ກະສິກຳ ແລະ ການປະມົງ

ນະຄອນຫຼວງວຽງຈັນຈະສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ລາວ, ເພີ່ມທະວີການປົກປ້ອງຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນຫຼວງວຽງຈັນ ມີເຈດຈຳນົງໃນການສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ລາວ ແລະ ເສີມຂະຫຍາຍການຜະລິດກະສິກຳອິນຊີໃນນະຄອນຫຼວງວຽງຈັນ ເພື່ອສ້າງວຽກເຮັດງານທຳ ແລະ ເສີມຂະຫຍາຍລາຍຮັບ.ບັນຫາເຫຼົ່ານີ້ ໄດ້ມີການຫາລືໃນກອງປະຊຸມ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ອົງການ FAO ສົ່ງເສີມການປັບປຸງລ້ຽງສັດປີກຂອງຊາວກະສິກອນແຂວງຫຼວງພະບາງ

(ຂປລ) ກອງປະຊຸມໄລຍະສອງວັນເພື່ອປະເມີນຜົນ ແລະ ແລກປ່ຽນຂໍ້ສະຫຼຸບ, ຖອດຖອນບົດຮຽນ ແລະ ການສ້າງຄວາມຍືນຍົງຕໍ່ຜົນສຳເລັດຂອງໂຄງການ “ບໍລິຫານຄວາມສ່ຽງຕາມຕ່ອງໂສ້ການລ້ຽງ ແລະ ການຕະຫຼາດສັດປີກແຂວງຫຼວງພະບາງ” ໄດ້ສຸມໃສ່ການສ້າງຍຸດທະສາດ ເພື່ອປັບປຸງຄວາມປອດໄພ ແລະ ສຸຂະພາບຂອງການລ້ຽງໄກ່ ບວກກັບການເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການລ້ຽງສັດປີກຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ບໍລິສັດລາວ, ມຽນມາ, ໄທ ຮ່ວມມືໃນການຊື້ຂາຍເຂົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ສາມບໍລິສັດຈາກລາວ, ມຽນມາ ແລະ ໄທ ໄດ້ຕົກລົງຮ່ວມທຸລະກິດກັນໃນການຊື້ຂາຍເຂົ້າ, ເພື່ອແນໃສ່ປັບປຸງສະຖານະການຂອງຊາວກະສິກອນໃນສາມປະເທດ ໃຫ້ເຂົາເຈົ້າເນັ້ນໃສ່ການຜະລິດເຂົ້າທີ່ມີຄຸນນະພາບເພື່ອຈຳໜ່າຍ.ການລິເລີ່ມດັງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ຢູ່ລາວ ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊື້ຂາຍເຂົ້າລະຫວ່າງ ບໍລິສັດ ABA NARES ຂອງມຽນມາ, ບໍລິສັດ ຫອມໄຊ ກະສິກຳຂາອອກ-ຂາເຂົ້າຈຳກັດຜູ້ດຽວຂອງລາວ ຮ່ວມກັບບໍລິສັດ ສະຢາມໂກເດິ້ນຮ໋ອສ໌ ຂອງໄທ.ອ່ານຕໍ່ ...

ໂຕະຂ່າວ

ຊາວກະສິກອນ, ເຈົ້າໜ້າທີ່ ຫາລືຊ່ອງທາງໃນການຂະຫຍາຍຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຈາກນະຄອນຫຼວງວຽງຈັນ ແລະ ພື້ນທີ່ພາກກາງ ໄດ້ຮ່ວມປະຊຸມໃນວັນຈັນຜ່ານມານີ້ ກັບເຈົ້າໜ້າທີ່ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເພື່ອຫາລືຂໍ້ບັນຫາທີ່ເຂົາເຈົ້າປະສົບໃນຕົວຈິງ.“ພວກເຮົາຕ້ງການໃຫ້ຜູ້ຜະລິດ ແລະ ຜູ້ຊື້ຫາລືກ່ຽວກັບຄວາມຕ້ອງການຂອງຕົນ. ຖ້າພວກເຂົາບໍ່ສື່ສານກັນ, ຊາວກະສິກອນຈະປູກແຕ່ສິ່ງທີ່ເຂົາເຈົ້າຄິດວ່າເປັນທີ່ຕ້ອງການຂອງຕະຫຼາດ ເຊິ່ງຫຼາຍກໍລະນີກໍເກີນຄວາມຕ້ອງການ ຫຼື ບໍ່ພຽງພໍຕໍ່ຄວາມຕ້ອງການໃນຕົວຈິງ,” ເຈົ້າໜ້າທີ່ກ່ຽວຂ້ອງກ່າວໃນກອງປະຊຸມ ທີ່ສູນຄົ້ນຄວ້າກະສິກຳ ຫາດດອກແກ້ວ ເມືອງຫາດຊາຍຟອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ທິດຊີ້ນຳໃໝ່ກ່ຽວກັບການນຳເຂົ້າ / ສົ່ງອອກສິນຄ້າກະສິກຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດລາຍການປະເພດສິນຄ້າ ແລະ ປະລິມານສິນຄ້າກະເສດ ແລະ ພືດທີ່ສາມາດນຳເຂົ້າ ແລະ ສົ່ງອອກຜ່ານດ່ານພາສີຊາຍແດນຂອງລາວ.ພາຍໃຕ້ແນວທາງໃໝ່ດັ່ງກ່າວ ແຕ່ລະຄົວເຮືອນຄວນມີເຄື່ອງມື ແລະ ເຄື່ອງຈັກການກະເສດ ເຊັ່ນ ລົດໄຖ. ແຕ່ລະຄົວເຮືອນຄວນມີລົດໄຖຢ່າງໜ້ອຍໜຶ່ງຄັນ, ມີຈັກໂປມນ້ຳ ໜຶ່ງເຄື່ອງ ແລະ ຈັກບົດອາຫານໜຶ່ງເຄື່ອງ. ນອກນີ້ຍັງຕ້ອງມີຈັກນວດເຂົ້າ ແລະ ຈັກສີເຂົ້າໜຶ່ງເຄື່ອງຕໍ່ໜຶ່ງຄົວເຮືອນ, ຕາມທິດຊີ້ນຳໃໝ່ຂອງກະຊວງການເງິນ.ຄົນໜຶ່ງຄົນສາມາດນຳເຂົ້າ ແລະ ສົ່ງອອກສິນຄ້າກະເສດ ແລະ ພືດຕໍ່ວັນດັ່ງນີ້: ສາລີຫວານ 10 ກິໂລ, ແກ່ນພືດ 200 ກຼາມ, ແກ່ນໝາກຖົ່ວ 5 ກິໂລ, ສະປໍເຫັດ 10 ຂວດ, ເຫັດສົດ 5 ກິໂລ, ປຸ໋ຍເຄມີ ສອງເປົາ, ...

ໂຕະຂ່າວ

ອອສ໌ເຕຣເລຍ ຊ່ວຍໃນການປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນໃນລາວ

(ຂປລ) ກະຊວງການຕ່າງປະເທດ ແລະ ການຄ້າອອສ໌ເຕຼເລຍ (DFAT) ຖະແຫຼງການຮ່ວມມືຂະແໜງການເອກະຊົນ ເພື່ອປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນໃນລາວ ໂດຍການສ້າງຄວາມເຂັ້ມແຂງໃນການລ້ຽງຄວາຍ ແລະ ໂຄນົມ.ການຮ່ວມມືດັ່ງກ່າວຈະເຕົ້າໂຮມທຸລະກິດເພື່ອສັງຄົມ ໂຄນົມລາວ(LBD), ວິທະຍາໄລກະສິກຳປ່າໄມ້ພາກເໜືອ (NAFC), ພະແນກສາທາລະນະສຸກແຂວງ ແລະ  ກະຊວງການຕ່າງປະເທດ ແລະ ການຄ້າອອສ໌ເຕຼເລຍ (DFAT) ເພື່ອສົ່ງເສີມການລ້ຽງໂຄນົມເພື່ອປັບປຸງຊີວິດການເປັນຢູ່ໃນຊົນນະບົດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຊາວບ້ານທີ່ຫາປາໃກ້ເຂື່ອນໄຟຟ້າ ດອນສະໂຮງ ລາຍງານວ່າຫາປາໄດ້ໜ້ອຍລົງ

ຊາວບ້ານທີ່ອາໄສຢູ່ໃກ້ກັບເຂື່ອນໄຟຟ້າ ດອນສະໂຮງ ເຊິ່ງເປັນເຂື່ອນໄຟຟ້າຂະໜາດໃຫຍ່ໃນສາຍແມ່ນ້ຳຂອງ ເຊິ່ງການກໍ່ສ້າງໃກ້ຈະສຳເລັດແລ້ວ ລາຍງານວ່າຫາປາໄດ້ໜ້ອຍລົງ.ເຂື່ອນດັ່ງກ່າວ ເຊິ່ງຈະທຳການທົດສອບລະບົບໄລຍະສຸດທ້າຍໃນຕົ້ນເດືອນໜ້າ ຈະເລີ່ມເປີດດຳເນີນການເຕັມໂຕພາຍໃນທ້າຍປີນີ້.ເຂື່ອນໄຟຟ້າ ດອນສະໂຮງ ແມ່ນໜຶ່ງໃນເຂື່ອນຂະໜາດໃຫຍ່ຈຳນວນຫ້າແຫ່ງຂອງລາວ ທີ່ມີແຜນການກໍ່ສ້າງໃນສາຍແມ່ນ້ຳຂອງ, ຕາມຍຸດທະສາດຂອງລາວໃນການເປັນ “ໝໍ້ໄຟ” ແຫ່ງພາກພື້ນອາຊີຕາເວັນອອກສຽງໃຕ້, ແຕ່ຫຼາຍຄົນກໍມີຄວາມກັງວົນວ່າ ແຜນການອັນສູງສົ່ງດັ່ງກ່າວ ຈະສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ.ອ່ານຕໍ່  ...

ໜ່ວຍຂ່າວ RFA ລາວ ແລະ ຫວຽດນາມ

ລາວມີເປົ້າໝາຍຂຶ້ນທະບຽນທຸລະກິດປຸ໋ຍເຄມີ, ຊີວະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງ ພວມດຳເນີນການຂຶ້ນທະບຽນບໍລິສັດປຸ໋ຍເຄມີ ແລະ ຊີວະພາບ ເພື່ອຄວບຄຸມຄຸນນະພາບຂອງຜະລິດຕະພັນ ແລະ ຫຼຸດຜ່ອນຜົນເສຍຕໍ່ຄົນ ແລະ ສິ່ງແວດລ້ອມ.ປະຈຸບັນ ມີບໍລິສັດປຸ໋ຍເຄມີ ແລະ ຊີວະພາບ ສາມບໍລິສັດ ທີ່ຂຶ້ນທະບຽນຕາມກົດໝາຍ ຄື: ບໍລິສັດປຸ໋ຍ ສະຫວັນນະເຂດ ຈຳກັດ. ບໍລິສັດ ມາລິນີ ກະສິກຳ ຈຳກັດ, ແລະ ບໍລິສັດ ລາວໄກຢວນ ບໍ່ແຮ່ ຈຳກັດ, ຕາມເວັບໄຊຂອງກະຊວງອຸດສາຫະກຳ ແລະ ການຄ້າ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-targets-chemical-biological-fertiliser-registration-106476

ກະຊວງຄວບຄຸມຄຸນນະພາບຢາປາບສັດຕູພືດ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກລະບຽບການໃໝ່ ເພື່ອໃຫ້ອຳນາດການປົກຄອງ ສາມາດກວດກາຄຸນນະພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ກ່ອນການນຳໃຊ້ໃນການປູກຝັງໃນປະເທດ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ສະບັບວັນທີ 17 ກັນຍາ ເຊິ່ງຮຽກຮ້ອງໃຫ້ຜູ້ຜະລິດ ແລະ ຜູ້ນຳເຂົ້າຢາປາບສັດຕູພືດ ທຳການລົງທະບຽນສິນຄ້າຂອງຕົນຜ່ານອຳນາດການປົກຄອງ ເພື່ອທຳການກວດກາຕາມລະບຽບການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວ, ຈີນ ຮ່ວມມືໃນການຄວບຄຸມຄຸນນະພາບສິນຄ້າກະເສດເພື່ອການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະມີສູນອຳນວຍຄວາມສະດວກຄຸນນະພາບສູງ ເພື່ອຮັບປະກັນມາດຕະຖານຄວາມສະອາດສາກົນທີ່ຈຳເປັນສຳລັບຜະລິດຕະພັນພຶດຜັກ ແລະ ສັດ ກໍຄືນຳໃຊ້ເພື່ອການຝຶກອົບຮົມ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການກໍ່ສ້າງສູນດັ່ງກ່າວ ໄດ້ມີການລົງນາມທີ່ນະຄອນວຽງຈັນ ໂດຍທ່ານ ຈັນທາ ທິບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ແລະ ທ່ານນາງ ຫຼຽງ ຢາຫຼີ ປະທານບໍລິສັດພັດທະນາກະສິກຳ ຢຸນນານ ຢູຈານ ຈຳກັດ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/laos-china-partner-quality-control-agricultural-exports-106309

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

JyVa3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!