News
ການປັບປຸງລັດວິສາຫະກິດໄຟຟ້າລາວ (EDL) ເຫັນເປັນສ່ວນຫນຶ່ງຂອງການຟື້ນຟູເສດຖະກິດ
ລັດຖະບານໄດ້ສ້າງຕັ້ງຄະນະກຳມະການກວດກາຄືນການດຳເນີນງານຂອງລັດວິສາຫະກິດໄຟຟ້າລາວ (EDL) ເພື່ອເພີ່ມທະວີການດຳເນີນທຸລະກິດຂອງລັດວິສາຫະກິດທັງໝົດ. ຄະນະກໍາມະການຈະສະເໜີມາດຕະການທີ່ຈະຊ່ວຍໃຫ້ EDL ມີລາຍຮັບເພີ່ມຂຶ້ນ ແລະ ຊໍາລະໜີ້ທີ່ສະສົມໄວ້. ຄະນະກຳມະການໃໝ່ດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຕົກລົງຂອງນາຍົກລັດຖະມົນຕີ, ໂດຍມີທ່ານ ພູທົງນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນເປັນຫົວໜ້າຄະນະ.ອ່ານເພິ່ມເຕີມ ...
ສົມສັກ ພົງຂາວ
ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ SysmatiK ຄູ່ຮ່ວມມືດ້ານໄອທີ ຍົກລະດັບສູນບໍລິການ, ແອັບພີເຄຊັນເທິງມືຖື
ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດໄອທີ Sysmatik IT ຈຳກັດ ໄດ້ຮ່ວມກັນຍົກລະດັບລະບົບສູນບໍລິການດ້ວຍເລກໝາຍ 1199 ແລະ ແອັບພີເຄຊັນເທິງມືຂອງ EDL, ຊຶ່ງອຳນວຍໃຫ້ມວນຊົນສະໜອງການແຈ້ງເຕືອນສຸກເສີນກ່ຽວກັບຄວາມບົກພ່ອງຕ່າງໆທີ່ກ່ຽວກັບລະບົບໄຟຟ້າ, ການບໍລິການຂອງ EDL ແລະ ບັນຫາອື່ນໆ. ອ່ານຕໍ່ ...
ຜູ້ສື່ຂ່າວທາມສ໌
ບໍລິສັດໄຟຟ້າລາວມະຫາຊົນຈະບໍ່ມີການຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນສຳລັບຊ່ວງຫົກເດືອນຕົ້ນປີ 2019
ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມຄະນະອຳນວຍການບໍລິສັດໄຟຟ້າລາວມະຫາຊົນ (EDL-Gen) ໃນເດືອນນີ້ ບໍ່ອະນຸມັດການຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນ ເນື່ອງຈາກລາຍຮັບຂອງບໍລິສັດໃນຊ່ວງຫົກເດືອນຕົ້ນປີ 2019 ສະແດງຜົນການຂາດທຶນ 147.15 ຕື້ກີບ.ການຂາດທຶນດັ່ງກ່າວສະແດງຜົນເປັນເງິນກີບ ເນື່ອງຈາກອັດຕາແລກປ່ຽນເງິນຕາເປັນເງິນບາດ ແລະ ໂດລາມີລັກສະນະຜັນຜວນ, ຕາມການລາຍງານຂອງບໍລິສັດ EDL-Gen.ເຖິງວ່າ ບໍລິສັດ EDL-Gen ຈະສ້າງກຳໄລຈາກການຂາຍໄຟຟ້າໃນລາວ ແລະ ຕ່າງປະເທດ ແລະ ມີຄັງສຳຮອງເງິນສົດ, ໜີ້ສີນຂອງບໍລິສັດສ່ວນໃຫຍ່ ໃນຮູບຂອງການໃຊ້ໜີ້ເງິນກູ້ ແມ່ນເປັນເງິນບາດ ແລະ ໂດລາ.ອ່ານຕໍ່ ...
