ໄພພິບັດ
ໄພນ້ຳຖ້ວມ
ແຂວງຄຳມ່ວນເດີນໜ້າພາລະກິດຟື້ນຟູຫຼັງນ້ຳຖ້ວມ, ຮຽກຮ້ອງການຊ່ວຍເຫຼືອແນວພັນພຶືດ

ແຂວງຄຳມ່ວນ: ອຳນາດການປົກຄອງເມືອງຍົມມະລາດແຂວງຄຳມ່ວນທີ່ປະສົບໄພນ້ຳຖ້ວມ ໄດ້ແຈກຢາຍເຂົ້າສານ, ນ້ຳດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຄອບຄົວທີ່ປະສົບໄພນ້ຳຖ້ວມ, ທັງໄດ້ເນັ້ນວ່າ ແນວພັນພືດກໍ່ເປັນສິ່ງໜຶ່ງທີ່ຈຳເປັນເລັ່ງດ່ວນ.ທ່ານ ຄູນສີ ແສງດາລາ ເຈົ້າເມືອງຍົມມະລາດ ໄດ້ລາຍງານຜ່ານສື່ມວນຊົນທີ່ລົງຢ້ຽມຢາມພື້ນທີ່ປະສົບໄພນ້ຳຖ້ວມເຂດແມ່ນ້ຳເຊບັ້ງໄຟ ໃນທ້າຍເດືອນສິງຫາເຖິງຕົ້ນເດືອນກັນຍາທີ່ຜ່ານມາ, ເຊິ່ງສົ່ງຜົນກະທົບຕໍ່ 23 ບ້ານ ແລະ ປະຊາຊົນ 11,617 ຄົນໃນຈຳນວນ 2,412 ຄອບຄົວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ
(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462
ລັດຖະບານແນະນຳໃຫ້ມະຫາຊົນຮັບຂໍ້ມູນກ່ຽວກັບໄພນ້ຳຖ້ວມຈາກແຫຼ່ງຂ່າວທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ມະຫາຊົນ ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງອຳນາດການປົກຄອງ ຈາກສື່ມວນຊົນພາກລັດ ແລະ ເພື່ອສຶກສາອົບຮົມແນວຄິດການເມືອງ ແລະ ຮັກສາຄວາມໝັ້ນຄົງຂອງຊາດ.ລັດຖະບານໄດ້ຊີ້ນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມານີ້ ເພື່ອເຜີຍແຜ່ຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມໃນທົ່ວປະເທດ.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-directs-public-find-flood-facts-official-media-104459
ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229
ອຳນາດການປົກຄອງພາກໃຕ້ ເລັ່ງມືໃນການປະເມີນຄວາມເສຍຫາຍຫຼັງນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງກຳລັງເລັ່ງມືການປະເມີນຄວາມເສຍຫາຍ ແລະ ການສູນເສຍຍ້ອນໄພນ້ຳຖ້ວມ ເນື່ອງຈາກການພັດຜ່ານຂອງພະຍຸເຂດຮ້ອນໂປດູ ເຊິ່ງໄດ້ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ເຊັ່ນອາຄານໂຮງຮຽນ ທາງພາກໃຕ້ຂອງລາວ.ວານນີ້ ເຈົ້າໜ້າທີ່ຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ໄດ້ທາງກະຊວງຮຽກຮ້ອງໃຫ້ເຈົ້າໜ້າທີ່ທ້ອງຖິ່ນໃນໂຮງຮຽນທີ່ປະສົບໄພນ້ຳຖ້ວມ ເລັ່ງມືການປະເມີນຄວາມເສຍຫາຍທັງໝົດ ແລະ ລາຍງານຜົນສະຫຼຸບເປັນຕົວເລກໃຫ້ແກ່ກະຊວງ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/southern-laos-speeds-school-damage-appraisal-after-flooding-104379
ລັດຖະບານອອກມາດຕະການແກ້ໄຂກັບຜົນກະທົບຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເນັ້ນໜັກກ່ຽວກັບຄວາມພຽງພໍໃນການສະໜອງອາຫານ ແລະ ນ້ຳສະອາດ ຄຽງຄູ່ກັບຄວາມປອດໄພ ແລະ ການປ້ອງກັນພະຍາດ ສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມທີ່ຍັງຄົງພັກອາໄສຢູ່ໃນສູນພັກອາໄສຊົ່ວຄາວ.ລັດຖະບານໄດ້ຮັບຮອງມາດຕະການເພື່ອແກ້ໄຂນ້ຳຖ້ວມໃນປີນີ້ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມາ, ພາຍໃຕ້ການເປັນປະທານການຫາລືຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-decides-measures-address-flood-impact-104378
ເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມຈາກສາກົນຊຸດທຳອິດມາຮອດລາວແລ້ວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຄື່ອງຊ່ວຍເຫຼືອຈາກສາກົນຊຸດທຳອິດ ຈາກສູນປະສານງານຊ່ວຍເຫຼືອເພື່ອມະນຸດສະທຳ ດ້ານການຄຸ້ມຄອງໄພພິບັດ ອາຊຽນ (ສູນ AHA) ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ວານນີ້ ເພື່ອນຳໄປແຈກຢາຍໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ໃນຫົກແຂວງພາກໃຕ້ຂອງລາວ.ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນອີງຕາມການຮ້ອງຂໍ ຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດລາວ ໃນວັນທີ 7 ກັນຍາ ແລະ ສູນ AHA ໄດ້ຕົກລົງໃຫ້ການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/first-int%E2%80%99l-aid-shipment-arrives-assist-lao-flood-recovery-effort-104046
ພື້ນທີ່ປະສົບໄພນ້ຳຖ້ວມຕ້ອງການການຊ່ວຍເຫຼືອດ່ວນຈາກທົ່ວປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງແມ່ນວ່າລະດັບນ້ຳຈະຫຼຸດລົງຢ່າງຕໍ່ເນື່ອງ, ປະຊາຊົນຫຼາຍພັນຄົນທີ່ປະສົບໄພຢູ່ແຂວງພາກໃຕ້ ກຳລັງປະສົບກັບຄວາມອຶດຫິວ ແລະ ຕ້ອງການການຊ່ວຍເຫຼືອຈາກລັດຖະບານ, ອົງການຈັດຕັ້ງ ແລະ ມະຫາຊົນ.ປະຊາຊົນທີ່ປະສົບໄພຍັງບໍ່ໄດ້ຮັບການສະໜອງອາຫານ, ນ້ຳດື່ມ, ອຸປະກອນແຕ່ງກິນ, ເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນ.ພະຍຸເຂດຮ້ອນໂພດູ ໄດ້ພັດຜ່ານປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາຕໍ່ໃສ່ຕົ້ນເດືອນກັນຍາ ເຮັດໃຫ້ເກີດຝົນຕົກໜັກ, ປະຊາຊົນ 377,703 ຄົນຈາກ 175,422 ຄອບຄົວ ໃນ 1,466 ບ້ານ, 43 ເມືອງໃນແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ອ່ານຕໍ່ ...
ໂຮງຮຽນທາງພາກໃຕ້ຫຼາຍຮ້ອຍແຫ່ງ ຕ້ອງຢຸດການຮຽນການສອນ ເນື່ອງຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນທາງພາກໃຕ້ຂອງລາວຫຼາຍແຫ່ງ ຕ້ອງຢຸດການຮຽນການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມເຊິ່ງເປັນຜົນຈາກພະຍຸເຂດຮ້ອນໂພດູ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ກໍຄືອາຄານຫ້ອງຮຽນ.ເດັກນ້ອຍນັກຮຽນຫຼາຍຄົນຍັງຄົງລໍຖ້າເຂົ້າໂຮງຮຽນ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກຳລັງເລັ່ງມືໃນການສ້ອມແປງອາຄານຮຽນທີ່ໄດ້ຮັບຜົນກະທົບ ແລະ ຈັດຫາອຸປະກອນການສຶກສາຊຸດໃໝ່.ແຂວງສາລະວັນແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກສຸດ ມີໂຮງຮຽນທີ່ປະສົບໄພນ້ຳຖ້ວມ 194 ແຫ່ງຢູ່ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ ໃນຊ່ວງວັນທີ 2-6 ກັນຍານີ້, ເຊິ່ງເປັນອາທິດທຳອິດຂອງການເປີດສົກຮຽນໃໝ່ໃນທົ່ວປະເທດ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/hundreds-southern-schools-closed-after-widespread-flooding-103964