ທົບທວນການຮັບມືໄພນ້ຳຖ້ວມທີ່ແຂວງຄຳມ່ວນ

(ຂປລ) ຄະນະລັດຖະບານ, ເອກອັກຄະລັດຖະທູດ ແລະ ຕາງໜ້າອົງການສະຫະປະຊາຊາດ ເດີນທາງໄປທີ່ແຂວງຄຳມ່ວນໃນວັນທີ 21-22 ມັງກອນ ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອລ້າສຸກເສີນ ທີ່ ສປປ ລາວ ໄດ້ຮັບຈາກກອງທຶນເພື່ອການຮັບມືກັບເຫດສຸກເສີນສູນກາງຂອງສະຫະປະຊາຊາດ (CERF) ໃນທ້າຍເດືອນຕຸລາທີ່ຜ່ານມາ.

ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າ US$3.5 ລ້ານໂດລາດັ່ງກ່າວ ເປັນການຊ່ວຍເຫຼືອເພື່ອມະນຸດສະທຳ ສຳລັບຜູ້ປະສົບໄພນ້ຳຖ້ວມຄັ້ງຮ້າຍແຮງໃນປີກາຍນີ້ ທີ່ແຂວງຄຳມ່ວນ. ການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອດັ່ງກ່າວ ປະຈຸບັນແມ່ນດຳເນີນມາໄດ້ເຄິ່ງທາງແລ້ວ ແລະ ມາເຖິງຂັ້ນຕອນການປະເມີນຜົນໄດ້ຮັບຈາກການປະຕິບັດຈົນເຖິງປະຈຸບັນ.

ອ່ານຕໍ່…

ຂປລ