ຂປລ-ຂ່າວສານປະເທດລາວ

ກຸ່ມຜູ້ມີສ່ວນຮ່ວມສືບຕໍ່ຫາລືໂຄງການເຂື່ອນປາກລາຍ

(ຂປລ) ຜູ້ເຂົ້າຮ່ວມ 120 ກວ່າຄົນຈາກພາກສ່ວນທີ່ກ່ຽວຂ້ອງຕ່າງໆໄດ້ປະຊຸມກັນທີ່ຫຼວງພະບາງໃນວັນທີ 17 ມັງກອນ ເພື່ອສືບຕໍ່ຫາລືກ່ຽວກັບແຜນໂຄງການເຂື່ອນໄຟຟ້າປາກລາຍ ໃນໂອກາດທີ່ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຈັດກອງປະຊຸມຜູ້ມີສ່ວນຮ່ວມລະດັບພາກພື້ນຊຸດທີ 2 ກ່ຽວກັບໂຄງການ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມຜູ້ມີສ່ວນຮ່ວມລະດັບພາກພື້ນຊຸດທີ 6.  ໃນກອງປະຊຸມດັ່ງກ່າວ ໄດ້ມີການເກັບກຳຄຳແນະນຳຕ່າງໆເພື່ອເຮັດໃຫ້ໂຄງການເພີ່ມລະດັບຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ US$17.3 ລ້ານໂດລາ ສຳລັບປັບປຸງສອງໂຮງໝໍໃນລາວ 

(ຂປລ) ໃນວັນທີ 23 ມັງກອນນີ້ ໄດ້ມີພິທີວາງສີລາເລີກ ທີ່ໂຮງໝໍເສດຖາທິລາດ ນະຄອນຫຼວງວຽງຈັນ ສຳລັບໂຄງການປັບປຸງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງຈຳປາສັກ ພາຍໃຕ້ທຶນຊ່ວຍເຫຼືອຈາກຍີ່ປຸ່ນ ເຊິ່ງມີມູນຄ່າລວມກວ່າ US$ 17.3 ລ້ານໂດລາ.ໂຄງການດັ່ງກ່າວລວມມີການກໍ່ສ້າງອາຄານທີ່ຈຳເປັນ ແລະ ການສະໜອງອຸປະກອນການແພດສຳລັບສອງໂຮງໝໍ.ອ່ານຕໍ່ ...

ຂປລ

ເທດສະການອາຫານລາວ 2019 ເລີ່ມເປີດສາກແລ້ວ

(ຂປລ) ປະຊາຊົນລາວທ້ອງຖິ່ນ ແລະ ຕ່າງປະເທດ ຈຳນວນຫຼາຍຫຼັ່ງໄຫຼເຂົ້າໄປສວນເຈົ້າອານຸວົງ ໃນວັນທີ 23 ມັງກອນນີ້ ເພື່ອຢ້ຽມຊົມເທດສະການອາຫານລາວ ເຊິ່ງມີບູ໊ດວາງສະແດງອາຫານ, ຜະລິດຕະພັນກະສິກຳ ແລະ ຫັດຖະກຳທັງພາຍໃນ ແລະ ຕ່າງປະເທດ ກວ່າ 180 ບູ໊ດ.ງານດັ່ງກ່າວຈະມີຂຶ້ນແຕ່ວັນທີ 23-26 ມັງກອນນີ້ ແຕ່ເວລາ 8:00 ເຊົ້າເຖິງ 10.00 ແລງ, ແນໃສ່ສົ່ງເສີມການອະນຸລັກອາຫານລາວທ້ອງຖິ່ນ ແລະ ວັດທະນະທຳທີ່ກ່ຽວຂ້ອງ, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະຈາກປະເທດອາຊຽນໃຫ້ເຂົ້າມາທ່ຽວລາວ, ແລະ ເປັນການສົ່ງເສີມໂອກາດສຳລັບຜູ້ປະກອບການແມ່ຍິງ ໃນຂະແໜງທຸລະກິດອາຫານ ໃນການນຳສະເໜີສິນຄ້າ ແລະ ການບໍລິການຂອງເຂົາເຈົ້າ, ອີງຕາມ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດແມ່ຍິງລາວ.ອ່ານຕໍ່ ...

ຂປລ

ທົບທວນການຮັບມືໄພນ້ຳຖ້ວມທີ່ແຂວງຄຳມ່ວນ

(ຂປລ) ຄະນະລັດຖະບານ, ເອກອັກຄະລັດຖະທູດ ແລະ ຕາງໜ້າອົງການສະຫະປະຊາຊາດ ເດີນທາງໄປທີ່ແຂວງຄຳມ່ວນໃນວັນທີ 21-22 ມັງກອນ ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອລ້າສຸກເສີນ ທີ່ ສປປ ລາວ ໄດ້ຮັບຈາກກອງທຶນເພື່ອການຮັບມືກັບເຫດສຸກເສີນສູນກາງຂອງສະຫະປະຊາຊາດ (CERF) ໃນທ້າຍເດືອນຕຸລາທີ່ຜ່ານມາ.ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າ US$3.5 ລ້ານໂດລາດັ່ງກ່າວ ເປັນການຊ່ວຍເຫຼືອເພື່ອມະນຸດສະທຳ ສຳລັບຜູ້ປະສົບໄພນ້ຳຖ້ວມຄັ້ງຮ້າຍແຮງໃນປີກາຍນີ້ ທີ່ແຂວງຄຳມ່ວນ. ການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອດັ່ງກ່າວ ປະຈຸບັນແມ່ນດຳເນີນມາໄດ້ເຄິ່ງທາງແລ້ວ ແລະ ມາເຖິງຂັ້ນຕອນການປະເມີນຜົນໄດ້ຮັບຈາກການປະຕິບັດຈົນເຖິງປະຈຸບັນ.ອ່ານຕໍ່ ...

ຂປລ

ເອັມພອຍມາດຮ່ວມມືກັບມີນີບິກຊີ ໃຫ້ບໍລິການຮ້ານສະດວກຊື້ທັນສະໄໝ ສຳລັບຊາວນະຄອນວຽງຈັນ

(ຂປລ) ເອັມພອຍມາດ (M-Point Mart) ຮ່ວມມືກັບທຸລະກິດມີນີບິກຊີ (Mini Big C) ຂອງໄທ ເພື່ອປັບປ່ຽນຮູບແບບສາຂາຮ້ານສະດວກຊື້ໃຫ້ຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃນນະຄອນຫຼວງວຽງຈັນຫຼາຍຂຶ້ນ.ການຮ່ວມທຸລະກິດດັ່ງກ່າວຄາດວ່າຈະສ້າງວຽກເຮັດງານທຳ 500 ອັດຕາສຳລັບປະຊາຊົນໃນທ້ອງຖິ່ນ ທັງເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນທ້ອງຖິ່ນ ທັງເປັນການປັບປ່ຽນສາຂາຮ້ານເອັມພອບທັງ 42 ສາຂາ ໃຫ້ເປັນຮ້ານສະດວກຊື້ທັນສະໄໝທີ່ຄົບຖ້ວນໄປດ້ວຍສິນຄ້າ ແລະ ການບໍລິການພາຍໃນໄຕມາດທຳອິດຂອງປີ 2019.ອ່ານຕໍ່ ...

ຂປລ

ກາແດງລາວມອບເງິນກວ່າ 1 ຕື້ກີບໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມ

(ຂປລ) ໃນອາທິດແລ້ວນີ້ ອົງການກາແດງລາວໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກກວ່າ 1.04 ຕື້ກີບໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມກວ່າ 1,400 ຄອບຄົວ ໃນ 9 ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື.ເມືອງສະໜາມໄຊໄດ້ປະສົບໄພນ້ຳຖ້ວມຢ່າງໜັກ ເນື່ອງຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນທ້າຍເດືອນກໍລະກົດປີກາຍນີ້. ໄພນ້ຳຖ້ວມດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດກວ່າ 40 ຄົນ ແລະອີກຫຼາຍສິບຄົນຍັງຄົງສູນຫາຍ.ອ່ານຕໍ່ ...

ຂປລ

ສະຖຽນລະພາບດ້ານເສດຖະກິດມະຫາພາກຂອງ ສປປ ລາວອາດຜະເຊີນກັບຄວາມບໍ່ແນ່ນອນ 

(ຂປລ) ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ທີ່ 6.5% ໃນປີ 2018 ຫຼຸດລົງຈາກ 6.9% ໃນປີ 2017, ເຊິ່ງສ່ວນໜຶ່ງແມ່ນຍ້ອນຜົນກະທົບຈາກໄພນ້ຳຖ້ວມຄັ້ງຮ້າຍແຮງເປັນບໍລິເວນກວ້າງໃນປີຜ່ານມາ.ຂະແໜງການກໍ່ສ້າງພື້ນຖານໂຄງລ່າງ, ການສົ່ງອອກກະແສໄຟຟ້າ ແລະ ການບໍລິການ ແມ່ນຕົວຂັບເຄື່ອນຫຼັກຂອງການຂະຫຍາຍຕົວໃນປີ 2018.ອ່ານຕໍ່ ...

ຂປລ

ໂຄງການກໍ່ສ້າງໂຮງຮຽນທີ່ແຂວງອຸດົມໄຊ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນທຳການມອບຮັບໂຮງຮຽນ ທີ່ກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການຊ່ວຍເຫຼືອຍີ່ປຸ່ນເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP) ທີ່ເມືອງນາໝໍ້ ແຂວງອຸດົມໄຊ.ພິທີມອບດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 16 ມັງກອນ 2019 ທີ່ແຂວງອຸດົມໄຊ ລະຫວ່າງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງແຂວງອຸດົມໄຊ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ສ ເກົາຫຼີ ບໍລິຈາກລົດໂຮງໝໍສຳລັບແຂວງອັດຕະປື

(ຂປລ) ໃນວັນພຸດນີ້ ທ່ານ ຊິນ ຊຸງ ຊຸນ ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ໄດ້ມອບລົດໂຮງໝໍຈຳນວນ 3 ຄັນ ມູນຄ່າ US$ 156,000 ໂດລາ ໃຫ້ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເພື່ອສົ່ງມອບໃຫ້ແກ່ພະແນກສາທາລະນະສຸກແຂວງອັດຕະປື ແລະໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ຂປລ

ງານວາງສະແດງອະສັງຫາລິມະຊັບ 2019 ຈະຈັດຂຶ້ນໃນເດືອນມີນາ

(ຂປລ) ງານວາງສະແດງອະສັງຫາລິມະຊັບ Laorealestate.la Expo 2019 ຄັ້ງທຳອິດໃນປະເທດລາວ ຈະຈັດຂຶ້ນທີ່ໂຮງແຮມດອນຈັນພາເລສ໌ ໃນວັນທີ 1 ແລະ 2 ເດືອນມີນາ ເຊິ່ງຈະມີບໍລິສັດອະສັງຫາກວ່າ 40 ແຫ່ງເຂົ້າຮ່ວມວາງສະແດງ.ອ່ານຕໍ່  ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

t29Sx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!