66 ຄົນທີ່ໂຊກດີລອດຊີວິດ? ປິດສາກການຄົ້ນຫາຜູ້ປະສົບໄພນ້ຳຖ້ວມທີ່ສູນຫາຍທີ່ອັດຕະປື

ໃນການລາຍງານສະຫຼຸບຕົວເລກ ຈາກສື່ຂ່າວສານຂອງລາວໃນວັນພະຫັດນີ້ ໃຫ້ຊາບວ່າ 66 ຜູ້ໂຊກດີ ພົບວ່າຍັງມີຊີວິດຢູ່, ຂະນະທີ່ຄະນະສະເພາະກິດໄພພິບັດຂອງລັດຖະບານລາວ ນຳໂດຍຮອງນາຍົກລັດຖະມົນຕີ ລາຍງານວ່າມີ 34 ຄົນແມ່ນຢືນຢັນວ່າເສຍຊີວິດ,​ 31 ຄົນຍັງຄົງສູນຫາຍ ແລະ ພົບອີກຫົກຄວາມເສຍຫາຍທີ່ເກີດຈາກໄພພິບັດຫຼັງນ້ຳຖ້ວມທີ່ແຂວງອັດຕະປື.ພາລະກິດການຄົ້ນຫາຜູ້ປະສົບໄພທີ່ຍັງຄົງຄ້າງ ຈາກໄພພິບັດສັນເຂື່ອນ D ເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍໃຕ້ກອງປະຊຸມ ເຊິ່ງນຳໂດຍທ່ານສອນໄຊ ສີພັນດອນ ຮອງນາຍົກລັັດຖະມົນຕີຂອງລາວໃນວັນພະຫັດນີ້ ເພື່ອພິຈາລະນາຢັ້ງຢືນບົດລາຍງານ ແລະ ບົດຂ່າວຕໍ່ສື່ມວນຊົນ ກ່ຽວກັບການສູນເສຍຊີວິດຈາກເຫດໄພພິບັດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ລາວທຽນທາມສ໌

ອັດຕາຄວາມທຸກຍາກຫຼັງໄພພິບັດຄາດວ່າຈະເພີ່ມຂຶ້ນ

ລັດຖະບານມີແຜນທົບທວນອັດຕາຄວາມທຸກຍາກ ພາຍໃຕ້ຄວາມກັງວົນວ່າ ຫຼາຍພັນຄອບຄົວອາດຫຼຸດລະດັບລົງຕ່ຳກວ່າມາດຕະຖານຄວາມທຸກຍາກ ພາຍຫຼັງໄພນ້ຳຖ້ວມຄັ້ງຮ້າຍແຮງ ໄດ້ສົ່ງຜົນກະທົບຕໍ່ຫຼາຍພາກຂອງປະເທດລາວ.ໄພພິບັດທາງທຳມະຊາດ-ຄັ້ງຮ້າຍແຮງທີ່ສຸດໃນຮອບຫຼາຍທົດສະວັດ- ໄດ້ສົ່ງຜົນກະທົບຕໍ່ 2,409 ໃນ 8,464 ບ້ານ, 115 ໃນ 148 ເມືອງ ໃນທົ່ວປະເທດ. ອ່ານຕໍ່ ...

Souksakhone Vaenkeo
http://ສຸກສາຄອນ ແຫວນແກ້ວ

ຄາດໝາຍການຂະຫຍາຍຕົວຂອງເສດຖະກິດລາວປັບລົງເປັນ 6.6% ຍ້ອນຜົນຈາກໄພນ້ຳຖ້ວມ

ຜູ້ທີ່ຕິດຕາມຂ່າວສານກ່ຽວກັບໄພນ້ຳຖ້ວມໃນລາວ, ລວມເຖິງໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດທີ່ຮຸນແຮງໃນພາກພື້ນ ແລະ ບັນຫາຄວາມຂັດແຍ່ງທາງດ້ານການຄ້າໃນທົ່ວໂລກ ຄົງຈະບໍ່ມີຄວາມສົງໄສໃນການປັບລົງເຊິ່ງເປົ້າໝາຍການຂະຫຍາຍຕົວດ້ານເສດຖະກິດຂອງລາວດັ່ງກ່າວ.ອ່ານຕໍ່ ...

ເດິລາວທຽນທາມສ໌

ການປະເມີນຄ່າຄວາມເສຍຫາຍ: ຄວາມຕ້ອງການດ້ານໄພພິບັດໃນລາວເພີ່ມສູງຂຶ້ນ ຕາມການປະເມີນຜົນກະທົບຂອງລັດຖະບານ, ສປຊ, ອີຢູ ແລະ ທະນາຄານໂລກ

ການສູນເສຍຊີວິດທີ່ເສົ້າສະຫຼົດ ແລະ ຜົນກະທົບໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ຍ້ອນໄພພິບັດທີ່ເກີດຈາກການກະໜ່ຳຂອງພະຍຸຝົນ ແລະ ກະແສນ້ຳ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າປີ 2018 ເປັນປີທີ່ໜັກໜ່ວງ ແລະ ທ້າທາຍຕໍ່ປະຊາຊົນລາວ. ອ່ານຕໍ່ ...

ເດິລາວທຽນທາມສ໌

ໄຕ້ຝຸ່ນມັງຄຸດເຮັດໃຫ້ເກີດນ້ຳຖ້ມກະທັນຫັນ ມີຜູ້ເສຍຊີວິດເປັນຍິງໜຶ່ງຄົນທີ່ໄຊຍະບູລີ

ໃນຕອນເຊົ້າຂອງວັນອັງຄານນີ້ ພາຍຫຼັງມີຝົນຕົກໜັກອັນເປັນຜົນມາຈາກໄຕ່ຝຸ່ນມັງຄຸດ ເຮັດໃຫ້ມີແມ່ຍິງໄວ 50 ປີເສຍຊີວິດຍ້ອນນ້ຳຖ້ວມກະທັນຫັນທີ່ເມືອງຄົບ ແຂວງໄຊຍະບູລີ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ປະຊາຊົນແຂວງບໍ່ແກ້ວຫຍຸ້ງຍາກໃນການຟື້ນຟູຄວາມເສຍຫາຍຈາກພະຍຸ

ບັນດາຄົວເຮືອນທີ່ສູນເສຍຊັບສິນ, ເຄື່ອງປູກຂອງຝັງ ແລະ ສັດລ້ຽງ ເນື່ອງຈາກພະຍຸຝົນໝາກເຫັບຕົກ ແລະ ລົມແຮງທີ່ກະໜ່ຳແຂວງບໍ່ແກ້ວໃນໄລຍະຜ່ານມາ ຍັງຕ້ອງການຄວາມຊ່ວຍເຫຼືອໃນການສ້ອມແປງເຮືອນຊານ ແລະ ແກ້ໄຂຊີວິດການເປັນຢູ່.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນ້ຳຖ້ວມທີ່ແຂວງເຊກອງສ້າງຄວາມເສຍຫາຍ ແລະ ສົ່ງຜົນກະທົບກວ່າ 5,000 ຄອບຄົວ

ຄວາມເສຍຫາຍຕໍ່ຊັບສິນໃນສີ່ຕົວເມືອງໃນແຂວງເຊກອງຄາດຄະເນວ່າມີມູນຄ່າເກີນ 60 ຕື້ກີບ ຫຼັງຈາກທີ່ຫຼາຍກວ່າ 5,000 ຄອບຄົວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ຜ່ານມາ. ຕາມການລາຍງານຂອງເຈົ້າໜ້າທີ່, ຝົນຕົກໜັກທີ່ພັດກະໜ່ຳເມືອງດັກຈຶ້ງ, ລະມາມ, ທ່າແຕງ ແລະ ກະລຶມ ເຮັດໃຫ້ມີຄອບຄົວທັງໝົດ 5,584 ຄອບຄົວໄດ້ຮັບຜົນກະທົບຕໍ່ຊັບສິນໃນຫຼາຍລະດັບ.ອ່ານຕໍ່  ...

Times Reporters

ກະຊວງກະສິກຳຂົນຂວາຍຫາແຫຼ່ງທຶນໃນການສ້ອມແປງລະບົບຊົນລະປະທານທີ່ຖືກເສຍຫາຍ

ກະຊວງກະສິກຳ ແລະ ປ່າໄມ້ຈະເລັ່ງຮ່ວມມືກັບເຈົ້າໜ້າທີ່ຂັ້ນແຂວງ ເພື່ອຂົນຂວາຍຫາທຶນຮອນໃນການສ້ອມແປງລະບົບຊົນລະປະທານທີ່ຖືກເສຍຫາຍຈາກໄພນ້ຳຖ້ວມ ແລະ ຊ່ວຍເຫຼືອຊາວກະສິກອນໃນການປູກພືດລະດູແລ້ງ. ຜ່ານມາມີໂຄງການຊົນລະປະທານກວ່າ 600 ໂຄງການໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກ ອັນເປັນຜົນມາຈາກ ພະຍຸລະດູຮ້ອນ ສົນຕິນ ແລະ ເບບິນກາໃນເດືອນແລ້ວນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍາກອນອາກາດເຕືອນໄພພະຍຸລະດູຮ້ອນບາຣີຈັດ

ພະຍຸລະດູຮ້ອນບາຣີຈັດ ຄາດວ່າຈະສົ່ງຜົນຕໍ່ພື້ນທີ່ພາກເໜືອ ແລະ ພາກກາງຂອງລາວ ໃຫ້ທຸກຄົນຈົ່ງມີສະຕິລະວັງຝົນຕົກໜັກ ແລະ ລົມແຮງຍ້ອນພາຍຸດັ່ງກ່າວໃນລະຫວ່າງວັນທີ 12-18 ກັນຍານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຍອດຜູ້ເສຍຊີວິດຈາກໄພນ້ຳຖ້ວມເພີ່ມຂຶ້ນ

ພົບໜຶ່ງສົບຜູ້ເສຍຊີວິດທີ່ຫ້ວຍທ່າເຮົາ ບ້ານແກ້ງແຮດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນອາທິດທີ່ຜ່ານມາ ໃນຂະນະທີ່ອີກໜຶ່ງຄົນຍັງສູນຫາຍ ແລະ ຄາດວ່າອາດຈົມນ້ຳ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

U7cV6
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!