News
ໂຄງການໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສະຖາບັນການສຶກສາ
ລາວ ແລະ ອາເມລິກາ ກະກຽມສ້າງຄວາມເຂັ້ມແຂງດ້ານການຈັດການ, ການບໍລິຫານຄວາມສາມາດທາງດ້ານເຕັກນິກໃຫ້ແກ່ສະຖາບັນການສຶກສາ ເພື່ອທີ່ສາມາດປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາສັງຄົມ-ເສດຖະກິດໃນປະເທດລາວ. ພາຍໃຕ້ການເຊັນບົດບັນທຶກຄວາມເຂົ້າໃຈ, ໂຄງການການດັ່ງກ່າວຈະມີການອອກແບບ ແລະ ພັດທະນາບັນດາຫຼັກສູດການຝຶກອົບຮົມຕ່າງໆ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງນັກຮຽນແລະຄູອາຈານຢູ່ສະຖາບັນມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ. ອ່ານເພິ່ມເຕີມ... ...
ຜູ້ລາຍງານຂ່າວທາມສ໌
ໜ້າເວັບຊ່ວຍເຫຼືອດ້ານກົດໝາຍໄດ້ຖືກເປີດນຳໃຊ້
ໜ້າເວັບຊ່ວຍເຫຼືອດ້ານກົດໝາຍຈະໄດ້ຖືກເປີດໃຫ້ນຳໃຊ້ໂດຍກະຊວງຍຸດຕິທຳ ເພື່ອສະໜອງຂໍ້ມູນ ແລະ ບໍລິການຕ່າງໆທາງດ້ານກົດໝາຍໃຫ້ບັນດາພົນລະເມືອງລາວ. ມວນຊົນສາມາດເຂົ້າໄປໃນເວັບໄຊ, ສອບຖາມ ແລະ ຮ້ອງຂໍຄຳແນະນຳ ແລະ ຄຳປຶກສາຕ່ກະຊວງຍຸດຕິທຳໂດຍບໍ່ມີຄ່າໃຊ້ຈ່າຍ. ກະຊວງຍຸດຕິທຳໄດ້ນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍທາງດ້ານການຄ້າມະນຸດ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ. ໜ້າເວັບດັ່ງກ່າວໄດ້ຖືກພັດທະນາຂື້ນພາຍໃຕ້ການສະໜັບສະໜູນຈາກ ອົງການ USAID ຮ່ວມມືກັບ ມູນນິທິເອເຊຍ. ອ່ານຕໍ່ທີ່ນີ້ ...
ຂ່າວສານປະເທດລາວ
ລັດຖະບານອາເມລິກາສົ່ງເສີມທຸລະກິດໄໝໃນ ສປປ ລາວ
(ຂປລ) ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (ຢູເສດ) ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດຍຸກດິຈິຕອລ ສຳລັບຜູ້ປະກອບການແມ່ຍິງ ໃນວັນທີ 28 ພຶດສະພາ-15 ມິຖຸນາ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ.ອ່ານຕໍ່ ...
ບັນນາທິການ ຂປລ
