ລາວ, ຫວຽດນາມຫາລືການຕອບໂຕ້ຕໍ່ຂໍ້ມູນຂ່າວສານປອມຜ່ານສື່ສັງຄົມອອນໄລ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກລາວ ແລະ ຫວຽດນາມ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນໃນມື້ວານນີ້ ເພື່ອຫາລືວິທີການໃນການຕໍ່ຕ້ານຂໍ້ມູນຂ່າວສານທີ່ບໍ່ເປັນຈິງກ່ຽວກັບສອງປະເທດ ທີ່ໂພສ໌ທຜ່ານທາງອິນເຕີເນັດ ແລະ ສື່ສັງຄົມອອນໄລ.ທັງສອງຝ່າຍໄດ້ແລກປ່ຽນປະສົບການກ່ຽວກັບຂໍ້ມູນປອມ ແລະ ຫາລືມາດຕະການໃນການດຳເນີນການແກ້ໄຂໃຫ້ດີທີ່ສຸດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ກະຊວງຮຽກຮ້ອງໃຫ້ຢຸດເຊົາການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແລ້ວນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການກ່ຽວກັບການຫ້າມການໂຄສະນາຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຫ້ານການຈັດກິດຈະກຳທີ່ເປັນການສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າຕ່າງ.ແຈ້ງການສະບັບດັ່ງກ່າວແມ່ນມີການນຳສະເໜີຕໍ່ຫົວໜ່ວຍງານລັດ, ລັດວິສາຫະກິດ, ບໍລະສັດເອກະຊົນ, ຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ, ບໍລິສັດນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ລາວສະໜັບສະໜູນຄວາມພະຍາຍາມຂອງ BRNN

(ຂປລ) ເຄືອຂ່າຍຂ່າວສານທາງສາຍໃໝ–BRNN- ຈະກາຍເປັນຊ່ອງທາງທີ່ໃຫຍ່ກວ່າໃນການສະໜອງແຫຼ່ງຂໍ້ມູນຂ່າວສານທີ່ສະດວກສະບາຍຕໍ່ການເຂົ້າເຖິງ.ກອງປະຊຸມສະພາເຄືອຂ່າຍຂ່າວສານທາງສາຍໃໝ (BRNN) ຄັ້ງທີ 1 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ ປະເທດຈີນ ໃນວັນທີ 23 ເມສານີ້ ເພື່ອຫາລື ແລະ ສະຫຼຸບແຜນດຳເນີນງານຂອງເຄືອຂ່າຍຂ່າວສານທາງສາຍໃໝປະຈຳປີ 2019-2020.ໃນກອງປະຊຸມດັ່ງກ່າວ ມີອົງການຈັດຕັ້ງສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 40 ອົງການ ຈາກ 26 ປະເທດທົ່ວໂລກ ເຊິ່ງໄດ້ຮ່ວມເປັນສັກຂີພະຍານໃນການເປີດຕົວລະບົບເຄືອຂ່າຍຂ່າວສານອອນລາຍ ທີ່ກ່ຽວຂ້ອງກັບການລິເລີ່ມທາງສາຍໃໝ (BRI).ອ່ານຕໍ່ ...

ຂປລ

ຄົນລາວຈະນຳໃຊ້ສື່ສັງຄົມອອນໄລໃນອັດຕາທີ່ເພີ່ມຂຶ້ນໃນປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຜູ້ນຳໃຊ້ສື່ສັງຄົມອອນລາຍຄາດຄະເນວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກວ່າຜູ້ປະກອບການໂທລະຄົມໄດ້ມີການແຂ່ງຂັນກັນດ້ານການໃຫ້ບໍລິຫານ, ຕາມການເປີດເຜີຍຜົນການຄາດຄະເນຫຼ້າສຸດ.ບົດລາຍງານຈາກສູນອິນເຕີເນັດແຫ່ງຊາດລາວ ເຊິ່ງມີການເຜີຍແຜ່ໃນຕົ້ນເດືອນນີ້ ສະແດງໃຫ້ເຫັນວ່າ ຈຳນວນຜູ້ຊົມໃຊ້ສື່ສັງຄົມອອນລາຍໃນລາວແມ່ນຄາດວ່າຈະເພີ່ມຂຶ້ນເຖິງ 2.7 ລ້ານຄົນ ຫຼື ປະມານ 39% ຂອງປະຊາກອນປີ 2019.ອ່ານຕໍ່ ...

ເອກະພອນ ພູທອນສີ

ອົງການພຸດທະສາດສະໜາຈະນຳໃຊ້ກົດລະບຽບເພື່ອຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍຂອງພະສົງ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການພຸດທະສາດສະໜາສຳພັນລາວຈະເລີ່ມເຜີຍແຜ່ລະບຽບການກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍຂອງພະສົງໃນທ້າຍເດືອນນີ້. ຄະນະຮັບຜິດຊອບຈະມີການລົງຢ້ຽມຢາມພາກຕ່າງໆທີ່ສຳຄັນທົ່ວປະເທດ ເພື່ອອະທິບາຍກ່ຽວກັບລະບຽບການດັ່ງກ່າວ ເຊິ່ງວາງອອກໃນປີ 2017 ໂດຍຄະນະຄຸ້ມຄອງພະສົງ ພາຍໃຕ້ອົງການພຸດທະສາດສະໜາສຳພັນລາວ.ຈຸດປະສົງກໍ່ແມ່ນເພື່ອປັບປຸງພາບພົດຂອງພະສົງ ຕໍ່ສາຍຕາຂອງມະຫາຊົນທາງດ້ານການນຳໃຊ້ສື່ສັງຄົມອອນລາຍ.ອ່ານຕໍ່ ...

ວິສິດ ເທບພະລັດ

UNDP ຈະສືບຕໍ່ຊ່ວຍເຫຼືອໂຄງການວິທະຍຸຊຸມຊົນລາວ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈະສືບຕໍ່ຊ່ວຍເຫຼືອໂຄງການ ເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນຜ່ານວິທະຍຸຊຸມຊົນ ເຖິງປີ 2021.ໂຄງການຮ່ວມມືດັ່ງກ່າວ ເຊິ່ງເລີ່ມມາແຕ່ປີ 2017 ຈະສືບຕໍ່ດຳເນີນເຖິງປີ 2021 ເຊິ່ງມີມູນຄ່າລວມກວ່າ 25 ຕື້ກີບ (US$3 ລ້ານໂດລາ).ອ່ານຕໍ່ ...

ໜ່ວຍຂ່າວວຽງຈັນທາມສ໌

ການສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງພາກລັດ ເພື່ອປັບປຸງການນຳໃຊ້ຂໍ້ມູນເພື່ອການສົ່ງເສີມໂພຊະນາການ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການລິເລີ່ມລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (NIPN), ສະຫະພາບເອີຣົບ (EU) ແລະ ອົງການຢູນິເຊັບ UNICEF ໄດ້ມີການສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ພາກລັດ ເພື່ອປັບປຸງການນຳໃຊ້ຫຼັກຖານ ແລະ ຂໍ້ມູນຂ່າວສານໃນການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ໂຄງການທີ່ກ່ຽວຂ້ອງກັບວຽກງານໂພຊະນາການ ຜ່ານກອງປະຊຸມວິຊາການທີ່ວຽງຈັນໃນວັນທີ 3 ເມສາ.ກອງປະຊຸມພາຍໃຕ້ຫົວຂໍ້ “ການສະໜັບສະໜູນການຈັດຕັ້ງປະຕິບັດວົງຈອນການປະຕິບັດງານ NIPN: ການສ້າງຂໍ້ຄຳຖາມທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ການວິເຄາະຂໍ້ມູນທີ່ມີຢູ່” ໄດ້ສົ່ງເສີມການສ້າງຄວາມສາມາດຂອງທີມງານໃນການປະຕິບັດການລິເລີ່ມ, ໃຫ້ທິດທາງ ແລະ ຫາລືກ່ຽວກັບບູລິມະສິດໃນແຜນດຳເນີນງານ ສຳລັບຫົກເດືອນຕໍ່ໜ້າ.ອ່ານຕໍ່ ...

ຂປລ

ຂ່າວປອມເປັນໄພຂົ່ມຂູ່ມຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ປະຊາທິປະໄຕ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຜ່ກະຈາຍຂອງຂ່າວລື ແລະ ຂໍ້ມູນທີ່ບໍ່ເປັນຈິງໃນສື່ສັງຄົມອອນໄລຕ່າງໆ ໄດ້ສ້າງໄພຂົ່ມຂູ່ຕໍ່ຄວາມສະຫງົບ, ປະຊາທິປະໄຕ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມການຫາລືໃນກອງປະຊຸມ.ໃນຄຳເຫັນໃນພິທີເປີດກອງປະຊຸມ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ກ່າວຕໍ່ຄະນະຜູ້ແທນລາວ ແລະ ຕ່າງປະເທດ ແລະ ບັນດາຊ່ຽວຊານວ່າ ບັນຫາດັ່ງກ່າວໄດ້ກາຍເປັນສິ່ງທ້າທາຍໃນລະດັບສາກົນ, ເປັນໄພຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ-ຈີນຈະສົ່ງເສີມການຮ່ວມມືດ້ານສະຖິຕິ

ວຽງຈັນ (ວຽງຈັນທາມສ໌/ANN) – ຈີນມີແຜນຊ່ວຍເຫຼືອລາວໃນວຽກງານສະຖິຕິ, ແນໃສ່ພັດທະນາຄວາມຮູ້ຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມືລະຫວ່າງສອງຊາດ.ໃນຂັ້ນຕົ້ນ ຈີນຈະສົ່ງນັກຊ່ຽວຊານດ້ານສະຖິຕິມາປະເທດລາວ ເພື່ອເສີມຂະຫຍາຍການແລກປ່ຽນປະສົບການດ້ານວິຊາການຮ່ວມກັບເຈົ້າໜ້າທີ່ຂະແໜງການດັ່ງກ່າວຂອງລາວ ກ່ອນໜ້າການລົງນາມຂໍ້ຕົກລົງການຮ່ວມມືໃນທ້າຍປີນີ້ອ່ານຕໍ່  ...

ໂຕະຂ່າວ

ລາວ, ລຸກຊຳບວກເນັ້ນການຮ່ວມມືໃນການພັດທະນາດ້ານສະຖິຕິ

ລັດຖະບານສອງຊາດ ເນັ້ນການດຳເນີນການຈັດຕັ້ງປະຕິບັດໂຄງການຮ່ວມມືລາວ-ລຸກຊຳບວກໃນຂະແໜງສະຖິຕິ (LLPS) ເພື່ອສົ່ງເສີມພາລະກິດຂອງລາວໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນທາງສະຖິຕິທາງການທີ່ມີຄຸນນະພາບສູງ ໃຫ້ສອດຄ່ອງຕາມມາດຕະຖານສາກົນ.ອ່ານຕໍ່ ...

ພົມພົງ ເຫຼົ່າອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mG9x9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!