News
ໂຄງການເສັ້ນທາງລົດໄຟຈາກ ສະຫວັນນະເຂດ-ລາວບາວ ໄດ້ຮັບການພິຈາລະນາຄືນ
ລັດຖະບານລາວໄດ້ອະນຸມັດໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງລົດໄຟໄລຍະ 220 ກິໂລແມັດຈາກແຂວງສະຫວັນນະເຂດຫາລາວບາວ ເຊິ່ງຕັ້ງຢູ່ແຂວງກວາງຈີ້ຂອງຫວຽດນາມ ໃກ້ກັບຊາຍແດນລາວ. ບໍລິສັດວິສະວະກຳກໍ່ສ້າງຈຽງຊູເຮັງຕົງຈຳກັດຮອບມອບໝາຍໃຫ້ດຳເນີນການສຶກສາກ່ຽວກັບການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ສອງປະເທດບ້ານໃກ້ເຮືອນຄຽງ. ຊື່ງໃນອາທິດຜ່ານມາ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານປະທານບໍລິສັດ Dai Kang Fu ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອດຳເນີນການສຶກສາ. ຜ່ານມາ ໄດ້ມີໂຄງການທີ່ຄ້າຍຄືກັນທີ່ມີຄວາມພະຍາຍາມເຊື່ອມຕໍ່ແຂວງສະຫວັນນະເຂດກັບລາວບາວໄດ້ເລີ່ມຂຶ້ນໃນປີ 2013 ແຕ່ບໍ່ປະສົບຜົນສຳເລັດ.ອ່ານເພິ່ມເຕີມ ...
ອຳລິຕາ ພໍ
ສະຖານີ ຄຳສະຫວາດ ນະຄອນຫຼວງວຽງຈັນ ພ້ອມເປີດໃຫ້ບໍລິການໃນໄວໆນີ້
ສະຖານີລົດໄຟແຫ່ງໃໝ່ແມ່ນສ່ວນໜຶ່ງຂອງການຂະຫຍາຍເສັ້ນທາງລົດໄຟຂ້າມຊາຍແດນ ລາວ-ໄທ ທີ່ເຊື່ອມຕໍ່ໜອງຄາຍຂອງໄທ ກັບສະຖານີ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ສະຖານີໃໝ່ຕັ້ງຢູ່ເມືອງຄຳສະຫວາດ ຊຶ່ງຈະໃຫ້ຜູ້ໂດຍສານຈາກໄທເດີນທາງດ້ວຍລົດໄຟເຂົ້ານະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກປະເທດໄທ ພາຍໃຕ້ການສົມທົບທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບ້ຍຕໍ່າຜ່ານອົງການຮ່ວມມືພັດທະນາເສດຖະກິດປະເທດເພື່ອນບ້ານ (NEDA) ດ້ວຍມູນຄ່າທັງໝົດ 900 ລ້ານບາດ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ແນວທາງໃໝ່ໃນການຄຸ້ມຄອງການພັດທະນາ ແລະ ບໍລິຫານທາງລົດໄຟ
ນັກວາງນະໂຍບາຍກຳລັງຮ່າງກົດໝາຍ ເພື່ອເປັນແນວທາງສຳລັບການພັດທະນາເຄືອຂ່າຍເສັ້ນທາງລົດໄຟ ແລະ ການປະຕິບັດການດ້ານການຄ້າທີ່ມີປະສິດທິຜົນ ເພື່ອຮັບປະກັນຜົນປະໂຫຍດສູງສຸດໃນການຂົນສົ່ງທາງລົດໄຟ ແລະ ຂັບເຄື່ອນການພັດທະນາເສດຖະກິດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
