ແຈ້ງເຕືອນໄພນ້ຳລົ້ນຢູ່ບັນດາຊຸມຊົນແມ່ນ້ຳຂອງ

ແຂວງໄຊຍະບູລີ ແຈ້ງເຕືອນປະຊາຊົນທີ່ອາໃສຢູ່ລຽບຕາມລຳແມ່ນ້ຳຂອງ ໃຫ້ກຽມພ້ອມຮັບມືກັບໄພນໍ້າຖ້ວມ ຂະນະທີ່ປະເທດເພື່ອນບ້ານ(ໄທ) ກໍໄດ້ເຕືອນ 7 ແຂວງພາກຕາເວັນອອກສ່ຽງເໜືອ ໃຫ້ລະວັງໄພນໍ້າຖ້ວມກະທັນຫັນຕາມລຳແມ່ນ້ຳຂອງຈົນເຖິງວັນພະຫັດ.  ທາງການລາວ ໄດ້ປະກາດ ແຈ້ງເຕືອນ ຫລັງຈາກ ຝົນຕົກໜັກໃນໄລຍະສອງສາມວັນທີ່ຜ່ານມານີ້ ຊຶ່ງເຮັດໃຫ້ລະດັບແມ່ນໍ້າຂອງສູງຂຶ້ນ. ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ອອກແຈ້ງການໃນວັນເສົາວານນີ້ ໂດຍແຈ້ງໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເບື້ຶອງເທິງ ແລະ ລຸ່ມເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ ກຽມພ້ອມຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ ແລະ ໃຫ້ຍ້າຍເຄື່ອງຂອງ ແລະ ສັດລ້ຽງໄປໄວ້ທີ່ສູງ. ຕາມແຈ້ງການດັ່ງກ່າວ, ນ້ຳຖ້ວມອາດຈະເກີດຂຶ້ນພາຍຫຼັງເຂື່ອນໄຟຟ້ານ້ຳອູ – ສາຂາແມ່ນ້ຳຂອງ – ແມ່ນ້ຳຂອງ ເລີ່ມປ່ອຍນ້ຳອອກຕື່ມອີກ ຫຼັງຈາກຝົນຕົກໜັກໃນຫຼາຍພາກຂອງປະເທດລາວໃນຊຸມມື້ທີ່ຜ່ານມາ, ໂດຍສະເພາະຢູ່ພາກເໜືອ.

ອ່ານເພິ່ມເຕີມ…

ຜູ້ລາຍງານຂ່າວທາມສ