ເສດຖະກິດ ແລະ ການຄ້າ

ງານວາງສະແດງສິນຄ້າວິທະຍາສາດ ແລະ ເທັກໂນໂລຢີ ລາວ-ຈີນ ສົ່ງເສີມການພັດທະນາອຸດສາຫະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າ “ສະມາດເທັກໂນໂລຢີ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ” ແມ່ນກຳລັງດຳເນີນຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍໜໍ່ແໜງການພັດທະນາໃນຂະແໜງອຸດສາຫະກຳໃນລາວ.ງານວາງສະແດງສິນຄ້າດັ່ງກ່າວ ແມ່ນຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ແຕ່ວັນທີ 11-16 ຕຸລານີ້ ເຊິ່ງມີບໍລິສັດຈາກລາວ ແລະ ຈີນເຂົ້າຮ່ວມປະມານ 100 ບໍລິສັດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-china-science-and-tech-expo-promotes-industrial-development-106311

BCEL, Swift Pass ຮ່ວມມືກັນຈັດຕັ້ງລະບົບການຊຳລະເງິນຜ່ານ WeChat Pay ແລະ AliPay

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ຮ່ວມມືກັບບໍລິສັດ Swift Pass ໃນການຈັດຕັ້ງການຊຳລະສະສາງຜ່ານລະບົບ WeChat Pay ແລະ AliPay ເພື່ອສົ່ງເສີມໃຫ້ຮ້ານຄ້າ ແລະ ທຸລະກິດຂອງລາວດຶງດູດລູກຄ້າຈີນໃຫ້ຫຼາຍຂຶ້ນ.ພິທີເປີດຕົວລະບົບການຊຳລະ WeChat Pay ແລະ AliPay ໄດ້ມີຂຶ້ນຢູ່ນະຄອນຫຼວງວຽງຈັນໃນອາທິດແລ້ວນິ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bcel-swift-pass-partner-payments-through-wechat-pay-and-alipay-106312

ຕະຫຼາດຫຼັກຊັບເປີດການຊື້ຂາຍຫຸ້ນບໍລິສັດ ລານໂກ

(ຂປລ) ໃນວັນພະຫັດນີ້ ຕະຫຼາດຫຼັກຊັບລາວໄດ້ເປີດການຊື້ຂາຍຫຸ້ນບໍລິສັດລາວອາຊຽນເຊົ່າສິນເຊື່ອ (ລານໂກ) ເຊິ່ງເປັນບໍລິສັດລາຍທີ 11 ທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ.ໃນມື້ເປີດໂຕ ລາຄາຊື້ຂາຍຫຸ້ນດັ່ງກ່າວແມ່ນຢູ່ທີ່ 3,000 ກີບຕໍ່ຫຸ້ນ, ປັບໂຕເພີ່ມຂຶ້ນຈາກລາຄາ 2,700 ກີບໃນມື້ເປີດຈອງໃນຕົ້ນເດືອນນີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48752

ລາງວັນທຸລະກິດອາຊຽນລາວ ສົ່ງເສີມຜູ້ປະກອບການທີ່ມີຜົນງານດີເດັ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – 18 ຜູ້ຊະນະເລີດລາງວັນທຸລະກິດອາຊຽນລາວ (ABA) 2019 ໄດ້ຮັບການຮັບຮອງຢ່າງເປັນທາງການວ່າເປັນຜູ້ປະກອບການດີເດັ່ນ ທີ່ມີທ່າແຮງສູງໃນການຂະຫຍາຍທຸລະກິດພາຍໃນປະເທດ ກໍຄືໃນຊຸມຊົນທຸລະກິດອາຊຽນ.ເຂົ້າຮ່ວມໃນພິທີມອບລາງວັນດັ່ງກ່າວມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ເຈັນ ປີເຕີ ລຸດເຄັນເຮີມ ເອກອັກຄະລັດຖະທູດເຢຍລະມັນ, ທີ່ໂຮງແຮມ ຄ໌າວພຼາຊາ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/asean-business-awards-laos-promote-outstanding-entrepreneurs-105840

ທະນາຄານການຄ້າ, ບໍລິສັດ ອີວີລາວ ຈະຜະລິດບັດສະມາດຄາດ ສຳລັບຈ່າຍຄ່າສາກລົດໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ບໍລິສັດ ອີວີລາວ ຈຳກັດ ຈະຮ່ວມມືກັນໃນການຜະລິດບັດສະມາດຄາດ ສຳລັບຈ່າຍຄ່າບໍລິການສາກລົດໄຟຟ້າ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ພູໂຂງ ຈັນທະຈັກ ອຳນວຍການບໍລິຫານຂອງທະນາຄານ ແລະ ທ່ານ ບຸນເລີດ ເລືອງປຼະເສີດ ປະທານບໍລິສັດ ອີວີລາວ ຈຳກັດ, ພາຍໃຕ້ການເຂົ້າຮ່ວມຂອງພະນັກງານຈາກທະນະຄານ ແລະ ບໍລິສັດດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bcel-ev-lao-produce-smart-card-electric-vehicle-charging-payments-105755

ຜູ້ຜະລິດຢາສະຫົວປອດສານພິດລາວ ຕັ້ງເປົ້າສ້າງຄວາມຄຸ້ນເຄີຍຕໍ່ຕະຫຼາດພາຍໃນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວມີຈຸດປະສົງໃນການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍ່ຄືສົ່ງເສີມການເລີ່ມຕົ້ນທຸລະກິດໃໝ່ ເຊິ່ງມີຄວາມສຳຄັນຕໍ່ການຂະຫຍາຍຕົວດ້ານເສດຖະກິດ.ສວນກະເສດປອດສານພິດ ທານຝັນ ເຊິ່ງເປັນກຸ່ມຜູ້ຜະລິດຢາສະຜົມ ແລະ ຢາລ້າງຈານປອດສານພິດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ວາງສະແດງຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມໃນງານວາງສະແດງສິນຄ້າ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-organic-shampoo-maker-aims-domestic-recognition-105516

ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ. ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP  ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511

ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441

ລາວ, ຫວຽດນາມວາງແຜນຈັດບັ້ນສົນທະນາທາງທຸລະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ການຄ້າໃນຫົກແຂວງຂອງລາວ ແລະ ແຂວງດຽນບຽນຟູຂອງຫວຽດນາມ ໄດ້ຕົກລົງຈັດບັ້ນສົນທະນາທາງທຸລະກິດຂຶ້ນໃນປີໜ້າ ເພື່ອສົ່ງເສີມດ້ານການຄ້າ.ແຜນການຈັດບັ້ນສົນທະນາດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການຮ່ວມມືສຳລັບປີ 2019-2020 ເຊິ່ງໄດ້ມີການຫາລືໃນກອງປະຊຸມຫຼ້າສຸດ ລະຫວ່າງສອງຝ່າຍ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/laos-vietnam-plan-business-dialogue-boost-investment-border-trade-105443

ທະນາຄານແຫ່ງ ສປປ ລາວ ອອກຈຳໜ່າຍພັນທະບັດອອມຊັບ ເພື່ອເປີດໂອກາດດ້ານການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງການກ່ຽວກັບການເປີດຂາຍພັນທະບັດອອມຊັບສະກຸນເງິນໂດລາ ເພື່ອເປີດໂອກາດດ້ານການລົງທຶນ ແລະ ຜົນຕອບແທນທີ່ໜ້າດຶງດູດໃຈ.ຕາມບົດຂ່າວທີ່ສຳນັກຂ່າວວຽງຈັນທາມສ໌ ໄດ້ມາຈາກເວັບໄຊຂອງທະນາຄານກາງ, ພັນທະບັດສະກຸນເງິນໂດລາຊຸດດັ່ງກ່າວແມ່ນເລີ່ມວາງຈຳໜ່າຍແຕ່ວັນທີ 1 ເຖິງ 31 ຕຸລານີ້, ເພື່ອແນໃສ່ລະດົມທຶນເຂົ້າຄັງທະນາຄານໃຫ້ໄດ້ US$500 ລ້ານໂດລາ.ຕາມບົດຂ່າວດັ່ງກ່າວ ພັນທະບັດອອມຊັບນີ້ສາມາດຫາຊື້ໄດ້ທີ່ກົມບໍລິການທະນາຄານ ທຫລ ແລະ ສາຂາທະນາ ທຫລ ແຂວງອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ ແລະ ຈຳປາສັກ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/bank-lao-offers-new-savings-bond-investment-opportunity-105363

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

P9nBU
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!