ໄພພິບັດ ແລະ ການຮອງຮັບເຫດສຸກເສີນ
Non-governmental preparedness and response agencies
ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມ ເພື່ອການຟື້ນຟູຫຼັງໄພພິບັດ
(ຂປລ) ຄະນະບໍລິຫານທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອ US$50 ລ້ານໂດລາ ໃນວັນທີ 13 ທັນວານີ້ ເພື່ອເປັນການຊ່ວຍເຫຼືອເພີ່ມເຕີມດ້ານການເງິນ ສຳລັບໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໂຄງການຂະແໜງກໍ່ສ້າງທາງໃນລາວ ໄລຍະ II.ທຶນເພີ່ມເຕີມດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຊ່ອງຫວ່າງທາງການເງິນ ສຳລັບການຟື້ນຟູຫຼັງໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018, ການຈັດບູລິມະສິດການລົງທຶນໃນການຄຸ້ມຄອງຄວາມສ່ຽງຕໍ່ໄພນ້ຳຖ້ວມ, ແລະ ຂະແໜງການກໍ່ສ້າງທາງ, ເຊິ່ງຄິດເປັນ 75 ສ່ວນຮ້ອຍຂອງຄວາມເສຍຫາຍ ແລະ ການສູນເສຍ ທີ່ຄາດຄະເນທັງໝົດ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ
(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...
KPL News Desk
ອົງການກາແດງ ມອບເຄື່ອງຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ຊຸມຊົນທີ່ປະສົບໄພນ້ຳຖ້ວມ
ອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ຊຸມຊົນແຂວງພາກໃຕ້ ທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມທີ່ຜ່ານມາ, ເຊິ່ງເປັນເຄື່ອງບໍລິຈາກ ມູນຄ່າ 60 ກວ່າລ້ານກີບ.ໃນອາທິດແລ້ວນີ້ ອົງການກາແດງ ໄດ້ນຳເອົາອຸປະກອນການສຶກສາໄປມອບໃຫ້ແກ່ໂຮງຮຽນປະຖົມພູທອງລຸ່ມ ເມືອງຊະນະສົມບູນ ແຂວງຈຳປາສັກ ເພື່ອປ່ຽນແທນອຸປະກອນການຮຽນການສອນທີ່ຖືກເປ່ເພ ຫຼື ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນຊ່ວງເດືອນກັນຍາທີ່ຜ່ານມາ.ອ່ານຕໍ່. ...
ໂຕະຂ່າວວຽງຈັນທາມສ໌
ລາວສ້າງກອງທຶນເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງກອງທຶນໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດໃນການຈັດການ ແລະ ຮັບມືກັບໄພຈາກການປ່ຽນແປງຂອງສະພາບອາກາດ.ອີງຕາມດຳລັດຂອງນາຍົກລັດຖະມົນຕີກ່ຽວກັບການປ່ຽນແປງຂອງສະພາບອາກາດ, ທີ່ເຜີຍແຜ່ໃນຈົດໝາຍວຽນແຫ່ງຊາດ ວັນທີ 17 ຕຸລານີ້, ກອງທຶນດັ່ງກ່າວແມ່ນສ່ວນໜຶ່ງຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ, ເຊິ່ງສ້າງຂຶ້ນພາຍໃຕ້ກົດໝາຍວ່າງດ້ວຍການປົກປັກຮັກສາສິ່ງແວດລ້ອມ.ເງິນໃນກອງທຶນນີ້ຈະມາຈາກທຶນຊ່ວຍເຫຼືອຂອງຕ່າງປະເທດກ່ຽວກັບການປ່ຽນແປງຂອງສະພາບອາກາດ ກໍຄືແຫຼ່ງລາຍຮັບອື່ນໆ, ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປ່ຽນແປງຂອງສະພາບອາກາດ ເຊິ່ງໄດ້ມີການເຊັນ ແລະ ປະທັບຕາໃນວັນທີ 18 ກັນຍານີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ອີຢູ ໃຫ້ການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ແຈ້ງກ່ຽວກັບການຈັດສັນທຶນ €200,000 ຢູໂຣ (1.95 ຕື້ກີບ) ເພື່ອການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຄອບຄົວທີ່ປະສົບໄພນ້ຳຖ້ວມໃນລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນທີ່ຜ່ານມາ.ຕາມບົດຂ່າວໃນເວັບໄຊຂອງຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ, ທຶນຊ່ວຍເຫຼືອດັ່ງກ່າວແມ່ນມາຈາກໜ່ວຍງານຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ປົກປ້ອງສັງຄົມຢູໂຣບ (ECHO) ໂດຍຜ່ານ ກົນໄກເຄື່ອງມືຂະໜາດນ້ອຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
ອົງການອາຫານໂລກ ຈັດສົ່ງເຂົ້າສານໄປໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການອາຫານໂລກ ສະຫະປະຊາຊາດ (WFP) ສະໜັບສະໜູນລັດຖະບານລາວ ໃນການຂົນສົ່ງແຈກຢາຍເຂົ້າສານ 500 ໂຕນທີ່ໄດ້ຮັບບໍລິຈາກຈາກເກົາຫຼີໃຕ້ ຜ່ານຄັງສຳຮອງເຂົ້າສຸກເສີນ ອາຊຽນບວກສາມ (APTERR).ເຂົ້າດັ່ງກ່າວ ແມ່ນສຳລັບຊ່ວຍເຫຼືອຟື້ນຟູຊຸມຊົນ ຈາກໄພນ້ຳຖ້ວມໃນຫ້າແຂວງພາກໃຕ້.ພິທີມອບຮັບການຊ່ວຍເຫຼືອດ້ານສະບຽງອາຫານດັ່ງກ່າວຈາກ APTERR ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບ ໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
ສູນບໍລິຈາກເລືອດ ຮຽກຮ້ອງໃຫ້ຜູ້ໃຈບຸນເຂົ້າມາບໍລິຈາກ
ສູນບໍລິຈາກເລືອດ ສະພາກາແດງລາວ ຮຽກຮ້ອງໃຫ້ມະຫາຊົນເຂົ້າມາບໍລິຈາກເລືອດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການຖ່າຍເລືອດທີ່ເພີ່ມສູງຂຶ້ນໃນໂຮງໝໍຕ່າງໆ ທົ່ວປະເທດ.ໃນຊຸມປີຜ່ານມາ ທາງສູນໄດ້ຮັບບໍລິຈາກເລືອດໂດຍສະເລ່ຍ 55,000 ຕໍ່ປີ ແຕ່ວ່າປະຈຸບັນແມ່ນບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໃນການນຳໃຊ້. ໃນຊ່ວງເຈັດເດືອນຂອງປີນີ້ ທາງສູນໄດ້ຮັບບໍລິຈາກເລືອດແລ້ວ 34,000 ຖົງຈາກຜູ້ບໍລິຈາກ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 60,000 ຖົງພາຍໃນທ້າຍປີນີ້.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ
(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462
ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229