ແຂວງຄຳມ່ວນເດີນໜ້າພາລະກິດຟື້ນຟູຫຼັງນ້ຳຖ້ວມ, ຮຽກຮ້ອງການຊ່ວຍເຫຼືອແນວພັນພຶືດ

ແຂວງຄຳມ່ວນ: ອຳນາດການປົກຄອງເມືອງຍົມມະລາດແຂວງຄຳມ່ວນທີ່ປະສົບໄພນ້ຳຖ້ວມ ໄດ້ແຈກຢາຍເຂົ້າສານ, ນ້ຳດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຄອບຄົວທີ່ປະສົບໄພນ້ຳຖ້ວມ, ທັງໄດ້ເນັ້ນວ່າ ແນວພັນພືດກໍ່ເປັນສິ່ງໜຶ່ງທີ່ຈຳເປັນເລັ່ງດ່ວນ.

ທ່ານ ຄູນສີ ແສງດາລາ ເຈົ້າເມືອງຍົມມະລາດ ໄດ້ລາຍງານຜ່ານສື່ມວນຊົນທີ່ລົງຢ້ຽມຢາມພື້ນທີ່ປະສົບໄພນ້ຳຖ້ວມເຂດແມ່ນ້ຳເຊບັ້ງໄຟ ໃນທ້າຍເດືອນສິງຫາເຖິງຕົ້ນເດືອນກັນຍາທີ່ຜ່ານມາ, ເຊິ່ງສົ່ງຜົນກະທົບຕໍ່ 23 ບ້ານ ແລະ ປະຊາຊົນ 11,617 ຄົນໃນຈຳນວນ 2,412 ຄອບຄົວ.

ອ່ານຕໍ່…

ພົມພົງ ເຫຼົາອິນ