ໂຄງການເສັ້ນທາງລົດໄຟຈາກ ສະຫວັນນະເຂດ-ລາວບາວ ໄດ້ຮັບການພິຈາລະນາຄືນ

ລັດຖະບານ​ລາວ​ໄດ້​ອະນຸມັດ​ໃຫ້​ມີ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ໄລຍະ 220 ກິ​ໂລ​ແມັດ​ຈາກ​ແຂວງ​ສະ​ຫວັນ​ນະ​ເຂດ​ຫາ​ລາວ​ບາວ ​ເຊິ່ງຕັ້ງ​ຢູ່​ແຂວງ​ກວາງ​ຈີ້​ຂອງ​ຫວຽດນາມ ​ໃກ້​ກັບ​ຊາຍ​ແດນ​ລາວ. ບໍລິສັດ​ວິສະວະກຳ​ກໍ່ສ້າງ​ຈຽງ​ຊູ​ເຮັງ​ຕົງ​ຈຳກັດ​ຮອບມອບໝາຍ​ໃຫ້​ດຳ​ເນີນ​ການ​ສຶກສາ​ກ່ຽວ​ກັບ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຊື່ງໃນອາທິດຜ່ານມາ, ທ່ານ ສະ​ຖາ​ບັນ​ດິດ ອິນ​ສີ​ຊຽງ​ໃໝ່, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ແລະ ທ່ານ​ປະ​ທານ​ບໍ​ລິ​ສັດ Dai Kang Fu ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ເພື່ອ​ດຳ​ເນີນ​ການ​ສຶກ​ສາ. ຜ່ານມາ ໄດ້ມີໂຄງການທີ່ຄ້າຍຄືກັນທີ່ມີຄວາມພະຍາຍາມເຊື່ອມຕໍ່ແຂວງສະຫວັນນະເຂດກັບລາວບາວໄດ້ເລີ່ມຂຶ້ນໃນປີ 2013 ແຕ່ບໍ່ປະສົບຜົນສຳເລັດ.

ອ່ານເພິ່ມເຕີມ…

ອຳລິຕາ ພໍ