66 ຄົນທີ່ໂຊກດີລອດຊີວິດ? ປິດສາກການຄົ້ນຫາຜູ້ປະສົບໄພນ້ຳຖ້ວມທີ່ສູນຫາຍທີ່ອັດຕະປື

ໃນການລາຍງານສະຫຼຸບຕົວເລກ ຈາກສື່ຂ່າວສານຂອງລາວໃນວັນພະຫັດນີ້ ໃຫ້ຊາບວ່າ 66 ຜູ້ໂຊກດີ ພົບວ່າຍັງມີຊີວິດຢູ່, ຂະນະທີ່ຄະນະສະເພາະກິດໄພພິບັດຂອງລັດຖະບານລາວ ນຳໂດຍຮອງນາຍົກລັດຖະມົນຕີ ລາຍງານວ່າມີ 34 ຄົນແມ່ນຢືນຢັນວ່າເສຍຊີວິດ,​ 31 ຄົນຍັງຄົງສູນຫາຍ ແລະ ພົບອີກຫົກຄວາມເສຍຫາຍທີ່ເກີດຈາກໄພພິບັດຫຼັງນ້ຳຖ້ວມທີ່ແຂວງອັດຕະປື.

ພາລະກິດການຄົ້ນຫາຜູ້ປະສົບໄພທີ່ຍັງຄົງຄ້າງ ຈາກໄພພິບັດສັນເຂື່ອນ D ເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍໃຕ້ກອງປະຊຸມ ເຊິ່ງນຳໂດຍທ່ານສອນໄຊ ສີພັນດອນ ຮອງນາຍົກລັັດຖະມົນຕີຂອງລາວໃນວັນພະຫັດນີ້ ເພື່ອພິຈາລະນາຢັ້ງຢືນບົດລາຍງານ ແລະ ບົດຂ່າວຕໍ່ສື່ມວນຊົນ ກ່ຽວກັບການສູນເສຍຊີວິດຈາກເຫດໄພພິບັດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ອ່ານຕໍ່…

ລາວທຽນທາມສ໌