ລະດັບນ້ຳໃນແມ່ນ້ຳຂຶ້ນສູງ ຖ້ວມເຂົ້າທີ່ຢູ່ອາໄສທາງພາກໃຕ້

ພາກໃຕ້ຂອງລາວກຳລັງຜະເຊີນກັບການເພີ່ມສູງຂຶ້ນຂອງລະດັບນ້ຳທີ່ໄຫຼລົງສູ່ແມ່ນ້ຳຂອງ ແລະ ສາຂາ, ເຊິ່ງເລີ່ມໄຫຼເຂົ້າຖ້ວມບ້ານຕ່າງໆໃນແຂວງຄຳມ່ວນ, ​ສະຫວັນນະເຂດ ແລະ ຈຳປາສັກ. ເຫດນ້ຳຖ້ວມດັ່ງກ່າວເກີດຂຶ້ນ ໃນຂະນະທີ່ລັດຖະບານ, ຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດກຳລັງຮ່ວມມືກັນສຸມໃສ່ພາລະກິດຄົ້ນຫາຜູ້ສູນຫາຍ ເນື່ອງຈາກໄພນ້ຳຖ້ວມຄັ້ງໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ອັນເນື່ອງມາຈາກສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ.

ອ່ານຕໍ່…

ວຽງຈັນທາມສ໌