ຊິນຫົວ

ບໍລິສັດຈີນສຳເລັດການກໍ່ສ້າງໂຄງການນ້ຳປະປານະຄອນຫຼວງວຽງຈັນ

ວຽງຈັນ, 27 ກຸມພາ (ຊິນຫົວ) — ໂຄງການນ້ຳປະປາ,​ ເຊິ່ງດຳເນີນການໂດຍບໍລິສັດຈີນ China North Industries Group Corporation Limited (NORINCO) ໄດ້ສຳເລັດການກໍ່ສ້າງ ແລະ ມີການມອບຮັບໃຫ້ແກ່ເຈົ້າຂອງໂຄງການ ທີ່ນະຄອນຫຼວງວຽງຈັນ ໃນວັນພຸດນີ້.ພິທີມອບຮັບໂຄງການຂະຫຍາຍລະບົບທໍ່ສົ່ງນ້ຳປະປາສຳລັບໂຮງງານນ້ຳປະປາແສນດິນ ແລະ ປ່ຽນທໍ່ນ້ຳເກົ່າສຳລັບລັດວິສາຫະກິດນ້ຳປະປານະຄອນຫຼວງ ໄດ້ມີຂຶ້ນທີ່ຊານນະຄອນຫຼວງວຽງຈັນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ສະມາຊິກຄະນະກຳມະການກົມການເມືອງສູນການພັກປະຊາຊົນປະຕິວັດລາວ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

Liangyu

ພິທີມອບອາຄານໂຮງໝໍພາຍໃຕ້ທຶນການຊ່ວຍເຫຼືອຂອງຈີນໃຫ້ລາວ

ວຽງຈັນ,​ 20 ມັງກອນ (ຊິນຫົວ) — ພິທີມອບ ແລະ ພິທີເປີດອາຄານການແພດຄົບວົງຈອນຂອງໂຮງໝໍ 103 ກອງທັບ ພາຍໃຕ້ການຊ່ວຍເຫຼືອຂອງຈີນ ໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນ. ອາຄານການແພດດັ່ງກ່າວ ພາຍໃຕ້ເນື້ອທີ່ລວມ 24,000 ຕາແມັດ ປະກອບໄປດ້ວຍຕຽງນອນຄົນເຈັບປະມານ 300 ຕຽງ ແລະ ຫ້ອງຜ່າຕັດ 6 ຫ້ອງ ສາມາດໃຫ້ບໍລິການປິ່ນປົວສຸຂະພາບສຳລັນຄົນເຈັບໂດຍສະເລ່ຍປະມານ 3,000 ຄົນຕໍ່ວັນ.ອ່ານຕໍ່ ...

Shi Yinglun

ພິທີມອບອາຄານຮຽນພາຍໃຕ້ທຶນຊ່ວຍເຫຼືອຂອງທະນາຄານຈີນໃຫ້ແກ່ຊຸມຊົນທ້ອງຖິ່ນ

ວຽງຈັນ, 7 ມັງກອນ (ຊິນຫົວ) — ຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມບ້ານຫົວຊຽງ ນະຄອນຫຼວງວຽງຈັນໄດ້ຮັບອາຄານຮຽນໃໝ່ ທີ່ໄດ້ຮັບການກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງທະນາຄານການຄ້າ ແລະ ອຸດສາຫະກຳແຫ່ງປະເທດຈີນ  (ICBC).ອ່ານຕໍ່ ...

zh

ລາວບໍ່ໄດ້ຮັບໝາກຜົນເຕັມເມັດເຕັມໜ່ວຍໃນການເຂົ້າປະຊາຄົມເສດຖະກິດພາກພື້ນ: ນັກຊ່ຽວຊານຊີ້

ວຽງຈັນ, 24 ທັນວາ (ຊິນຫົວ) — ລາວບໍ່ໄດ້ຮັບໝາກຜົນເຕັມເມັດເຕັມໜ່ວຍຈາກປະຊາຕົມເສດຖະກິດລະດັບພາກພື້ນ ຍ້ອນວ່າສ່ວນແບ່ງການຄ້າຂອງລາວກັບບັນດາປະເທດອາຊຽນຫຼຸດລົງ, ຕາມການວິເຄາະຂອງຊ່ຽວຊານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER).ສ່ວນແບ່ງການຄ້າຂອງລາວກັບບັນດາປະເທດສະມາຊິກອາຊຽນຫຼຸດລົງຈາກ  74% ໃນປີ 2004-2010 ມາເປັນ 63% ໃນປີ 2011-2017, ໃນຂະນະທີ່ສ່ວນແບ່ງຂອງການສົ່ງອອກໄປຍັງບັນດາປະເທດອາຊຽນທຽບກັບການສົ່ງອອກທັງໝົດກໍ່ຫຼຸດລົງຈາກ 73% ໃນປີ 2004-2010 ມາເປັນ 51% ໃນປີ 2011-2017.ອ່ານຕໍ່ ...

Xinhua

ລາວມີແຜນສົ່ງອອກກະແສໄຟຟ້າກວ່າ 14,000 ເມກາວັດພາຍໃນ 2030

ວຽງຈັນ, 6 ທັນວາ (ຊິນຫົວ) — ປະລິມານການສົ່ງອອກໄຟຟ້າຂອງລາວຈະມີເຖິງ 14,600 ເມກາວັດພາຍໃນປີ 2030. ປະຈຸບັນລາວໄດ້ສົ່ງອອກໄຟຟ້າ 4,415 ເມກາວັດ ໄປຍັງຫ້າປະເທດເພື່ອນບ້ານ.ອ່ານຕໍ່ ...

Chengcheng

ລາວວາງເປົ້າສຳເລັດການກວດກາເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດພາຍໃນປີ 2020

ວຽງຈັນ, 4 ທັນວາ (ຊິນຫົວ) — ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານຂອງລາວ ກ່າວຕໍ່ສະພາແຫ່ງຊາດ (ສພຊ) ວ່າທີມງານກວດສອບໄດ້ສຳເລັດການກວດສອບເຂື່ອນແລ້ວຈຳນວນ 20 ແຫ່ງ ແລະຍັງອີກ 50 ແຫ່ງທີ່ຍັງຕ້ອງດຳເນີນການກວດສອບເພີ່ມ, ເຊິ່ງຄາດວ່າຈະສຳເລັດໜ້າວຽກທັງໝົດພາຍໃນປີ 2021.ອ່ານຕໍ່  ...

ຊຽວເຊຍ

ບໍລິສັດຈີນເລີ່ມໂຄງການຍົກລະດັບຖະໜົນໃນພາກກາງຂອງລາວ

ວຽງຈັນ – ກຸ່ມບໍລິສັດອຸດສາຫະກຳພາກເໜືອຈີນຈຳກັດ (NORINCO) ເປີດໂຄງການຍົກລະດັບຖະໜົນທີ່ແຂວງສະຫວັນນະເຂດທາງພາກກາງຂອງລາວ.ທ່ານ ດົງ ຈີເຟັງ ຮອງຜູ້ຈັດການໃຫຍ່ຂອງບໍລິສັດ NORINCO ສາກົນ ເຊິ່ງເປັນໜ່ວຍງານທຸລະກິດຂອງບໍລິສັດ NORINCO ກ່າວໃນພິທີເປີດໂຄງການພາກສະໜາມໃນວັນເສົາຜ່ານມາວ່າ ນີ້ແມ່ນໂຄງການກໍ່ສ້າງທາງໂຄງການທຳອິດໃນລາວທີ່ຮັບເໝົາໂດຍບໍລິສັດ ເຊິ່ງມີໄລຍະລວມ 430 ກມ ນັບແຕ່ທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຊູຊິນ

ລາວຈະຫຼຸດໂກຕາລັດຖະກອນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານງົບປະມານ

ວຽງຈັນ, 20 ພະຈິກ (ຊິນຫົວ) — ລັດຖະບານລາວຈະຫຼຸດໂກຕາລັດຖະກອນປະຈຳປີຈາກ 3,000 ອັດຕາສຳລັບປີນີ້ລົງເຫຼືອ 1,500 ອັດຕາສຳລັບປີໜ້າ ເພື່ອຫຼຸດຜ່ອນພາລະທາງດ້ານງົບປະມານຂອງລັດຖະບານ, ຕາມການລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕໍ່ສະພາຫ່ງຊາດໃນວັນອັງຄານນີ້.ອ່ານຕໍ່ ...

Li Xia

ລາວໝາຍຕາຕະຫຼາດພັນທະບັດຈີນ

ວຽງຈັນ, 13 ພະຈິກ (ຊິນຫົວ) — ລັດຖະບານລາວສຶກສາຄວາມເປັນໄປໄດ້ໃນການອອກພັນທະບັດໃນຕະຫຼາດຈີນ ເພື່ອສ້າງແຫຼ່ງທຶນໃນໂຄງການລົງທຶນ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ເງິນລາວຕໍ່ສຳນັກຂ່າວທ້ອງຖິ່ນວຽງຈັນທາມສ໌.ອ່ານຕໍ່ ...

mmm

ເຈົ້າໜ້າທີ່ຍຶດຫົວຜັກບົ່ວ ແລະ ຜັກທຽມຈາກລາວທີ່ລັກລອບຂົນຂ້າມນ້ຳຂອງທີ່ຕະຫຼາຍຊາຍແດນໄທ

ເຈົ້າໜ້າທີ່ຍຶດຫົວຜັກບົ່ວ ແລະ ຜັກທຽມຈາກລາວທີ່ລັກລອບຂົນຂ້າມນ້ຳຂອງທີ່ຕະຫຼາຍຊາຍແດນໄທບາງກອກ, 12 ພະຈິກ (ຊິນຫົວ) — ໃນວັນຈັນທີ່ຜ່ານມາໄດ້ມີການຍຶດຫົວຜັກບົ່ວແດງ ແລະ ຜັກທຽມທີ່ກວດພົບວ່າລັກລອບຂົນຂ້າມນ້ຳຂອງຈາກຝັ່ງລາວ ທີ່ຕະຫຼາຍຊາຍແດນໄທ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ.ໄດ້ມີການຍຶດຫົວຜັກບົ່ວແດງຈຳນວນ 1.7 ໂຕນ ແລະ ຜັກທຽມອີກ 1.4 ໂຕນທີ່ຂົນມາເທິງລົດກະບະສອງຄັນ ທີ່ຕະຫຼາດຊາຍແດນ ອຳເພີທາດພະນົມ ຈັງຫວັດນະຄອນພະນົມ ທາງທິດຕາເວັນອອກສຽງເໜືອຂອງໄທຫ່າງຈາກບາງກອກ 737 ກມອ່ານຕໍ່ ...

ຊູຊິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

HUhbv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!