Non-governmental preparedness and response agencies
ທຶນໃນການຮັບມືໄພພິບັດ ແລະ ເຫດສຸກເສີນ
ເຈົ້າແຂວງກັບຄຳກ່ຽວກັບງົບປະມານຄາດຄະເນສຳລັບການຈັດສັນທີ່ຢູ່ອາໄສສຳລັບພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື
ເຈົ້າແຂວງທີ່ປະສົບໄພນ້ຳຖ້ວມຈາກເຂື່ອນແຕກຂອງລາວໃນຊ່ວງປີນີ້ ໄດ້ເປີດເຜີຍການຄາດຄະເນງົບປະມານໂຄງການສຳລັບຜູ້ປະສົບໄພທີ່ສູນເສຍທີ່ຢູ່ອາໄສ, ໂດຍໃຫ້ຕົວເລກທີ່ຂັດແຍ່ງກັບແຫຼ່ງຂໍ້ມູນທາງການທີ່ເຫັນວ່າສູງເກີນຈຳເປັນ ແລະ ຂັດແຍ່ງກັບຕົວເລກທີ່ເປີດເຜີຍໃນການສຳພາດກ່ອນໜ້ານີ້.ອ່ານຕໍ່ ...
ຣິຊາດ ຟິນນີ
ລັດຖະບານຕ້ອງການງົບ 6 ພັນຕື້ກີບສຳລັບຟື້ນຟູຈາກໄພພິບັດ
ລັດຖະບານຄາດຄະເນວ່າຈະຕ້ອງນຳໃຊ້ງົບປະມານ 6 ພັນຕື້ກີບ ເພື່ອຟື້ນຟູຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມໃນທົ່ວປະເທດສຳລັບປີນີ້, ເຊິ່ງໃນນັ້ນຄວາມຕ້ອງການສູງສຸດແມ່ນຢູ່ໃນຂະແໜງການຂົນສົ່ງ ແລະ ກະສິກຳ.ພາລະກິດການຟຶ້ນຟູດັ່ງກ່າວຈະແບ່ງເປັນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເຊິ່ງແນໃສ່ຂະແໜງການສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງ ແລະ ບັນຫາທີ່ກ່ຽວເນື່ອງອື່ນໆ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຜູ້ປະສົບໄພນ້ຳຖ້ວມຈະໄດ້ຮັບເຮືອນປະກອບ 500 ຫຼັງ
ບໍລິສັດກໍ່ສ້າງເຂື່ອນໄດ້ສັ່ງຊື້ເຮືອນພັກແບບປະກອບຈຳນວນ 450 ຫຼັງ ເຊິ່ງມີມູນຄ່າລວມເກີນ 29 ຕື້ກີບ ຈາກຕ່າງປະເທດ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງບໍ່ມີທີ່ຢູ່ອາໄສ ຫຼັງຈາກເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດທີ່ຜ່ານມາ.ຕາມການລາຍງານຂອງເຈົ້າໜ້າທີ່ເມືອງ, ຄອບຄົວທີ່ບໍ່ມີທີ່ຢູ່ອາໄສຈະໄດ້ຮັບເຮືອນປະກອບຕື່ມອີກ 50 ຫຼັງຈາກບໍລິສັດ, ເຊິ່ງຈະຈັດສົ່ງໄປແຂວງອັບຕະປືໃນເດືອນພະຈິກນີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ບໍລິສັດຫວຽດນາມມອບທຶນຊ່ວຍເຫຼືອສຳລັບຜູ້ປະສົບໄພເຂື່ອນແຕກໃນລາວ
ວຽງຈັນ (VNA) – ໃນວັນທີ 17 ຕຸລານີ້ ຕົວແທນຈາກສາຂາບໍລິສັດຂົນສົ່ງ ອິນໂດ ທຣານ ປະເທດຫວຽດນາມປະຈຳລາວ ໄດ້ມອບເງິນຈຳນວນ 12,300 ໂດລາສະຫະລັດ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກເຂື່ອນແຕກ ທີ່ອັດຕະປື ໃນເດືອນກໍລະກົດຜ່ານມາ.ອ່ານຕໍ່ ...
ບັນນາທິການ VNA
ອົດສະຕຣາລີສືບຕໍ່ສະໜັບສະໜູນພາລະກິດຟື້ນຟູຫຼັງໄພພິບັດທີ່ສະໜາມໄຊ
(ຂປລ) ທ່ານ ຢີນເບີນາດ ຄາຣາສ໌ໂກ ເອກອັກຄະລັດຖະທູດອົສ໌ຕຣາລີປະຈຳລາວ ໄດ້ເດີນທາງຢ້ຽມຢາມເມືອງສະໜາມໄຊ ແຂວງອັບຕະປື ໃນດືອນແລ້ວນີ້ ເພື່ອພົບປະກັບອຳນາດການປົກຄອງທ້ອງຖິ່ນ ແລະ ຢ້ຽມຊົມກິດຈະກຳການຊ່ວຍເຫຼືອຊຸດໃໝ່ຂອງລັດຖະບານອົສ໌ຕຣາລີ ໃນການສົ່ງເສີມພາລະກິດຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດນ້ຳຖ້ວມ.ອ່ານຕໍ່ ...
ຂປລ
ບໍລິສັດໄທບໍລິຈາກເງິນຊ່ວຍເຫຼືອບັນເທົາທຸກ 173,000 ໂດລາສະຫະລັດ ສຳລັບຜູ້ປະະສົບໄພນ້ຳຖ້ວມໃນລາວ
(ຂປລ) ບໍລິສັດພະລັງງານບ້ານຜື (BPP) ປະເທດໄທບໍລິຈາກທຶນຊ່ວຍເຫຼືອບັນເທົາທຸກຈຳນວນ 5.5 ລ້ານບາດ ຫຼືປະມານ 173,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອຜູ້ປະະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...
ຂປລ
ໂຮງແຮມແອັກຄໍສະໜັບສະໜູນວຽກງານບັນເທົາທຸກທີ່ອັດຕະປື
ເພື່ອເປັນການຊ່ວຍເຫຼືອໄພພິບັດເຂື່ອນແຕກທີ່ແຂວງອັດຕະປື, ໂຮງແຮມແອັກຄໍໄດ້ບໍລິຈາກເງິນຊ່ວຍເຫຼືອຈຳນວນ 10,000 ໂດລາສະຫະລັດ ໃຫ້ແກ່ອົງການກາແດງລາວເພື່ອສະໜັບສະໜູນພາລະກິດບັນເທົາທຸກໄພພິບັດ ແລະ ຊ່ວຍເຫຼືອກ່ຽວກັບມາດຕະການສຸກເສີນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພພິບັດເຂື່ອນແຕກ.ອ່ານຕໍ່ ...
ເດິລາວທຽນທາມສ໌
ຄະນະກຳມະການຢືນຢັນຄວາມຮັບຜິດຊອບໃນການບໍລິຫານເງິນຊ່ວຍເຫຼືອບັນເທົາທຸກທີ່ໄດ້ຮັບບໍລິຈາກ
ການບໍລິຫານທຶນຊ່ວຍເຫຼືອບັນເທົາທຸກໄພພິບັດແມ່ນດຳເນີນໄປດ້ວຍຄວາມໂປ່ງໃສ ແລະ ດ້ວຍຄວາມຮັບຜິດຊອບ ໃນຂະນະທີ່ຄະນະຮັບຜິດຊອບຮຽກຮ້ອງມະຫາຊົນໃຫ້ລາຍງານຕໍ່ການກະທຳຜິດທີ່ພົບເຫັນ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ບໍລິສັດ ກຳໂຮ ອີ&ຈີ ຂອງເກົາຫຼີ ຈະສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ
ບໍລິສັດ ກຳໂຮ ອີ&ຈີ ບໍລິສັດທີ່ປຶກສາໃນການຄຸ້ມຄອງດ້ານພະລັງງານ ຈະດຳເນີນໂຄງການຊ່ວຍເຫຼືອດ້ານການພັດທະນາໃນລາວ ເພື່ອສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ ເພື່ອຊ່ວຍເຫຼືອໃນການຟື້ນຟູລາວຈາກໄພພິບັດທຳລາຍລ້າງຈາກເຂື່ອນທີ່ຜ່ານມາ.ອ່ານຕໍ່ ...
ລີຢຸງວຸກ ແລະ ກິມ ຮະໂຍຈິນ
ບຣູໄນບໍລິຈາກເງິນ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
(ຂປລ) ໃນວັນທີ 13 ກັນຍາ, ທ່ານ ນາແອັມ ຊອນເລ ໄດ້ມອບທຶນຈຳນວນ 100,000 ໂດລາສະຫະລັດໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ທົ່ວທຸກພາກຂອງປະເທດລາວ.ອ່ານຕໍ່ ...
ຂປລ