News

ຜູ້ປະສົບເຄາະທີ່ອັດຕະປື ຍັງຕ້ອງການເຄື່ອງໃຊ້ທີ່ຈຳເປັນເພີ່ມເຕີມ

ຜູ້ປະສົບເຄາະນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຍັງຄົງຕ້ອງການເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ ເຊັ່ນ ອາຫານ, ເຂົ້າ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ, ຢາ ແລະ ເຄື່ອງໃຊ້ສອຍປະຈຳວັນອື່ນໆ. ມີປະຊາຊົນກວ່າ 10,000 ຄົນທີ່ພັກພິງຢູ່ທີ່ສູນພັກພິງຊົ່ວຄາວ ທີ່ແຂວງອັດຕະປື ແລະ ແຂວງຈຳປາສັກ ຫຼັງຈາກເຫດໄພນ້ຳຖ້ວມໃນ 13 ບ້ານ ຕາມການລາຍງານຂອງທ່ານ ບຸນໂຮມ ພົມມະເສນ ເຈົ້າເມືອງສະໜາມໄຊ.ອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ຢືນຢັນພົບຊິ້ນສ່ວນຂອງຜູ້ປະສົບເຄາະເພີ່ມເຕີມ

ເມືອງສະໜາມໄຊ ແຂວງອັດຕະປື: ເຈົ້າໜ້າທີ່ຮັບຜິດຊອບພາລະກິດກູ້ໄພໃນການຄົ້ນຫາຜູ້ປະສົບເຄາະທີ່ສູນຫາຍ ເຊິ່ງໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຈ້ງວ່າໄດ້ພົບຊິ້ນສ່ວນຊາກສົບຂອງຜູ້ປະສົບເຄາະເພີ່ມເຕີມໃນວັນທີ 28 ກໍລະກົດ. ນັບແຕ່ເກີດເຫດໄພພິບັດດັ່ງກ່າວໃນວັນທີ 23 ກໍລະກົດມານີ້ ທີມກູ້ໄພໄດ້ຄົ້ນພົບຊິ້ນສ່ວນຂອງຜູ້ສູນຫາຍແລ້ວ 10 ຄົນ.ອ່ານຕໍ່ ...

ບຸນແພງ ໄພມະນີວົງ

ນາຍົກກ່າວ: ລາວຈະຮ່ວມມືກັບເກົາຫຼີ ແລະ ໄທເພື່ອສືບສວນສອບສວນຫາສາເຫດເຂື່ອນແຕກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງໃນວານນີ້ວ່າ ລັດຖະບານລາວຈະເຮັດວຽກຮ່ວມກັບບັນດາບໍລິສັດຜູ້ຖືຫຸ້ນໂຄງການເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ເພື່ອສືບສວນສອບສວນຫາສາເຫດທີ່ແທ້ຈິງຂອງການແຕກພັງຂອງສັນເຂື່ອນຂອງໂຄງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຊຽງຂວາງກໍໜັກ ຈາກອຸທົກກະໄພ ເສຍຊີວິດ2 ຄົນ, ຂົວຂາດ ແລະ ເປ່ເພທັງໝົດ14 ແຫ່ງ

ຊ່ວງໄລຍະຕົ້ນເດືອນນີ້ຫາປະຈຸບັນ ແຂວງຊຽງຂວາງມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຖ້ວມຢູ່ຫຼາຍພື້ນທີ່ພາຍໃນແຂວງຊຽງຂວາງ 7 ເມືອງຂອງແຂວງແມ່ນໄດ້ຮັບຜົນເສຍຫາຍຫຼາຍຢ່າງ ເປັນຕົ້ນແມ່ນເມືອງແປກ ທີ່ເສຍຫາຍຫຼາຍກ່ວາເມືອງອື່ນ ມີ 37 ບ້ານຂອງເມືອງແປກທີ່ໄດ້ຮັບຜົນເສຍຫາຍ, ນ້ຳຖ້ວມເຮືອນເປ່ເພ 41 ຫຼັງ, ນ້ຳຖ້ວມທົ່ງນາເສຍຫາຍປະມານ 475,4 ເຮັກຕາ, ສວນ 0,5ເຮັກຕາ, ເລົ້າເຂົ້າເສຍຫາຍ 24 ເລົ້າ, ຂົວຂາດ 4 ແຫ່ງ, ເສັ້ນທາງເປ່ເພ 4 ຈຸດ, ເສັ້ນທາງຂາດ 2 ຈຸດ, ເສົາໄຟຟ້າ(ເສົາເຫຼັກ)ໂຄ່ນລົ້ມ 13 ຕົ້ນ, ນ້ຳຖ້ວມປ້ຳນ້ຳມັນ 1 ປ້ຳ, ຖ້ວມຟາມໄກ່ 2 ແຫ່ງ ຊົນລະປະທານ ແລະ ຝາຍເປ່ເພເສຍຫາຍ ແລະ ອື່ນໆ.ອ່ານຕໍ່ ...

ບຸນມີ ແສງທຸມມີ

ບູລິມະສິດການເຂົ້າປະເທດສຳລັບທີມກູ້ໄພຕ່າງປະເທດ ທີ່ມາຊ່ວຍເຫຼືອຜູ້ປະສົບເຄາະນ້ຳຖ້ວມ

ທີມງານກູ້ໄພຈາກຕ່າງປະເທດໄດ້ຮັບບູລິມະສິດໃນການເຂົ້າມາໃນລາວຜ່ານດ່ານກວດຄົນເຂົ້າເມືອງ ເພື່ອຊ່ວຍໃນພາລະກິດກູ້ໄພທີ່ແຂວງອັດຕະປື.ອ່ານຕໍ່ ...

ສົມສັກ ພົງຂາວ

ພາລະກິດການຄົ້ນຫາ ແລະ ກູ້ໄພທີ່ເມືອງສະໜາມໄຊຫາກໍ່ໄດ້ 30 ເປີເຊັນ

ອັດຕະປື: ມາຮອດຕອນແລງວານນີ້ ພາລະກິດການຄົ້ນຫາ ແລະ ກູ້ໄພຫາກໍ່ປະຕິບັດໄດ້ 30 ເປີເຊັນຂອງພື້ນທີ່ທັງໝົດ ໃນ 13 ບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກຄວາມສະຫຼັບສັບຊ້ອນຂອງພູມມີປະເທດ ແລະ ສະພາບທີ່ບໍ່ເອື້ອອຳນວຍເຮັດໃຫ້ການຄົ້ນຫາຊັກຊ້າ ຕາມການລາຍງານຂອງການນຳ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ ແລະ ພູນຊັບ ເທວົງສາ

ເຂື່ອນໄຟຟ້ານ້ຳເທີນ 2 ງົດການຜະລິດກະແສໄຟຟ້າ ເພື່ອສົ່ງເສີມຄວາມພະຍາຍາມໃນການປ້ອງກັນໄພນນ້ຳຖ້ວມ

ຕາມການລາຍງານຂອງຜູ້ຮັບເໝົາໂຄງການ, ໜຶ່ງໃນເຂື່ອນໄຟຟ້ານ້ຳຕົກທີ່ໃຫຍ່ທີ່ສຸດໃນລາວໄດ້ສັ່ງຢຸດການຜະລິດກະແສໄຟຟ້າເປັນການຊົ່ວຄາວ ເພື່ອຫຼຸດຄວາມສ່ຽງໃນການເກີດໄພນ້ຳຖ້ວມໃນພື້ນທີ່ລຸ່ມແມ່ນ້ຳເຊບັ້ງໄຟ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ແຈ້ງການໃນອາທິດນີ້ວ່າ ທາງບໍລິສັດໄດ້ທຳການປິດເຄື່ອງຈັນປັ່ນໄຟ ຈຳນວນຫ້າໃນຫົກເຄື່ອງໃນໂຮງງານໄຟຟ້າຂອງຕົນ ໃນໃຈກາງແຂວງຄຳມ່ວນ ມາຕັ້ງແຕ່ວັນທີ 24 ກໍລະກົດ ເພື່ອຊະງັກການປ່ອຍນ້ຳລົງສູ່ແມ່ນ້ຳເຊບັ້ງໄຟ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະບານແຕ່ງຕັ້ງທີມສະເພາະກິດພິເສດເພື່ອຈັດການກັບວິກິດການລະດັບຊາດ

ລັດຖະບານລາວປະຕິບັດພັນທະໃນການປັບປຸງລະບົບກນບໍລິຫານຈັດການໄພພິບັດທົ່ວປະເທດ ໂດຍການຈັດຕັ້ງຄະນະກຳມະການພິເສດສະເພາະກິດເພື່ອກວດກາການຄຸ້ມຄອງວິກິດການລະດັບຊາດ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລັດຖະມົນຕີພະລັງງານກ່າວສາເຫດສັນເຂື່ອນແຕກແມ່ນຍ້ອນການກໍ່ສ້າງຕ່ຳກວ່າມາດຕະຖານ

(ຂປລ) ທ່ານ ຄຳມະນີ ອິນທິລາດ ກ່າວຕໍ່ສື່ມວນຊົນທີ່ວຽງຈັນໃນວັນພະຫັດນີ້ວ່າ ການພັງຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊນ້ຳນ້ອຍ-ເຊປຽນ ຄັ້ງວັນທີ່ 23 ກໍລະກົດ ແມ່ນມີສາເຫດມາຈາກການກໍ່ສ້າງຕ່ຳກວ່າລະດັບມາດຕະຖານ. ສັນເຂື່ອນດັ່ງກ່າວໄດ້ພັງລົງໃນເວລາ 20.00 ຂອງວັນຈັນ ວັນທີ 23 ກໍລະກົດ ສົ່ງຜົນໃຫ້ນ້ຳປະລິມານ 0.5 ຕື້ແມັດກ້ອນໄຫຼຖ້ວມເຮືອນຊານປະຊາຊົນຈຳນວນຫຼວງຫຼາຍ ໃນຕອນໃຕ້ຂອງເມືອງສະໜາມໄຊ. ມາຮອດວານນີ້ ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 27 ຄົນ ແລະ ອີກ 131 ຄົນຍັງສູນຫາຍ.ອ່ານຕໍ່ ...

ຂປລ

ລາວ, ໄທ, ຈີນຮ່ວມສືບຕໍ່ຄົ້ນຫາຜູ້ປະສົບໄພນ້ຳຖ້ວມ

ທີມກູ້ໄພລາວ, ໄທ ແລະ ຈີນເລັ່ງມືຄົ້ນຫາຜູ້ລອດຊີວິດ ແລະ ສືບຄົ້ນຮ່ອງຮອຍຜູ້ທີ່ຍັງສູນຫາຍຕັ້ງແຕ່ຄືນວັນຈັນຜ່ານມາ ຢູ່ບັນດາບ້ານທີ່ຖືກນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື. ທີມນັກກູ້ໄພຈາກໄທແມ່ນທີມງານທຳອິດຈາກຕ່າງປະເທດທີ່ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບເຄາະໄພນ້ຳຖ້ວມທີ່ເມືອງສະໜາມໄຊ ຫຼັງຈາກສັນເຂື່ອນ D ຂອງເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍແຫງ ແລະ ແຕກເປັນບາງສ່ວນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

jBbW9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!