News

ທີມກູ້ໄພເດີນທາງກັບທີ່ພັກດ້ວຍຄວາມອິດເມື່ອຍທີ່ເຕັມໄປດ້ວຍຄວາມພາກພູມໃຈໃນພາລະກິດຂອງຊາດ

ເມືອງສະໜາມໄຊ ແຂວງອັດຕະປື: ຈຳນວນຜູ້ປະສົບເຄາະຍັງຄົງຢືນຢັນຕົວເລກຢູ່ທີ່ 11 ສົບ ຕາມການສະຫຼຸບຂອງມື້ວານນີ້ ໃນພາລະການການຄົ້ນຫາ ແລະ ກູ້ໄພພາກພື້ນດິນໃນມື້ທີ 8 ຫຼັງການເກີດໄພິບັດນ້ຳຖ້ວມຈາກສັນເຂື່ອນ D ແຕກໃນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍທີ່ກຳລັງດຳເນີນການກໍ່ສ້າງ.ອ່ານຕໍ່ ...

ບຸນແຟງ ໄພມະນິວົງ

ແຂວງຄຳມ່ວນ ມີ 315 ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ຈຳນວນບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນທົ່ວແຂວງຄຳມ່ວນ ຮອດວັນທີ 31 ກໍລະກົດ ມີທັງໝົດ 315 ບ້ານໃນທົ່ວແຂວງເພີ່ມຂຶ້ນຈາກວັນທີ 30 ທີ່ຜ່ານມາ ຈຳນວນ 6 ບ້ານ, ຈຳນວນທີ່ຖືກຜົນກະທົບ ເພີ່ມຂຶ້ນຈາກ 13.589 ຄອບຄົວ ເປັນ 17.595 ຄອບຄົວ, ເນື້ອທີ່ນາຖືກຖ້ວມເພີ່ມຂຶ້ນຈາກ 25.049 ເຮັກຕາ ເປັນ 28.613 ເຮັກຕາ.ອ່ານຕໍ່ ...

ກອງຄຳ

ພົບອີກໜຶ່ງຜູ້ເສຍຊີວິດໃນແດນກຳປູເຈຍ

ບຸນແຟງ ໄພມະນີວົງ ນັກຂ່າວຈາກວຽງຈັນທາມສ໌ ລາຍງານໃນເຊົ້າມື້ນີ້ວ່າ ທີມກູ້ໄພໄດ້ຄົ້ນພົບອີກໜຶ່ງຜູ້ເສຍຊີວິດຢູ່ໃນເຂດແດນກຳປູເຈຍ ປະຈຸບັນຍັງຢູ່ໃນໄລຍະການຢືນຢັນວ່າແມ່ນໜຶ່ງໃນຜູ້ປະສົບໄພພິບັດນ້ຳຖ້ວມຫຼືບໍ່.ອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ນ້ຳຖ້ວມຢູ່ກຳປູເຈຍບໍ່ໄດ້ມາຈາກເຂື່ອນແຕກໃນລາວ: ຄະນະກຳມາທິການແມ່ນ້ຳຂອງ

ຕາມບົດລາຍງານຂອງຄະນະກຳມາທິການແມ່ນ້ຳຂອງ ສະແດງໃຫ້ເຫັນວ່າ ກະແສນ້ຳທີ່ໄຫຼຖ້ວມຈາກເຂື່ອນລາວທີ່ແຕກນັ້ນ ບໍ່ໄດ້ສົ່ງຜົນກະທົບຕໍ່ກຳປູເຈຍຫຼາຍປານໃດ ຖ້າທຽບກັບປະລິມານນ້ຳຝົນທີ່ຕົກລົງມາ. ການວິເຄາະເບື້ອງຕົ້ນກ່ຽວກັບການເພີ່ມຂຶ້ນຂອງລະດັບນ້ຳທີ່ສະຕັງເຕຣັງ ອັນເນື່ອງມາຈາກເຂື່ອນແຕກແມ່ນມີພຽງ 20 ຊມ ທຽບກັບລະດັບນ້ຳປົກກະຕິ.ອ່ານຕໍ່ ...

MRC
http://www.mrcmekong.org/news-and-events/news/extent-of-flooding-and-water-level-rise-from-dam-break-in-southern-laos/

ລະດັບນ້ຳໃນແມ່ນ້ຳຂຶ້ນສູງ ຖ້ວມເຂົ້າທີ່ຢູ່ອາໄສທາງພາກໃຕ້

ພາກໃຕ້ຂອງລາວກຳລັງຜະເຊີນກັບການເພີ່ມສູງຂຶ້ນຂອງລະດັບນ້ຳທີ່ໄຫຼລົງສູ່ແມ່ນ້ຳຂອງ ແລະ ສາຂາ, ເຊິ່ງເລີ່ມໄຫຼເຂົ້າຖ້ວມບ້ານຕ່າງໆໃນແຂວງຄຳມ່ວນ, ​ສະຫວັນນະເຂດ ແລະ ຈຳປາສັກ. ເຫດນ້ຳຖ້ວມດັ່ງກ່າວເກີດຂຶ້ນ ໃນຂະນະທີ່ລັດຖະບານ, ຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດກຳລັງຮ່ວມມືກັນສຸມໃສ່ພາລະກິດຄົ້ນຫາຜູ້ສູນຫາຍ ເນື່ອງຈາກໄພນ້ຳຖ້ວມຄັ້ງໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ອັນເນື່ອງມາຈາກສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ.ອ່ານຕໍ່ ...

ວຽງຈັນທາມສ໌

ສູນກາງຊາວໜຸ່ມຮຽກຮ້ອງການຊ່ວຍເຫຼືອເພື່ອບັນເທົາທຸກໄພນ້ຳຖ້ວມ

ອຳນາດການປົກຄອງຮຽກຮ້ອງໃຫ້ມີອາສາສະໝັກໜຸ່ມນ້ອຍເພີ່ມເຕີມ ເພື່ອຊ່ວຍໃນການແຈກຢາຍສິ່ງຂອງບັນເທົາທຸກໃຫ້ແກ່ຜູ້ປະສົບເຄາະນ້ຳຖ້ວມຄັ້ງຮ້າຍແຮງທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ສົມສັກ ພົງຂາວ

ຝົນຕົກຕໍ່ເນື່ອງເຮັດໃຫ້ມີຄວາມສ່ຽງຕໍ່ດິນຖະຫຼົ່ມ

ເຈົ້າໜ້າທີ່ເຕືອນ ຖະໜົນຫຼາຍສາຍໃນທົ່ວປະເທດຖືກຕັດຂາດຍ້ອນດິນຖະຫຼົ່ມ  ແລະ ບໍ່ສາມາດສັນຈອນໄດ້ຈົນກວ່າຈະມີການສ້ອມແປງ. ສະນັ້ນ ຈຶ່ງເຕືອນໃຫ້ນັກຂັບຂີ່ ຈົ່ງມີສະຕິລະມັດລະວັງ ແລະ ເອົາໃຈໃສ່ເປັນພິເສດໃນການຂັບຂີ່ໃຫ້ປອດໄພ ແລະ ຜ່ອນຄວາມໄວຕາມເໝາະສົມກັບສະພາບຖະໜົນ ແລະ ລະວັງຖະໜົນທີ່ເປ່ເພເສຍຫາຍ.ອ່ານຕໍ່ ...

ວຽງຈັນທາມສ໌

ຫຼາຍທີມງານຮ່ວມຜ່ານຜ່າພາລະກິດອັນຫຍຸ້ງຍາກໃນການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊ

ຄະນະຮັບຜິດຊອບກ່າວວ່າ ທີມນັກກູ້ໄພເພີ່ມເຕີມຈາກຕ່າງປະເທດ ໄດ້ເຂົ້າຮ່ວມໃນພາລະກິດການຄົ້ນຫາຜູ້ປະສົບເຄາະ 120 ຄົນທີ່ຍັງສູນຫາຍ ຫຼັງຈາກເຫດໄພພິບັດທີ່ສັນເຂື່ອນແຕກເຮັດໃຫ້ເກີດນ້ຳຖ້ວມໃນຫຼາຍບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ ແລະ ບຸນແຟງ ໄພມະນີວົງ

ຄະນະຄຸ້ມຄອງກົດໝາຍລາວເຕືອນ ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບນ້ຳຖ້ວມແມ່ນຜິດຕໍ່ລະບຽບກົດໝາຍ

ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໃນຮູບແບບຂອງການລາຍງານຂ່າວທີ່ບໍ່ເປັນຈິງ ຫຼື ການປັບປ່ຽນຮູບພາບ ຫຼື ວີດີໂອກ່ຽວກັບໄພນ້ຳຖ້ວມທີ່ແຂວງອັດຕະປື ກໍຄືໃນພື້ນທີ່ອື່ນໆທົ່ວປະເທດ ແມ່ນຜິດຕໍ່ລະບຽບກົດໝາຍບ້ານເມືອງ ຕາມການແຈ້ງເຕືອນຂອງຄະນະກວດສອບລະດັບຊາດທີ່ຮັບຜິດຊອບດ້ານໄພພິບັດ ຕໍ່ຜູ້ນຳໃຊ້ ແລະ ຜູ້ເຜີຍແຜ່ຂໍ້ມູນຂ່າວສານຕາມສື່ສັງຄົມອອນໄລ.ອ່ານຕໍ່ ...

ວຽງຈັນທາມສ໌

ສອບສວນການປ່ອຍຂ່າວລືກ່ຽວກັບເຂື່ອນແຕກຢູ່ທາງພາກເໜືອ

ເຈົ້າໜ້າທີ່ແຂວງຫຼວງພະບາງໄດ້ກ່າວໃນເວລາ 1 ໂມງແລງຂອງວັນເສົາຜ່ານມານີ້ວ່າ ກຳລັງຕິດຕາມບຸກຄົນທີ່ປ່ອຍຂ່າວລືທີ່ບໍ່ເປັນຈິງ ກ່ຽວກັບການແຕກຂອງເຂື່ອນໄຟຟ້ານ້ຳອູ 2 ທີ່ກຳລັງຢູ່ໃນໄລຍະການກໍ່ສ້າງ. ຂ່າວສານໄດ້ມີການແຜ່ກະຈາຍຢ່າງໄວວາຢູ່ຕາມລະບົບສື່ສັງຄົມອອນລາຍ ເຮັດໃຫ້ຜູ້ນຳໃຊ້ຂໍ້ມູນຂ່າວສານໃນແຂວງ ກໍຄືໃນທົ່ວໂລກ ຮັບຮູ້ສະຖານະການທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ.ອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gCThJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!