ລັດຖະບານພະຍາຍາມຟື້ນຢູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນ້ຳຖ້ວມ ພາຍໃຕ້ງົບປະມານທີ່ຈຳກັດ

ວຽງຈັນ (ວຽງຈັນທາມສ໌ Times/ANN) – ລັດຖະບານຄາດຄະເນຕ້ອງໃຊ້ງົບປະມານ 3 ພັນຕື້ກີບ ໃນການສ້ອມແປງຄວາມເສຍຫາຍທີ່ເກີດຂຶ້ນຈາກໄພນຳຖ້ວມ ແລະ ຟື້ນຟູຊຸມຊົນທີ່ປະສົບໄພໃຫ້ກັບສູ່ສະພາບປົກກະຕິ.ຜົນກະທົບຈາກໄພພິບັດເປັນສິ່ງທ້າທາຍຕົ້ນຕໍສຳລັບປະເທດລາວ ໃນການກ້າວສູ່ການລຶບລ້າງຄວາມທຸກຍາກ, ເຊິ່ງວ່າມາເຖິງປະຈຸບັນ ຫຼາຍຄອບຄົວໄດ້ສູນເສຍທີ່ຢູ່ອາໄສ ຍ້ອນຜົນຈາກໄພນ້ຳຖ້ວມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຂວງຫົວພັນຮ້ອງຂໍຄວາມຊ່ວຍເຫຼືອ ສຳລັບເຫດໄຟໃໝ້ເຮືອນປະຊາຊົນຈຳນວນ 22 ຫຼັງ

ປະຊາຊົນຈຳນວນສາມສິບຄອບຄົວ ຢູ່ບ້ານສົ້ນຂົວເໜືອ ເມືອງຫົວເມືອງ ແຂວງຫົວພັນ ກຳລັງຕ້ອງການຄວາມຊ່ວຍເຫຼືອດ້ານອຸປະກອນເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ອຸປະກອນກໍ່ສ້າງ ພາຍຫຼັງທີ່ເຂົາເຈົ້າໄດ້ສູນເສຍເຮືອນຊານ ຍ້ອນເຫດອັກຄີໄພ ໃນວັນອັງຄານຜ່ານມານີ້.ທ່ານພັນໂທ ເພັງສີ ມາລັດສົມຫວັງ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ປະຈຸບັນປະຊາຊົນຈຳນວນ 152 ຄົນໃນ 30 ຄອບຄົວ ໄດ້ສູນເສຍທີ່ຢູ່ອາໄສ, ແລະ ເຄື່ອງໃຊ້ຂອງສອຍ, ເຄື່ອງເຮືອນ ແລະ ຊັບສິນຫຼາຍຢ່າງ. ເຫດອັກຄີໄພດັ່ງກ່າວຄາດວ່າເກີດຈາກໄຟຟ້າລັດວົງຈອນ, ປະເມີນຄວາມເສຍຫາຍເບື້ອງຕົ້ນແມ່ນເກືອບ 2 ຕື້ກີບ. ເຮືອນຊານທີ່ຖືກໄຟໄໝ້ ສ່ວນໃຫຍ່ແມ່ນເຮັດດ້ວຍໄມ້. ບ້ານສົ້ນຂົວມີທັງໝົດ 200 ຫຼັງຄາເຮືອນ, ໃນນັ້ນເຮືອນ 22 ຫຼັງແມ່ນຖືກໄຟໄໝ້ໝົດ ແລະ ອີກ 8 ຫຼັງໄດ້ຮັບຄວາມເສຍຫາຍຮ້າຍແຮງ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ຊຸກຍູ້ໃຫ້ຜູ້ໃຊ້ນ້ຳກະກຽມຮັບມືກັບສະພາບແຫ້ງແລ້ງ

ລະດັບນ້ຳໃນແມ່ນ້ຳຂອງ ແລະ ສາຂາ ທີ່ຫຼຸດຕ່ຳເປັນປະຫວັດການ ຄາດວ່າຍັງຈະສືບຕໍ່ຫຼຸດລົງ ທັງໆທີ່ຫາກໍ່ເຂົ້າຕົ້ນລະດູແລ້ງໃນເດືອນຕຸລາ,​ ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳທີ່ຮັບຜິດຊອດການຕິດຕາມລະດັບນ້ຳ.“ລະດູຝົນຫາກໍ່ໝົດໄປ, ຕໍ່ຈາກນີ້ໄປລະດັບນ້ຳໃນແມ່ນ້ຳຂອງ ແລະ ບາງສາຂາ ຈະຍັງສືບຕໍ່ຫຼຸດລົງ, ” ທ່ານນາງ ອຸທອນ ເພັດຫຼວງສີ ຮອງຫົວໜ້າກົມອຸຕຸນະຍົມວິທະຍາ ແລະ ອຸທຸກະສາດ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນພະຫັດນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ແຂວງຄຳມ່ວນເດີນໜ້າພາລະກິດຟື້ນຟູຫຼັງນ້ຳຖ້ວມ, ຮຽກຮ້ອງການຊ່ວຍເຫຼືອແນວພັນພຶືດ

ແຂວງຄຳມ່ວນ: ອຳນາດການປົກຄອງເມືອງຍົມມະລາດແຂວງຄຳມ່ວນທີ່ປະສົບໄພນ້ຳຖ້ວມ ໄດ້ແຈກຢາຍເຂົ້າສານ, ນ້ຳດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຄອບຄົວທີ່ປະສົບໄພນ້ຳຖ້ວມ, ທັງໄດ້ເນັ້ນວ່າ ແນວພັນພືດກໍ່ເປັນສິ່ງໜຶ່ງທີ່ຈຳເປັນເລັ່ງດ່ວນ.ທ່ານ ຄູນສີ ແສງດາລາ ເຈົ້າເມືອງຍົມມະລາດ ໄດ້ລາຍງານຜ່ານສື່ມວນຊົນທີ່ລົງຢ້ຽມຢາມພື້ນທີ່ປະສົບໄພນ້ຳຖ້ວມເຂດແມ່ນ້ຳເຊບັ້ງໄຟ ໃນທ້າຍເດືອນສິງຫາເຖິງຕົ້ນເດືອນກັນຍາທີ່ຜ່ານມາ, ເຊິ່ງສົ່ງຜົນກະທົບຕໍ່ 23 ບ້ານ ແລະ ປະຊາຊົນ 11,617 ຄົນໃນຈຳນວນ 2,412 ຄອບຄົວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ

(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462

ລັດຖະບານແນະນຳໃຫ້ມະຫາຊົນຮັບຂໍ້ມູນກ່ຽວກັບໄພນ້ຳຖ້ວມຈາກແຫຼ່ງຂ່າວທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ມະຫາຊົນ ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງອຳນາດການປົກຄອງ ຈາກສື່ມວນຊົນພາກລັດ ແລະ ເພື່ອສຶກສາອົບຮົມແນວຄິດການເມືອງ ແລະ ຮັກສາຄວາມໝັ້ນຄົງຂອງຊາດ.ລັດຖະບານໄດ້ຊີ້ນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມານີ້ ເພື່ອເຜີຍແຜ່ຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມໃນທົ່ວປະເທດ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-directs-public-find-flood-facts-official-media-104459

ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229

ອຳນາດການປົກຄອງພາກໃຕ້ ເລັ່ງມືໃນການປະເມີນຄວາມເສຍຫາຍຫຼັງນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງກຳລັງເລັ່ງມືການປະເມີນຄວາມເສຍຫາຍ ແລະ ການສູນເສຍຍ້ອນໄພນ້ຳຖ້ວມ ເນື່ອງຈາກການພັດຜ່ານຂອງພະຍຸເຂດຮ້ອນໂປດູ ເຊິ່ງໄດ້ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ເຊັ່ນອາຄານໂຮງຮຽນ ທາງພາກໃຕ້ຂອງລາວ.ວານນີ້ ເຈົ້າໜ້າທີ່ຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ໄດ້ທາງກະຊວງຮຽກຮ້ອງໃຫ້ເຈົ້າໜ້າທີ່ທ້ອງຖິ່ນໃນໂຮງຮຽນທີ່ປະສົບໄພນ້ຳຖ້ວມ ເລັ່ງມືການປະເມີນຄວາມເສຍຫາຍທັງໝົດ ແລະ ລາຍງານຜົນສະຫຼຸບເປັນຕົວເລກໃຫ້ແກ່ກະຊວງ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/southern-laos-speeds-school-damage-appraisal-after-flooding-104379

ລັດຖະບານອອກມາດຕະການແກ້ໄຂກັບຜົນກະທົບຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເນັ້ນໜັກກ່ຽວກັບຄວາມພຽງພໍໃນການສະໜອງອາຫານ ແລະ ນ້ຳສະອາດ ຄຽງຄູ່ກັບຄວາມປອດໄພ ແລະ ການປ້ອງກັນພະຍາດ ສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມທີ່ຍັງຄົງພັກອາໄສຢູ່ໃນສູນພັກອາໄສຊົ່ວຄາວ.ລັດຖະບານໄດ້ຮັບຮອງມາດຕະການເພື່ອແກ້ໄຂນ້ຳຖ້ວມໃນປີນີ້ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມາ, ພາຍໃຕ້ການເປັນປະທານການຫາລືຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-decides-measures-address-flood-impact-104378

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mYC7S
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!