ຂປລ-ຂ່າວສານປະເທດລາວ

ລັດຖະບານລາວ ແລະ ອົງການຢູນິເຊັບ ຮັດແໜ້ນການວາງແຜນການລະດັບແຂວງ, ການປະສານງານເພື່ອປັບປຸງໝາກຜົນສຳລັບການຊ່ວຍເຫຼືອເດັກນ້ອຍ

(ຂປລ) ໄດ້ມີການຈັດກອງປະຊຸມວິຊາການກ່ຽວກັບການວາງແຜນ, ການປະສານງານ, ການຕິດຕາມ ແລະ ການຈັດສັນງົບປະມານລະດັບແຂວງ ເພື່ອປັບປຸງຜົນໄດ້ຮັບສຳລັບວຽກງານການຊ່ວຍເຫຼືອເດັກນ້ອຍ ໃນວັນທີ 12 ມີນາ ທີ່ແຂວງອັດຕະປື ຈັດໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງອັດຕະປື ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ເປີດຕົວແຜນການເພື່ອຊ່ວຍເຫຼືອລາວໃນການເຂົ້າສູ່ການຄ້າໂລກ

(ຂປລ) ທ່ານ ລີອອນ ພອລ ເຟເບີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປ ລາວ, ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ, ແລະ ທ່ານ ຣັດນະຄາ ອະທິກາຣີ ອຳນວຍການໂຄງການ EIF ຮ່ວມເປີດຕົວແຜນຍຸດທະສາດ 2019-2022 ກ່ຽວກັບໂຄງການໂຄງສ້າງການເສີມຂະຫຍາຍການລວມສູນ (EIF): ການເຊື່ອມໂຍງແນວທາງໃໝ່ສຳລັບປະເທດດ້ອຍພັດທະນາທີ່ສຸດໃນການຄ້າລະດັບໂລກ ແລະ ພາກພື້ນ.ແຜນການດັ່ງກ່າວແມ່ນແນໃສ່ການສົ່ງເສີມລາວໃນການນຳໃຊ້ຂະແໜງການຄ້າ ແລະ ການລົງທຶນ ເພື່ອການລວມຕົວກັບການຄ້າລະດັບໂລກ ເພື່ອສົ່ງເສີມການພັັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມທຸກຍາກ.ອ່ານຕໍ່ ...

ຂປລ

ບໍລິສັດນ້ຳຫອມໄທ "Ceresa" ຕີຕະຫຼາດໃນລາວ

(ຂປລ) ນ້ຳຫອມໄທຍີ້ຫໍ້ Ceresa, ຜູ້ສະໜັບສະໜູນຫຼັກງານປະກວດນາງສາວລາວ 2019, ໄດ້ມີການເປີດຕົວສາຂາໃນລາວໃນວັນທີ 10 ມີນາ ທີ່ສູນການຄ້າລາວໄອເຕັກ ວຽງຈັນ ເພື່ອກ້າວເປັນຍີ້ຫໍ້ນ້ຳຫອມຍອດນິຍົມຂອງໄທໃນປີ 2019.ນ້ຳຫ້ອມຍີ້ຫໍ້ Ceresa ມີວາງຈຳໜ່າຍໃນລາວມາແຕ່ປີ 2018 ແລະ ກໍມີລູກຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ການຕອບຮັບ ແລະ ປະຈຸບັນໄດ້ເລີກເປີດຕົວຢ່າງເປັນທາງການໃນ ສປປ ລາວ, ທ່ານນາງ ແສງທຽນ ວົງສຳພັນ ຫົວໜ້າຝ່າຍການຕະຫຼາດຂອງນ້ຳຫອມ Ceresa ກ່າວ.ອ່ານຕໍ່ ...

ຂປລ

ນັກທຸລະກິດໜຸ່ມ Erom ອາຊຽນປະຊຸມທີ່ຫຼວງພະບາງເພື່ອຫາລືທຸລະກິດທ່ອງທ່ຽວແບບອະນຸລັກ

(ຂປລ) ໃນຊ່ວງວັນທີ 4-8 ມີນາ, 2019, ນັກທຸລະກິດໜຸ່ມຫ້າສິບຄົນຈາກບັນດາປະເທດອາຊຽນ ແລະ ຕີມໍເລັສ໌ເຕ ໄດ້ຮ່ວມປະຊຸມທີ່ແຂວງຫຼວງພະບາງຂອງລາວ ເພື່ອຮ່ວມງານສຳມະນາກ່ຽວກັບການທ່ອງທ່ຽວແບບອະນຸລັກ ເຊິ່ງຈັດໂດຍໂຄງການລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສຽງໃຕ້ (YSEALI), ເຊິ່ງເປັນໂຄງການຊ່ວຍເຫຼືອຂອງສະຫະລັດ.ອ່ານຕໍ່ ...

ຂປລ

ຕີມໍເລັສ໌ເຕບໍລິຈາກເງິນ US$ 750,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນພາກໃຕ້ຂອງລາວ

(ຂປລ) ລັດຖະບານຕີມໍເລັສ໌ເຕ ໄດ້ບໍລິຈາກເງິນ US$ 750,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປືຂອງລາວ.ພິທີມອບເງິນຊ່ວຍເຫຼືອດັ່ງກ່າວໄດ້ມີຂຶ້ນທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ນະຄອນວຽງຈັນ ໃນວັນທີ 6 ມີນານີ້ ລະຫວ່າງທ່ານນາງ ນາຕາເລຍ ຄາຣັສຄາລາວ ອັນຕູນ ເອກອັກຄະລັດຖະທູດຕີມໍເລັສ໌ເຕປະຈຳລາວ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...

ຂປລ

ບໍລິສັດ HPC ໄດ້ຮັບການຢັ້ງຢືນມາດຕະຖານ ISO 14001: 2015

(ຂປລ) ບໍລິສັດພະລັງງານໄຟຟ້າຫົງສາຈຳກັດ (HPC) ໄດ້ຮັບການຢັ້ງຢືນມາດຕະຖານການຄຸ້ມຄອງສິ່ງແວດລ້ອມສາກົນ (International Environmental Management Standard (ISO 14001: 2015)).“ບໍລິສັດຫົງສາໄດ້ປະຕິບັດຕາມພັນທະທີ່ໄດ້ຕົກລົງກັບລັດຖະບານຢ່າງເຂັ້ມງວດ ແລະ ຈະສືບຕໍ່ສົ່ງເສີມຊຸມຊົນທ້ອງຖິ່ນ,” ທ່ານ ຄະທາຍຸດ ຊູພູນ ປະທານບໍລິຫານ HPC ກ່າວ ເນື່ອງໃນພິທີມອບໃບຢັ້ງຢືນມາດຕະຖານ ວັນທີ 2 ມີນາ. ອ່ານຕໍ່ ...

ຂປລ

ອົດສະຕຣາລີສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກຍິງເນື່ອງໃນວັນແມ່ຍິງ

(ຂປລ) ເນື່ອງໃນວັນແມ່ຍິງສາກົນ, ສະຖານທູດອົດສະຕຣາລີປະຈຳລາວ ໄດ້ສົ່ງເສີມບົດບາດເທົ່າທຽມ ແລະ ບົດບາດຂອງແມ່ຍິງໃນຂະແໜງກິລາ ດ້ວຍການຈັດເວທີການປຶກສາຫາລືລະຫວ່າງທີມບານເຕະແມ່ຍິງແຫ່ງຊາດອົດສະຕຣາລີ U-16s “the Junior Matildas” ແລະ ສະມາຄົມບານເຕະລາວ (LFF) ທີ່ວຽງຈັນ.ອ່ານຕໍ່ ...

ຂປລ

ອັດຕາການຕາຍຂອງແມ່ໃນລາວຫຼຸດລົງໃນປີຜ່ານມາ

(ຂປລ) ປີກາຍນີ້ (2018) ລາວມີອັດຕາການຕາຍຂອງແມ່ຫຼຸດລົງເຫຼືຶອ 129 ຄົນຈາກ 151 ຄົນໃນປີ 2017, ຕາມບົດລາຍງານຂອງກະຊວງສາທາລະນະສຸກ.“ພວກເຮົາສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ລົງ ຍ້ອນແມ່ສາມາດເຂົ້າເຖິງການຮັກສາສຸຂະພາບໄດ້ດີຂຶ້ນ ແລະ ແມ່ມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມສຳຄັນໃນການເບິ່ງແຍງຄັນ ແລະ ການໄປເກີດລູກຢູ່ໂຮງໝໍ,” ທ່ານ ດຣ ເນົາ ບຸດຕາ ເລຂາທິການປະຈຳກະຊວງສາທາລະນະສຸກໃຫ້ຄຳເຫັນ.ອ່ານຕໍ່ ...

ຂປລ

IFC ແລະ ການາດາສົ່ງເສີມການຮ່ວມມືພາກລັດ-ເອກະຊົນ ເພື່ອດຶງດູດການລົງທຶນໃນລາວ

(ຂປລ) ອົງການ IFC ສະມາຊິກທະນາຄານໂລກ ແລະ ລັດຖະບານການາດາ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມວິຊາການກ່ຽວກັບການຮ່ວມມືລັດ-ເອກະຊົນຂຶ້ນທີ່ວຽງຈັນ ໃນວັນທີ 22 ກຸມພາ 2019.ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສົ່ງເສີມການລົງທຶນໃນຫຼາຍຂະແໜງການໃນ ສປປ ລາວ ແລະ ເພື່ອເປັນແນວທາງໃຫ້ແກ່ການສົນທະນາກ່ຽວກັບນະໂຍບາຍ PPP ລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ຂະແໜງເອກະຊົນ ແລະ ຜູ້ມີສ່ວນຮ່ວມພາກສ່ວນອື່ນໆ.ອ່ານຕໍ່  ...

ຂປລ

ລາວເປີດຕົວເວັບໄຊຊັບສິນທາງປັນຍາໃໝ່

(ຂປລ) ໃນວັນທີ 20 ກຸມພານີ້ ໄດ້ມີການເປີດຕົວເວັບໄຊກ່ຽວກັບລະບົບຂໍ້ມູນຊັບສິນທາງປັນຍາໃໝ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ.ເປັນປະທານໃນພິທີດັ່ງກ່າວມີທ່ານ ປອ ຄັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ,ປປ ກະຊວງວະທິຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ດານຽວ ຟິຊແພດທຣິກ ຫົວໜ້າຝ່າຍ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ໂຄງການ LUNAII.ທ່ານສາມາດເຂົ້າຊົມເວັບໄຊຂອງກົມຊັບສິນທາງປັນຍາໄດ້ທີ່ https://dip.gov.laອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

MePnz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!