ຜູ້ປະສົບໄພນ້ຳຖ້ວມຈະໄດ້ຮັບເຮືອນປະກອບ 500 ຫຼັງ

ບໍລິສັດກໍ່ສ້າງເຂື່ອນໄດ້ສັ່ງຊື້ເຮືອນພັກແບບປະກອບຈຳນວນ 450 ຫຼັງ ເຊິ່ງມີມູນຄ່າລວມເກີນ 29 ຕື້ກີບ ຈາກຕ່າງປະເທດ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງບໍ່ມີທີ່ຢູ່ອາໄສ ຫຼັງຈາກເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດທີ່ຜ່ານມາ.

ຕາມການລາຍງານຂອງເຈົ້າໜ້າທີ່ເມືອງ, ຄອບຄົວທີ່ບໍ່ມີທີ່ຢູ່ອາໄສຈະໄດ້ຮັບເຮືອນປະກອບຕື່ມອີກ 50 ຫຼັງຈາກບໍລິສັດ, ເຊິ່ງຈະຈັດສົ່ງໄປແຂວງອັບຕະປືໃນເດືອນພະຈິກນີ້.

ອ່ານຕໍ່…

 

 

ບັນນາທິການວຽງຈັນທາມສ໌