ກຸ່ມຜູ້ມີສ່ວນຮ່ວມສືບຕໍ່ຫາລືໂຄງການເຂື່ອນປາກລາຍ

(ຂປລ) ຜູ້ເຂົ້າຮ່ວມ 120 ກວ່າຄົນຈາກພາກສ່ວນທີ່ກ່ຽວຂ້ອງຕ່າງໆໄດ້ປະຊຸມກັນທີ່ຫຼວງພະບາງໃນວັນທີ 17 ມັງກອນ ເພື່ອສືບຕໍ່ຫາລືກ່ຽວກັບແຜນໂຄງການເຂື່ອນໄຟຟ້າປາກລາຍ ໃນໂອກາດທີ່ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຈັດກອງປະຊຸມຜູ້ມີສ່ວນຮ່ວມລະດັບພາກພື້ນຊຸດທີ 2 ກ່ຽວກັບໂຄງການ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມຜູ້ມີສ່ວນຮ່ວມລະດັບພາກພື້ນຊຸດທີ 6.  

ໃນກອງປະຊຸມດັ່ງກ່າວ ໄດ້ມີການເກັບກຳຄຳແນະນຳຕ່າງໆເພື່ອເຮັດໃຫ້ໂຄງການເພີ່ມລະດັບຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ອ່ານຕໍ່…

ຂປລ