News
ສປປ ລາວ ມີຄວາມຫວັງຈະຊຳລະໜີ້ຈຳນວນ 14 ຕື້ໂດລາສະຫະລັດ ພາຍໃນປີ 2025
ລັດຖະມົນຕີກະຊວງການເງິນ, ທ່ານ ບຸນຈອມ ອຸບົນປະເສີດ ໄດ້ກ່າວຕໍ່ສະພາແຫ່ງຊາດໃນວາລະກອງປະຊຸມສະພາແຫ່ງຊາດຊຸດທີ 9 ຜ່ານມານີ້ ວ່າປະເທດລາວໄດ້ວາງແຜນຊຳລະໜີ້ (ໜີ້ຕ່່າງປະເທດຈຳນວນ 13 ຕື້ໂດລາ ແລະ ໜີ້ພາຍໃນຈຳນວນ 900 ລ້ານ ພາຍໃນອີກ 5 ປີຕໍ່ໜ້າ (ນັບແຕ່ 2021-2025) ແລະ ຈາກປີ 2026-2030 ໂດຍອີງໃສ່ລາຍການສ້າງລາຍຮັບທີ່ໄດ້ກຳນົດໄວ້. ລັດຖະບານເວົ້າວ່າຈະເພິ່ມລາຍຮັບຈາກແຫຼ່ງໃໝ່ ແລະ ທັງຊອກຫາສິ່ງບົ່ມຊ້ອນຈາກຂະແໜງພະລັງງານ ແລະ ບໍ່ແຮ່. ອ່ານຕໍ່ທີ່ນີ້ ...
ລັດສະໝີ ພອນວິໄລ
ລັດຖະບານຈະຈັດສັນແຫຼ່ງທຶນເພື່ອຊົດໃຊ້ໜີ້ສິນໃຫ້ແກ່ບໍລິສັດ
ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານໜີ້ສິນຂອງລັດຖະບານທີ່ມີຕໍ່ບໍລິສັດເອກະຊົນແມ່ນມີສູງເຖິງ 10.14 ພັນຕື້ກີບ, ສ້າງຄວາມກົດດັນມະຫາສານຕໍ່ລັດຖະບານໃນການແກ້ໄຂບັນຫາໜີ້ສິນ ແລະ ຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ.ປະຈຸບັນ ລັດຖະບານສັນຍາວ່າຈະຈັດສັນທຶນຮອນເພີ່ມເຕີມເພື່ອຊົດໃຊ້ໜີ້ສິນໃຫ້ແກ່ບໍລິສັດເອກະຊົນ ເພື່ອຮັກສາສະພາບຄ່ອງຕົວດ້ານການເງິນ ແລະ ເສີມຂະຫຍາຍການດຳເນີນກິດຈະກຳ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/lao-govt-allocate-more-funds-repay-debts-owed-companies-100429