ລາວສະໜັບສະໜູນຄວາມພະຍາຍາມຂອງ BRNN

(ຂປລ) ເຄືອຂ່າຍຂ່າວສານທາງສາຍໃໝ–BRNN- ຈະກາຍເປັນຊ່ອງທາງທີ່ໃຫຍ່ກວ່າໃນການສະໜອງແຫຼ່ງຂໍ້ມູນຂ່າວສານທີ່ສະດວກສະບາຍຕໍ່ການເຂົ້າເຖິງ.

ກອງປະຊຸມສະພາເຄືອຂ່າຍຂ່າວສານທາງສາຍໃໝ (BRNN) ຄັ້ງທີ 1 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ ປະເທດຈີນ ໃນວັນທີ 23 ເມສານີ້ ເພື່ອຫາລື ແລະ ສະຫຼຸບແຜນດຳເນີນງານຂອງເຄືອຂ່າຍຂ່າວສານທາງສາຍໃໝປະຈຳປີ 2019-2020.

ໃນກອງປະຊຸມດັ່ງກ່າວ ມີອົງການຈັດຕັ້ງສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 40 ອົງການ ຈາກ 26 ປະເທດທົ່ວໂລກ ເຊິ່ງໄດ້ຮ່ວມເປັນສັກຂີພະຍານໃນການເປີດຕົວລະບົບເຄືອຂ່າຍຂ່າວສານອອນລາຍ ທີ່ກ່ຽວຂ້ອງກັບການລິເລີ່ມທາງສາຍໃໝ (BRI).

ອ່ານຕໍ່…

ຂປລ