ອາເມລິກາສືບຕໍ່ຊ່ວຍເຫຼືອໂຄງການອາຫານໂຮງຮຽນ

ລັດຖະບານສະຫະລັດໄດ້ປະກາດໃຫ້ການຊ່ວຍເຫຼືອຊຸດໃໝ່ເປັນຈຳນວນ 27.4 ລ້ານໂດລາສະຫະລັດ ເພື່ອເປັນທຶນໃຫ້ແກ່ໂຄງການອາຫານໂຮງຮຽນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການລິເລີ່ມໂຄງການອາຫານໂຮງຮຽນແຫ່ງຊາດຂອງລັດຖະບານລາວ.ອ່ານຕໍ່  ...

ວຽງຈັນທາມສ໌

ພະນັກງານສາທາຈະເລີ່ມແຜນປະຕິບັດງານດ້ານໂພຊະນາການ

ການຕື່ມທາດອາຫານເສີມໃສ່ໃນອາຫານປຸງແຕ່ງສຳເລັດຮູບ ເປັນໜຶ່ງໃນວິທີການທີ່ມີປະສິດທິຜົນ ແລະ ປະຢັດງົບປະມານໃນການປັບປຸງສະຖານະພາບດ້ານໂພຊະນາການຂອງປະຊາຊົນ ທີ່ຊ່ຽວຊານສາທາລະນະສຸກກຳລັງໃຫ້ຄວາມສົນໃຈ. ໃນກອງປະຊຸມໃນວັນພະຫັດທີ່ຜ່ານມານີ້ ໄດ້ມີການປຶກສາຫາລືບັນຫາດັ່ງກ່າວ ເຊິ່ງຊ້ອງໜ້າໂດຍ ທ່ານນາງ ຊາຣາ ກໍດອນຈິບສັນ ອຳນວຍການໃຫຍ່ ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ ພ້ອມພະນັກງານຈາກກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ,​ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ສາທາ ປຶກສາຫາລືວາລະການຄົ້ນຄວ້າດ້ານການແພດ

ເຈົ້າໜ້າທີ່ສາທາລະນະສຸກ 50 ທ່ານຈາກແຂວງພາກກາງ ແລະ ພາກໃຕ້ ໄດ້ປະຊຸມກັນທີ່ວຽງຈັນເພື່ອສ້າງຄວາມເປັນເອກະພາບກ່ຽວກັບວາລະການຄົ້ນຄວ້າດ້ານສາທາລະນະສຸກແຫ່ງຊາດ ເຊິ່ງເປັນການສ້າງງພື້ນຖານດ້ານນະໂຍບາຍຂອງລັດໃນຂະແໜງການດັ່ງກ່າວ. ກອງປະຊຸມປຶກສາຫາລືກ່ຽວກັບຜົນເບື້ອງຕົ້ນຂອງວາລະການຄົ້ນຄວ້າດ້ານສາທາລະນະສຸກນີ້ ແມ່ນແນໃສ່ສ້າງຄວາມເປັນເອກະພາບດ້ານຄຳແນະນຳ ແລະ ວາງແຜນບາດກ້າວຕໍ່ໜ້າໃນການສ້າງວາລະການຄົນຄວ້າດ້ານສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຄງການເພື່ອຫຼຸດຜ່ອນການໃຊ້ຄວາມຮຸນແຮງເຊິ່ງມີພື້ນຖານມາຈາກເລື່ອງເພດໃນນະຄອນຫຼວງ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນກຸ່ມບ້ານເປົ້າໝາຍໃນວຽງຈັນມີການຫຼຸດຜ່ອນລົງ ເນື່ອງຈາກວ່າຄົນມີຄວາມເຂົ້າໃຈກ່ຽວກັບສິດທິຂອງແມ່ຍິງຫຼາຍຂຶ້ນ ຜ່ານໂຄງການນຳຄວາມຍຸດຕິທຳກັບຄືນສູ່ແມ່ຍິງທີ່ໄດ້ຮັບຜົນຈາກການໃຊ້ຄວາມຮຸນແຮງເຊິ່ງມີພື້ນຖານມາຈາກເລື່ອງເພດ. ໜ່ວຍງານລັດ ແລະ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນເຮວເວຕັສ ສະວິສ ໄດ້ທົບທວນວຽກງານທີ່ຜ່ານມາ ພ້ອມທັງແລກປ່ຽນປະສົບການພາຍໃຕ້ໂຄງການດັ່ງກ່າວ. ອ່ານຕໍ່ ...

ວຽງຈັນທາມສ໌

ສະຫະລາດຊະອານາຈັກໃຫ້ທຶນກູ້ຢືມເພື່ອຊ່ວຍໃນການຄວບຄຸມໄຂ້ມາເລເລຍ

ກອງທຶນການກຸສົນເພື່ອການບັນເທົາທຸກຂອງສະຫະລາດຊະອານາຈັກອັງກິດ ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນກວ່າ US$700,000 ເພື່ອຊ່ວຍໃນການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ມາເລເລຍຢູ່ສາມແຂວງໃນລາວ ແຕ່ປີ 2018 ຫາ 2020.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເມືອງສະໜາມໄຊ ເພີ່ມທະວີການປ້ອງກັນ-ຄວບຄຸມ ພະຍາດໄຂຍຸງລາຍ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຫ້ອງການສາທາລະນະສຸກ ເມືອງສະໜາມໄຊ ແຂວງອັດຕະປື  ພ້ອມກັບຂະແໜງ ຄອບຄຸມພະຍາດຕິດ ຕໍ່ຂັ້ນແຂວງ ໄດ້ລົງເຄື່ອນໄຫວ ໂຄສະນາສຸຂະສຶກສາ, ພ້ອມທັງແຈກຢາຍຢາ ຂ້າໜອນນໍ້າໃຫ້ປະຊາຊົນ.ອ່ານຕໍ່ ...

ຂປລ

ຊ່ຽວຊານສາທາກະກຽມການປ້ອງກັນຢູ່ດ່ານຂາເຂົ້າ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ

ຕາງໜ້າຄູ່ຮ່ວມພັດທະນາ ແລະກົມກອງຂອງກະຊວງສາທາລະນະສຸກໄດ້ປະຊຸມກັນໃນມື້ວານນີ້ຢູ່ວຽງຈັນ ເພື່ອປຶກສາຫາລືການກະກຽມດ່ານຂາເຂົ້າ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ເອດີບີ, ລາວ ລົງນາມໃນຂໍ້ຕົກລົງສົ່ງເສີມການປະຕິຮູບຂະແໜງສາທາລະນະສຸກ

ທະນາຄານພັດທະນາອາຊີ (ເອດີບີ) ແລະ ລັດຖະບານລາວໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອລ້າຕາມນະໂຍບາຍ ເປັນຈຳນວນ 30 ລ້ານໂດລາສະຫະລັດ ສຳລັບໂຄງການຍ່ອຍອັນດັບທີສອງຂອງໂຄງການຄຸ້ມຄອງຂະແໜງການສາທາລະນະສຸກ ເພື່ອຊ່ວຍຂະຫຍາຍຄວາມທົ່ວເຖິງດ້ານການປິ່ນປົວສຸຂະພາບ ແລະປັບປຸງການບໍລິການສາທາລະນະສຸກ.ອ່ານຕໍ່ ...

ວຽງຈັນທາມສ໌

ແພດສາທາໃນເຂດຊົນນະບົດສ້າງເຄືອຂ່າຍອອນໄລເພື່ອຕິດຕາມຄວາມຄືບໜ້າວຽກງານ

ເຈົ້າໜ້າທີ່ສາທາລະນະສຸກ ເມືອງເຟືອງແຂວງວຽງຈັນ ໄດ້ໝູນໃຊ້ສື່ສັງຄົມອອນໄລໃນການປະຕິບັດໜ້າທີ່ປະຈຳວັນ. ດຣ ອິນປອນ ມະນີແສງ ຫົວໜ້າຫ້ອງການສາທະລະນະສຸກເມືອງ ໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ສາທາ ແລະ ອາສາສະໝັກສາທາບ້ານອມີການນຳໃຊ້ໂທລະສັບມືຖື ເພື່ອສ້າງເຄືອຂ່າຍສຳລັບການປະຕິບັດງານສຸກເສີນ.ອ່ານຕໍ່ ...

ວຽງຈັນທາມສ໌

ອາຄານໃໝ່ໂຮງໝໍມິດຕະພາບຈະພ້ອມໃຫ້ບໍລິການປິ່ນປົວໃນໄວໆນີ້

ແພດສາທາມີແຜນສຸມຄວາມພະຍາຍາມພັດທະນາໂຮງໝໍມິດຕະພາບ ເພື່ອຍົກລະດັບຄຸນນະພາບການບໍລິການສາທາລະນະສຸກຂອງລາວ ໄປສູ່ລະດັບສາກົນ. ອາຄານໃໝ່ນີ້ຄາດວ່າຈະພ້ອມເປີດນຳໃຊ້ໃນເດືອນກໍລະກົດປີນີ້ ເພື່ອຕອບສະໜອງຄວາມຕ້ອງການປິ່ນປົວສຸຂະພາບທີ່ເພີ່ມຂຶ້ນ. ການກໍ່ສ້າງດັ່ງກ່າວມີມູນຄ່າປະມານ 112 ລ້ານຢູໂຣ (ຫຼື ກວ່າ 800ຕື້ກີບ) ເຊິ່ງໄດ້ຮັບການຊ່ວຍເຫຼືອໃນຮູບແບບເງິນກູ້ຢືມຈາກລັດຖະບານໂອຕຣິສອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kRL9M
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!