News

66 ຄົນທີ່ໂຊກດີລອດຊີວິດ? ປິດສາກການຄົ້ນຫາຜູ້ປະສົບໄພນ້ຳຖ້ວມທີ່ສູນຫາຍທີ່ອັດຕະປື

ໃນການລາຍງານສະຫຼຸບຕົວເລກ ຈາກສື່ຂ່າວສານຂອງລາວໃນວັນພະຫັດນີ້ ໃຫ້ຊາບວ່າ 66 ຜູ້ໂຊກດີ ພົບວ່າຍັງມີຊີວິດຢູ່, ຂະນະທີ່ຄະນະສະເພາະກິດໄພພິບັດຂອງລັດຖະບານລາວ ນຳໂດຍຮອງນາຍົກລັດຖະມົນຕີ ລາຍງານວ່າມີ 34 ຄົນແມ່ນຢືນຢັນວ່າເສຍຊີວິດ,​ 31 ຄົນຍັງຄົງສູນຫາຍ ແລະ ພົບອີກຫົກຄວາມເສຍຫາຍທີ່ເກີດຈາກໄພພິບັດຫຼັງນ້ຳຖ້ວມທີ່ແຂວງອັດຕະປື.ພາລະກິດການຄົ້ນຫາຜູ້ປະສົບໄພທີ່ຍັງຄົງຄ້າງ ຈາກໄພພິບັດສັນເຂື່ອນ D ເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍໃຕ້ກອງປະຊຸມ ເຊິ່ງນຳໂດຍທ່ານສອນໄຊ ສີພັນດອນ ຮອງນາຍົກລັັດຖະມົນຕີຂອງລາວໃນວັນພະຫັດນີ້ ເພື່ອພິຈາລະນາຢັ້ງຢືນບົດລາຍງານ ແລະ ບົດຂ່າວຕໍ່ສື່ມວນຊົນ ກ່ຽວກັບການສູນເສຍຊີວິດຈາກເຫດໄພພິບັດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ລາວທຽນທາມສ໌

ເຈົ້າໜ້າທີ່ຢືນຢັນພົບຊິ້ນສ່ວນຂອງຜູ້ປະສົບເຄາະເພີ່ມເຕີມ

ເມືອງສະໜາມໄຊ ແຂວງອັດຕະປື: ເຈົ້າໜ້າທີ່ຮັບຜິດຊອບພາລະກິດກູ້ໄພໃນການຄົ້ນຫາຜູ້ປະສົບເຄາະທີ່ສູນຫາຍ ເຊິ່ງໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຈ້ງວ່າໄດ້ພົບຊິ້ນສ່ວນຊາກສົບຂອງຜູ້ປະສົບເຄາະເພີ່ມເຕີມໃນວັນທີ 28 ກໍລະກົດ. ນັບແຕ່ເກີດເຫດໄພພິບັດດັ່ງກ່າວໃນວັນທີ 23 ກໍລະກົດມານີ້ ທີມກູ້ໄພໄດ້ຄົ້ນພົບຊິ້ນສ່ວນຂອງຜູ້ສູນຫາຍແລ້ວ 10 ຄົນ.ອ່ານຕໍ່ ...

ບຸນແພງ ໄພມະນີວົງ

ນາຍົກກ່າວ: ນັກກູ້ໄພເດີນໜ້າຄົ້ນຫາ 131 ຄົນທີ່ຍັງສູນຫາຍ

ທ່ານ ທອງລຸນ ສີສຸລິດ ກ່າວວ່າ ນັກກູ້ໄພກຳລັງເດີນໜ້າເພື່ອຄົ້ນຫາປະຊາຊົນ 131 ຄົນທີ່ຍັງສູນຫາຍຕັ້ງແຕ່ຄືນວັນຈັນທີ່ຜ່ານມາ ຫຼັງຈາກເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍແຕກ ສົ່ງຜົນໃຫ້ເກີດໄພນ້ຳຖ້ວມໃນຫຼາຍບ້ານທີ່ແຂວງອັດຕະປື.ອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ສາທາລະນະສຸກໃຫ້ການຊວຍເຫຼືອສຸກເສີນແກ່ຜູ້ປະສົບເຄາະນ້ຳຖ້ວມທີ່ແຂວງອັດຕະປື

ທີມແພດສຸກເສີນຈາກໂຮງໝໍສູນກາງ, ເຈົ້າໜ້າທີ່ສາທາລະນະສຸກ ແລະ ອາສາສະໝັກແຂວງຂຸ້ນຂ້ຽວຊ່ວຍເຫຼືອປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ອັດຕະປື ເພື່ອຮັບປະກັນໃຫ້ທຸກຄົນມີສຸຂະພາບແຂງແຮງ. ເຖິງແມ່ນວ່າຊຸມຊົນທີ່ໄດ້ຮັບຜົນກະທົບຈະໄດ້ຮັບການຊ່ວຍເຫຼືອບາງສ່ວນຈາກອຳນາດການປົກຄອງແຂວງ, ຜູ້ບໍລິຈາກ ແລະ ອົງການຈັດຕັ້ງສາກົນ, ຍັງມີຫຼາຍຄອບຄົວຕ້ອງການຄວາມຊ່ວຍເຫຼືອດ້ານການບໍລິການການແພດ, ສຸຂະອະນາໄມ ແລະ ສຸຂາພິບານ, ແລະ ສະບຽງອາຫານເພື່ອບໍລິໂພກ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

khR5C
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!