ໄພພິບັດ

ໄພນ້ຳຖ້ວມ

ລົມພາຍຸໂນຣູ ພັດພາກເອົາຊີວິດປະຊາຊົນແຂວງເຊກອງ

ນໍ້າຖ້ວມຢູ່ແຂວງເຊກອງ ທີ່ເກີດຈາກພາຍຸເຂດຮ້ອນໂນຣູ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຂະນະທີ່ພາກໃຕ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເປັນບໍລິເວນກວ້າງ ພາຍຫຼັງຝົນຕົກໜັກຕິດຕໍ່ກັນໃນວັນທີ 27-30 ກັນຍານີ້. ມີຈຳນວນ 28 ໝູ່ບ້ານໃນແຂວງເຊກອງຖືກນໍ້າຖ້ວມ, ໄຟຟ້າຂາດ, ເສັ້ນທາງເປ່ເພ, ທົ່ງໄຮ່ທົ່ງນາຖືກນໍ້າຖ້ວມ, ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ

ເຂື່ອນມີການເຕືອນໄພ ໃນໄລຍະທີ່ພະຍຸໄຕ້ຝຸ່ນໂນຣູ ຢັບໃກ້ເຂົ້າປະເທດລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກພະຍາກອນອາກາດ ໂດຍໃຫ້ຮູ້ວ່າ: ພາຍຸໄຕ້ຝຸ່ນໂນຣູ ຄາດວ່າຈະພັດເຂົ້າຝັ່ງຫວຽດນາມ ໃນວັນພຸດນີ້ ກ່ອນຈະພັດຜ່ານພາກກາງ ແລະ ພາກໃຕ້ຂອງລາວ ໃນລະຫວ່າງວັນທີ 28-30 ກັນຍານີ້. ຂະນະ​ນີ້ ​ໂນ​ຣູ ພວມ​ເດີນ​ທາງ​ຜ່ານ​ເຂດ​ທະ​ເລ​ຈີນ​ໃຕ້​ພາກ​ກາງ ​ແລະ ຄາດ​ວ່າ​ຈະ​ເຂົ້າ​ມາ​ຝັ່ງ​ພາກ​ກາງ​ຂອງ​ຫວຽດນາມ ​ແລະ ​ໃນ​ທີ່​ສຸດ​ໃນ​ລາວ, ຕາມ​ການ​ຄາດ​ຄະ​ເນ.ອ່ານເພິ່ມເຕີມ ...

ພອນທຳ ວິສາປຣະ

ພາຍຫລັງລົມພາຍຸເຂດຮ້ອນ Ma-On ພັດຜ່ານພາກເໜືອຂອງລາວ ເປັນເວລາຫຼາຍອາທິດ, ປະຊາຊົນກໍພະຍາຍາມຟື້ນຕົວຄືນ

ຫລັງຈາກພາຍຸເຂດຮ້ອນ Ma-On ໄດ້ພັດເຂົ້າເຂດອາຊີຕາເວັນອອກສ່ຽງໃຕ້ ເປັນເວລາ 2 ອາທິດ, ພາກເໜືອຂອງລາວ ກໍາລັງພະຍາຍາມຟື້ນຕົວຈາກຄວາມພິນາດ, ຍ້ອນການປະເຊີນກັບໂຄງສ້າງພື້ນຖານທີ່ເສຍຫາຍ, ເນື້ອທີ່ນາຖືກນໍ້າຖ້ວມ, ປະຊາຊົນຫຼາຍຮ້ອຍຄົນຖືກຍົກຍ້າຍ ຍ້ອນມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດທີ່ມາຈາກການຂາດແຄນນໍ້າສະອາດ.ອ່ານເພິ່ມເຕີມ  ...

RFA Lao

ເຂື່ອນໃດແນ່ໃນລາວທີ່ລະບາຍນ້ຳອອກ?

ຂະນະ​ທີ່​ຝົນ​ມໍ​ລະ​ສຸມ​ໄດ້​ພັດ​ເຂົ້າ​ມາ​ໃນ​ປະ​ເທດ​ລາວ ​ແລະ ລະດັບ​ແມ່ນ້ຳຂອງ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ທົ່ວ​ປະ​ເທດ, ​ໂຄງການ​ໄຟຟ້າ​ນ້ຳຕົກ​ຫຼາຍ​ໂຄງການ​ໄດ້​ຖືກ​ບັງຄັບ​ໃຫ້​ປ່ອຍ​ນ້ຳ. ເຂື່ອນ​ເຫຼົ່າ​ນີ້​ຢູ່​ໃສ ແລະ ​ເມື່ອ​ໃດ​ເຂົາ​ເຈົ້າ​ຈະລະບາຍ​ນ້ຳອອກ?ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ລັດຖະບານໄດ້ຮັບການແຈ້ງເຕືອນຈາກໂຮງງານໄຟຟ້ານ້ຳຕົກ 5 ແຫ່ງໃນຊຸມວັນມໍ່ໆມານີ້ ກ່ຽວກັບການປ່ອຍນ້ຳອອກຈາກເຂື່ອນຂອງເຂົາເຈົ້າ, ອີງຕາມກະຊວງພະລັງງານ ແລະ ບໍ່ແຮ່.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ແຈ້ງເຕືອນໄພນ້ຳລົ້ນຢູ່ບັນດາຊຸມຊົນແມ່ນ້ຳຂອງ

ແຂວງໄຊຍະບູລີ ແຈ້ງເຕືອນປະຊາຊົນທີ່ອາໃສຢູ່ລຽບຕາມລຳແມ່ນ້ຳຂອງ ໃຫ້ກຽມພ້ອມຮັບມືກັບໄພນໍ້າຖ້ວມ ຂະນະທີ່ປະເທດເພື່ອນບ້ານ(ໄທ) ກໍໄດ້ເຕືອນ 7 ແຂວງພາກຕາເວັນອອກສ່ຽງເໜືອ ໃຫ້ລະວັງໄພນໍ້າຖ້ວມກະທັນຫັນຕາມລຳແມ່ນ້ຳຂອງຈົນເຖິງວັນພະຫັດ.  ທາງການລາວ ໄດ້ປະກາດ ແຈ້ງເຕືອນ ຫລັງຈາກ ຝົນຕົກໜັກໃນໄລຍະສອງສາມວັນທີ່ຜ່ານມານີ້ ຊຶ່ງເຮັດໃຫ້ລະດັບແມ່ນໍ້າຂອງສູງຂຶ້ນ. ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ອອກແຈ້ງການໃນວັນເສົາວານນີ້ ໂດຍແຈ້ງໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເບື້ຶອງເທິງ ແລະ ລຸ່ມເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ ກຽມພ້ອມຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ ແລະ ໃຫ້ຍ້າຍເຄື່ອງຂອງ ແລະ ສັດລ້ຽງໄປໄວ້ທີ່ສູງ. ຕາມແຈ້ງການດັ່ງກ່າວ, ນ້ຳຖ້ວມອາດຈະເກີດຂຶ້ນພາຍຫຼັງເຂື່ອນໄຟຟ້ານ້ຳອູ – ສາຂາແມ່ນ້ຳຂອງ – ແມ່ນ້ຳຂອງ ເລີ່ມປ່ອຍນ້ຳອອກຕື່ມອີກ ຫຼັງຈາກຝົນຕົກໜັກໃນຫຼາຍພາກຂອງປະເທດລາວໃນຊຸມມື້ທີ່ຜ່ານມາ, ໂດຍສະເພາະຢູ່ພາກເໜືອ.ອ່ານເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ

ປະຊາຊົນຫຼາຍພັນຄົນຢຸ່ທາງພາກເໜືຶອໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ປະຊາຊົນ ຫລາຍພັນຄົນຢູ່ທາງພາກເໜືອຂອງລາວ ໄດ້ຮັບຄວາມເດືອດຮ້ອນ ຈາກນ້ຳຫຼັ່ງໄຫລທີ່ເກີດຈາກຝົນຕົກໜັກຫລາຍວັນ. ແຂວງໄຊຍະບູລີ, ຫົວພັນ ແລະ ບາງສ່ວນຂອງແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບໜັກທີ່ສຸດ, ມີຢ່າງໜ້ອຍ 10 ເມືອງໄດ້ຮັບຜົນກະທົບ. ​ໃນ​ບາງ​ທ້ອງ​ຖິ່ນ, ຖະໜົນ​ຫົນທາງ​ບໍ່​ສາມາດສັນຈອນໄດ້, ການ​ສະໜອງ​ນ້ຳ ​ແລະ ​ໄຟຟ້າກໍ​ຖືກ​ຕັດຂາດ.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ບັນດາໝູ່ບ້ານຖືກນໍ້າຖ້ວມສາເຫດຍ້ອນຝົນຕົກໜັກຢູ່ສອງແຂວງ

ລະດັບແມ່ນ້ຳໄດ້ເພິ່ມຂື້ນ ແລະ ຖ້ວມບັນດາຜົນລະປູກ, ທົ່ງນາ, ສວນ, ໜອງປາ ແລະ ເຮືືອນປະຊາຊົນ ພາຍຫຼັງຝົນຕົກໜັກເປັນເວລາສາມວັນຢູ່ບັນດາສອງແຂວງທາງພາກເໜືອ. ສອງຕົວເມືອງ ແລະ ເຂດເສດຖະກິດພິເສດບໍເຕັນ ແຂວງຫຼວງນ້ຳທາແມ່ນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ຫຼາຍໝູ່ບ້ານຖືກນໍ້າຖ້ວມຍ້ອນຝົນຕົກໜັກຢູ່ບັນດາແຂວງໃນລາວ

ປະຊາຊົນຫຼາຍພັນຄົນຢູ່ບັນດາຫຼາຍແຂວງປະສົບກັບໄພນ້ຳຖ້ວມຈາກເຫດການຝົນຕົກໜັກຫຼາຍວັນຊຶ່ງກະທົບຊຸມຊົນຫຼາຍບ້ານຢູ່ ແຂວງໄຊຍະບູລີ, ບໍແກ້ວ, ຊຽງແຂວງ ແລະ ວຽງຈັນ. ເມືອງໄຊຍະບູລີເປັນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່ ຈາກບັນດາ 10 ໝູ່ບ້ານທີ່ໄດ້ຮັບຜົນກະທົບ. ລະບົບຖະໜົນຫົນທາງ, ນ້ຳ ແລະ ໄຟຟ້າຖືກຕັດ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຄື່ອນຍ້າຍຖິ່ນຖານຫຼົບໄພ.  ອ່ານເພິ່ມເຕີມ .  ...

ສີລັດດາ ສຸລິວົງ

ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ

(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...

KPL News Desk

ລັດຖະບານພະຍາຍາມຟື້ນຢູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນ້ຳຖ້ວມ ພາຍໃຕ້ງົບປະມານທີ່ຈຳກັດ

ວຽງຈັນ (ວຽງຈັນທາມສ໌ Times/ANN) – ລັດຖະບານຄາດຄະເນຕ້ອງໃຊ້ງົບປະມານ 3 ພັນຕື້ກີບ ໃນການສ້ອມແປງຄວາມເສຍຫາຍທີ່ເກີດຂຶ້ນຈາກໄພນຳຖ້ວມ ແລະ ຟື້ນຟູຊຸມຊົນທີ່ປະສົບໄພໃຫ້ກັບສູ່ສະພາບປົກກະຕິ.ຜົນກະທົບຈາກໄພພິບັດເປັນສິ່ງທ້າທາຍຕົ້ນຕໍສຳລັບປະເທດລາວ ໃນການກ້າວສູ່ການລຶບລ້າງຄວາມທຸກຍາກ, ເຊິ່ງວ່າມາເຖິງປະຈຸບັນ ຫຼາຍຄອບຄົວໄດ້ສູນເສຍທີ່ຢູ່ອາໄສ ຍ້ອນຜົນຈາກໄພນ້ຳຖ້ວມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6WfaR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!