-be-speeded-private-sector-103147
ລາວລົບລ້າງຂໍ້ປັດໄຈທີ່ສ້າງຄວາມບໍ່ສະດວກຕໍ່ສະພາບແວດລ້ອມການລົງທຶນໃນປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະດຳເນີນບາດກ້າວ ເພື່ອຍົກລະດັບດັດສະນີຄວາມສະດວກໃນການດຳເນີນທຸລະກິດ (EDB) ຂອງລາວຂອງທະນາຄານໂລກ ພາຍໃນຊ່ວງໄລຍະທີ່ເຫຼືອຂອງປີນີ້, ເພື່ອການປັບປຸງສະພາບແວດລ້ອມການລົງທຶນໃນລາວ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານຈະເລັ່ງຄວາມພະຍາຍາມໃນການຈັດການກັບຂໍ້ປັດໄຈທີ່ບໍ່ສ້າງຄວາມຄືບໜ້າຕາມທີ່ຄາດໝາຍ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-zeroes-indicators-delaying-country%E2%80%99s-investment-climate-101191
ລາວເລີ່ມຕົ້ນການປະຕິຮູບການຄຸ້ມຄອງການລົງທຶນສາທາລະນະ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາກລັດໄດ້ປະຊຸມກັບຕາງໜ້າຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ສະຖານທູດຍີ່ປຸ່ນປະຈຳລາວ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້ ເພື່ອຫາລືກ່ຽວກັບການປັບປຸງຂົງເຂດວຽກງານການຄຸ້ມຄອງການລົງທຶນສາທາລະນະ (PIM).ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບໂຄງສ້າງຂອງຄະນະກຳມະການນຳພາໂຄງການ, ຄຽງຄູ່ກັບການຮ່າງ ແລະ ພັດທະນາຂອບເຂດກຳນົດເວລາສຳລັບແຜນດຳເນີນງານເພື່ອການປັບປຸງ PIM.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-initiates-reform-public-investment-management-101013
"ເຮັດໃບອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງ ບໍ່ດັ່ງນັ້ນຈະຖືກປັບໃໝ," ກະຊວງແຈ້ງເຕືອນຜູ້ປະກອບການຕ່າງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕ່າງປະເທດທີ່ດຳເນີນທຸລະກິດໃນລາວບໍ່ຖືກຕ້ອງຈະຖືກລົງໂທດ ແລະ ປັບໃໝຕາມລະບຽບການ. ກະຊວງອຸດວາຫະກຳ ແລະ ການຄ້າໄດ້ອອກຄຳສັ່ງແນະນຳຫວ່າງໝໍ່ໆມານີ້ ກ່ຽວກັບແນວທາງການຄຸ້ມຄອງຫົວໜ່ວຍທຸລະກິດທີ່ບໍ່ມີໃບອະນຸຍາດ.ຫົວໜ່ວຍທຸລະກິດໃດໆທີ່ດຳເນີນການໂດຍບໍ່ມີໃບທະບຽນທຸລະກິດ ແລະ ໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຈະຖືກປັບໃໝ 10 ລ້ານກີບ ແລະ ຖືກສັ່ງງົດດຳເນີນທຸລະກິດ. ຜູ້ປະກອບການທີ່ບໍ່ມີເອກະສານຈະຕ້ອງໄປຈົດທະບຽນທຸລະກິດຂອງຕົນ ແລະ ຂໍໃບອະນຸຍາດດຳເນີນທຸລະກິດພາຍໃນກຳນົດ 90 ວັນ ຈຶ່ງຈະສາມາດກັບມາດຳເນີນກິດຈະກຳຕາມເດີມ, ຕາມຄຳສັ່ງແນະນຳສະບັບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 3 ກໍລະກົດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/legalise-your-businesses-or-face-fines-lao-ministry-warns-foreign-operators-99588
ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ
ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.ອ່ານຕໍ່ ...
ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/
ນາຍົກຮຽກຮ້ອງໃຫ້ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການພັດທະນາຊົນນະບົດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງທຸລະກິດເພີ່ມທະວີການມີສ່ວນຮ່ວມ ໃນການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເພື່ອສະໜັບສະໜູນການບັນລຸເປົ້າໝາຍໃນການພັດທະນາ.ໃນກອງປະຊຸມເພື່ອຊຸກຍູ້ນ້ຳໃຈຮັກຊາດ ແລະ ກິດຈະກຳການພັດທະນາ ທີ່ວຽງຈັນໃນວັນສຸກແລ້ວນີ້ ທ່ານນາຍົກໄດ້ເນັ້ນເຖິງພາລະບົດບາດອັນສຳຄັນຂອງຂະແໜງເອກະຊົນເພື່ອການຊຸກຍູ້ການພັດທະນາຊົນນະບົດໃນທົ່ວປະເທດ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/lao-pm-calls-more-involvement-business-sector-rural-development-99391
ລາວສູ້ຊົນປັບປຸງອັນດັບຄວາມສະດວກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າອັນດັບໂລກໃນດັດຊະນີຄວາມສະດວກໃນການດຳເນີນທຸລະກິດ ຈະໄດ້ຮັບການປັບປຸງ ຫຼັງຈາກທີ່ລັດຖະບານໄດ້ອອກມາດຕະການເພື່ອຂັບເຄື່ອນເສດຖະກິດ ໂດຍການສ້າງຄວາມສະດວກໃນການດຳເນີນທຸລະກິດໃນປະເທດ.ໃນປີ 2019, ມີພຽງປະເທດມຽນມາທີ່ຢູ່ອັນດັບຕ່ຳກວ່າລາວໃນປະດາປະເທດສະມາຊິກອາຊຽນ. ລາວຕົກອັນດັບໄປ 13 ລະດັບມາຢູ່ອັນດັບທີ 154 ໃນ 190 ປະເທດທີ່ເຂົ້າຮ່ວມໃນການຈັດອັນດັບ. ສ່ວນປະເທດມຽນມາແມ່ນຢູ່ອັນດັບທີ 171.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-strives-improve-ease-doing-business-ranking-98164
ລາວສົ່ງເສີມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮຽກຮ້ອງໃຫ້ຂະແໜງເອກະຊົນຮ່ວມມືກັບພາກສ່ວນລັດຖະບານ ເພື່ອໃຫ້ລາວສາມາດສ້າງສະພາບແວດລ້ອມທີ່ເປັນມິດຕໍ່ທຸລະກິດ ແລະ ສົ່ງເສີມຄວາມສະດວກໃນການດຳເນີນທຸລະກິດ.ເຖິງວ່າອຸປະສັກທີ່ບໍ່ຈຳເປັນກຳລັງໄດ້ຮັບການລຶບລ້າງເປັນລຳດັບ, ວຽກງານການຮ່ວມມືລະຫວ່າງລັດຖະບານ ກັບຂະແໜງເອກະຊົນເຊື່ອວ່າຍັງຄົງເປັນບັນຫາທີ່ຕ້ອງປະຕິບັດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ບໍລິສັດໄທໝາຍຕາໂອກາດທາງທຸລະກິດອາຫານໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ PTT (ລາວ) ຈຳກັດ ແລະ ບໍລິສັດ Zixgar Group ຈຳກັດ ກຳລັງເບິ່ງໂອກາດທາງດ້ານທຸລະກິດອາຫານໃນລາວ ເຊິ່ງມີເປົ້າໝາຍແນໃສ່ກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວ ແລະ ພະນັກງານຫ້ອງການ.ໂດຍສະເພາະ ຂະແໜງດັ່ງກ່າວຍິ່ງເປັນທີ່ໜ້າສົນໃຈເນື່ອງຈາກການຂະຫຍາຍຕົວຂອງທຸລະກິດຮ້ານກາເຟ, ຕາມເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລາວຊຸກຍູ້ການທົບທວນບູລິມະສິດໃນການສົ່ງເສີມການລົງທຶນ
ລັດຖະບານຄວນສົ່ງເສີມການລົງທຶນເພື່ອຊ່ວຍສ້າງອາຊີບ ແລະ ລາຍຮັບສຳລັບຄົນໃນທ້ອງຖິ່ນ ຕາມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ.ສະຖາບັນຄົ້ນຄວ້າເສດຖະກິດ ເຊິ່ງທຳໜ້າທີ່ເປັນສູນນຄົ້ນຄວ້າຫຼັກທາງດ້ານນະໂຍບາຍເສດຖະກິດ ໄດ້ໃຫ້ຄຳແນະນຳດັ່ງກ່າວແກ່ລັດຖະບານ ກ່ຽວກັບຂໍ້ມູນຫຼ້າສຸດດ້ານເສດຖະກິດ ໃນກອງປະຊຸມທາງການທີ່ວຽງຈັນໃນຕົ້ນເດືອນນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ