ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ປະກາດຜົນການສອບເສັ່ງນັກຮຽນເກັ່ງຊັ້ນມັດທະຍົມທົ່ວປະເທດ

ໃນອາທິດແລ້ວນີ້ໄດ້ມີການປະກາດລາຍຊື່ນັກຮຽນເກັ່ງ 8 ຄົນທີ່ໄດ້ຊະນະເລີດໃນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມແຫ່ງຊາດປະຈຳສົກຮຽນ 2018-2019 ທີ່ນະຄອນຫຼວງວຽງຈັນ. ນັກຮຽນເກັ່ງຊັ້ນມັດທະຍົມແປດຄົນໃນລະດັບຊັ້ນ ມໍ4 ແລະ ມໍ7  ໄດ້ຮັບວາງວັນຊະນະເລີດຫຼັງຈາກທີ່ສອບເສັງທົ່ວປະເທດໄດ້ຄະແນນສູງສຸດໃນວິຊາວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ລັດສົ່ງເສີມສະໝັກທຶນການຝຶກອົບຮົມຢູ່ປະເທດມາເລຊຍ

(ຂປລ) ສະຖານທູດມາເລເຊຍ ວຽງຈັນ ສປປ ລາວ ສົ່ງເສີມໃຫ້ພະນັກງານລັດສະໝັກທຶນຫຼັກສູດຝຶກອົບຮົມໄລຍະສັ້ນ ພາຍໃຕ້ໂຄງການຮ່ວມມືດ້ານວິຊາການມາເລເຊຍ ຫຼື MTCP.ທຶນຫຼັກສູດຝຶກອົບຮົມທີ່ປະເທດມາເລເຊຍດັ່ງກ່າວ ຈະຊ່ວຍໃຫ້ພະນັງງານລາວໄດ້ຮຽນຮູ້ ແລະ ພັດທະນາທັກສະຜ່ານການຝຶກອົບຮົມໃນຂະແໜງການຕ່າງໆ ເຊັ່ນ ພາສາອັງກິດ, ການຄຸ້ມຄອງພາກລັດ, ການບໍລິຫານຈັດການທີ່ດີ, ການສຶກສາ, ການພັດທະນາແບບຍືນຍົງ, ການກະສິກຳ, ການຫຼຸດຜ່ອນຄວາມທຸກຍາກ ແລະ ອື່ນໆ.ອ່ານຕໍ່ ...

ຂປລ

ນັກຮຽນຈາກນະຄອນວຽງຈັນຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນຄະນິດສາດ ແລະ ຫຸ່ນຍົນສາກົນ

ບາງກອກ (ວຽງຈັນທາມສ໌/ANN) – ນັກຮຽນຈາກໂຮງຮຽນນາໆຊາດລາວ (ອະດີດໂຮງຮຽນອິສ໌ເຕີນສະຕາ) ວຽງຈັນ ຈຳນວນ 21 ຄົນ ເດີນທາງກັບບ້ານພ້ອມໄຊຊະນະ ຫຼັງຈາກທີ່ຕາງໜ້າປະເທດລາວເຂົ້າຮ່ວມໃນການແຂ່ງຂັນຄະນິດສາດ ແລະ ຫຸ່ນຍົນສາກົນນາໆຊາດຄັ້ງທີ 8 ທີ່ປະເທດໄທ.ການແຂ່ງຂັນດັ່ງກ່າວໄດ້ມີຂຶ້ນທີ່ມະຫາວິທະຍາໄລຣັງສິດ, ບາງກອກ ຄັ້ງວັນທີ  8-12 ມີນາ.ມີນັກຮຽນລາວ 18 ຄົນເຂົ້າຮ່ວມໃນສອງປະເພດຂອງການແຂ່ງຂັນຄະນິດສາດນາໆຊາດຄັ້ງທີ 8, ຄືການແຂ່ງຂັນຄະນິດສາດປະເພດດ່ຽວ ແລະ ປະເພດທີມ.ໃນນັ້ນ ລາວສາມາດຍາດໄດ້ສອງຫຼຽນຄຳ, ສີ່ຫຼຽນເງິນ, ແປດຫຼຽນທອງແດງ ແລະ ສີ່ລາງວັນຊົມເຊີຍຈາກການແຂ່ງຂັນປະເພດດ່ຽວ ແລະ ໄດ້ອັນດັບທີສາມຈາກການແຂ່ງຂັນປະເພດທີມ ເຊິ່ງມີທີມເຂົ້າຮ່ວມຈາກ 20 ປະເທດ.ອ່ານຕໍ່ ...

ວິສິດ ເທບພະລັດ

ການຍົກລະດັບການທ່ອງທ່ຽວ ແລະ ພັກຜ່ອນຜ່ານການຝຶກອົບຮົມທັກສະ

ໃນຂະນະທີ່ຫຼາຍຄົນປະກອບອາຊີບໃນອຸດສາຫະກຳການທ່ອງທ່ຽວ, ການບໍລິການລູກຄ້າພັດຍັງບໍ່ທັນສອດຄ່ອງກັບມາດຕະຖານຂອງອາຊຽນ, ສະນັ້ນຈຶ່ງຕ້ອງມີການຝຶກອົບຮົມເພີ່ມເຕີມເພື່ອຍົກລະດັບທັກສະດັ່ງກ່າວ.ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາທັກສະ ແລະ ການຈ້າງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳຊີ້ນຳເນື່ອງໃນໂອກາດເປີດໂຄງການຝຶກອົບຮົມກ່ຽວກັບການເປັນແມ່ບ້ານ ແລະ ການປະຕິບັດການໜ້າຫ້ອງການ ເຊິ່ງຈັດຂຶ້ນທີ່ວຽງຈັນ ພາຍໃຕ້ການຮ່ວມມືລະຫວ່າງລາວ ແລະ ສິງກະໂປ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ເຈົົ້າຂອງລາງວັນໂນເບວແບ່ງປັນທັດສະນະກ່ຽວກັບເສດຖະກິດໂລກທີ່ມະຫາວິທະຍາໄລລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກພາກວິຊາ, ນັກຄົ້ນຄວ້າ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ກໍຄືຊ່ຽວຊານດ້ານນະໂຍບາຍ ແລະ ການພັດທະນາເສດຖະກິດ ໄດ້ຮັບປະໂຫຍດຈາກການເຂົ້າຮ່ວມການບັນຍາຍໂດຍທ່ານ ຟິນ ເອີລິງ ຄິດແລນ ເຈົ້າຂອງລາງວັນໂນເບວ ໃນອາທິດຜ່ານມາ.ທ່ານສາດສະດາຈານ ຄິດແລນ ເຊິ່ງໄດ້ຮັບລາງວັນໂນເບວສາຂາເສດຖະສາດ ໃນປີ 2004, ເປັນຜູ້ໄດ້ຮັບລາງວັນໂນເບວຜູ້ທີສາມ ທີ່ໄດ້ຮັບການເຊື້ອເຊີນໃຫ້ບັນຍາຍທີ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນສ່ວນໜຶ່ງຂອງງານກິດຈະກຳ Asean Event Series ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ຂົວຕໍ່ – ການສົນທະນາເພື່ອກ້າວສູ່ວັດທະນະທຳແຫ່ງສັນຕິພາບ.”ອ່ານຕໍ່ ...

ໂຕະຂ່າວ

ຫວຽດນາມຂະຫຍາຍໂຄງການທຶນການສຶກສາສຳລັບນັກສຶກສາລາວ

ລັດຖະບານຫວຽດນາມສືບຕໍ່ໂຄງການຊ່ວຍເຫຼືອ ດ້ວຍການໃຫ້ທຶນການສຶກສາ 1,273 ທຶນສຳລັບນັກສຶກສາ ແລະ ພະນັກງານລາວເພື່ອການສຶກສາຮ່ຳຮຽນໃນປະເທດລາວ ແລະ ຫວຽດນາມໃນປີນີ້.ລາວລະອຽດໄດ້ມີການເຜີຍແຜ່ໃນບົດລາຍງານທາງການໃນກອງປະຊົມທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອລາຍງານຜົນສຳເລັດດ້ານການຮ່ວມມື ແລະ ແຜນການໃນຕໍ່ໜ້າ ລະຫວ່າງກະຊວງສຶກສາທິການ ແລະ ກິລາຂອງລາວ ແລະ ກະຊວງສຶກສາ ແລະ ຝຶກອົບຮົມຂອງຫວຽດນາມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບຸນມະໂຫລານປື້ມທີ່ວຽງຈັນໄຂໂສມໜ້າວັດທະນະທຳການອ່ານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ວຽງຈັນສົ່ງເສີມບາດກ້າວທຳອິດຂອງການພັດທະນາວົງການດ້ວຍການຈັດງານບຸນມະໂຫລານປຶ້ມຂຶ້ນ ເພື່ອສົ່ງເສີມຄວາມສຳຄັນຂອງການອ່ານໃນກຸ່ມຄົນເມືອງຫຼວງ ແລະ ນັກຮຽນນັກສຶກສາ.ບຸນມະໂຫລານປຶ້ມດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ສູນການຄ້າໂວລເທຣດ ໃນວັນພະຫັດແລ້ວນີ້ ເພື່ອຫວັງດຶງດູດມະຫາຊົນດ້ວຍປຶ້ມອ່ານລວມທັງໝົດປະມານລ້ານເຫຼັ້ມເພື່ອວາງຈຳໜ່າຍ.ອ່ານຕໍ່ ...

ວິສິດ ເທບພະລັດ

ອົງການຊ່ວຍເຫຼືອຂອງສິງກະໂປຈະຊ່ວຍເຫຼືອໂຄງການການສຶກສາກ່ຽວກັບເດັກນ້ອຍໃນລາວ

ອົງການ Radion International ອົງການທີ່ບໍ່ສັງກັດລັດຖະບານຂອງສິງກະໂປ ຈະຊ່ວຍເຫຼືອລາວກ່ຽວກັບການປົກປ້ອງສິດທິ ແລະ ການພັດທະນາເດັກນ້ອຍ.ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການຮັບຮອງໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ທີ່ວຽງຈັນໃນຊ່ວງບໍ່ດົນມານີ້, ຕາມຂໍ້ມູນຈາກສະຖານທູດສິງກະໂປ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເກົາຫຼີໃຕ້ຊ່ວຍເຫຼືອໂຄງການສົ່ງເສີມການອ່ານໃນໂຮງຮຽນໃນລາວ

ເດັກນ້ອຍນັກຮຽນໃນນະຄອງຫຼວງວຽງຈັນ ແລະ ແຂວງໄຊຍະບູລີຈະໄດ້ຮັບການຊ່ວຍເຫຼືອເພີ່ມເຕີມກ່ຽວກັບການອ່ານ ພາຍໃຕ້ການຊ່ວຍເຫຼືອຂອງອົງການ Good Hands, ເຊິ່ງເປັນອົງການຈັດຕັ້ງເພື່ອການພັດທະນາສາກົນ ທີ່ມີສຳນັກງານໃຫຍ່ຢູ່ປະເທດສາທາລະນະລັດເກົາຫຼີ.ນັກຮຽນ ແລະ ຄູອາຈານຫຼາຍຮ້ອຍຄົນໃນເມືອງໄຊທານີ ແລະ ສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະໄດ້ຮັບປະໂຫຍດຈາກໂຄງການສູນໄວໜຸ່ມ Good Hands ເພື່ອການພັດທະນາການສຶກສາໃນຊຸມຊົນ ໄລຍະ 3.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ອົງການ ChildFund  ສືບຕໍ່ຊ່ວຍສະໜັບສະໜູນການເສີມຂະຫຍາຍການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ

ກະຊວງສຶກສາທິການ ແລະ ກິລາ, ອົງການ ChildFund ເກົາຫຼີ ແລະ ອົງການ ChildFund ລາວຈະສືບຕໍ່ຊ່ວຍເຫຼືອໃນການເສີມຂະຫຍາຍການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ 62 ໂຮງຮຽນທີ່ເມືອງຫົວເມືອງ ແຂວງຫົວພັນ.ໂຄງການເສີມຂະຫຍາຍການເຂົ້າເຖິງການສຶກສາຂັ້ນພື້ນຖານໄລຍະສອງ ແມ່ນຢູ່ພາຍໃຕ້ການສະໜັບສະໜູນຂອງອົງການ ChildFund ເກົາຫຼີ ພາຍໃຕ້ງົບປະມານກວ່າ 9.4 ຕື້ກີບ (US$1.1 ລ້ານໂດລາ) ແລະ ມີໄລຍະໂຄງການແຕ່ປີ 2019-2021.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3ynKT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!