ຄອບຄົວ, ເດັກນ້ອຍ ແລະ ໄວໜຸ່ມ
Development and assistance for families, children and youth
ການຕິດຕາມຄວາມຄືບໜ້າຂອງໂຄງການວາງແຜນຄອບຄົວ
(ຂປລ) ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ (FP) ແມ່ນວິທີທີ່ດີທີ່ສຸດໃນການຫຼຸດຜ່ອນການຖືພາໂດຍບໍ່ຕັ້ງໃຈ ແລະ ຄວາມສ່ຽງຈາກການຖືພາ ແລະ ການເກີດລູກ.ໃນ ສປປ ລາວ, ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ ຍັງຄົງສືບຕໍ່ເພີ່ມຂຶ້ນຢ່າງຊ້າໆ ໃນອັດຕາ 1% ຕໍ່ປີ ເຊິ່ງໝາຍຄວາມວ່າປະເທດລາວອາດບໍ່ສາມາດບັນລຸເປົ້າໝາຍອັດຕາການການຄຸມກຳເນີດ (CPR) 65% ພາຍໃນປີ 2025.ອ່ານຕໍ່ ...
ໂຕະຂ່າວ ຂປລ
ລັດຖະບານ, ອົງການສຸພະນິມິດ ສົົ່ງເສີມການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍລາວ
ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ຮອງປະທານຄະນະກຳມະການເພື່ອການພັດທະນາແມ່ຍິງ, ແມ່ ແລະ ເດັກ,ແລະ ທ່ານ ໂຣຊິນ ກາບຼຽວ ອຳນວຍການອົງການສຸພະນິມິດປະຈຳລາວ ໄດ້ລົງຢ້ຽມຢາມ ໂຄງການຕ່າງໆຂອງອົງການສຸພະນິມິດ ຢູ່ແຂວງສະຫວັນນະເຂດ ໃນອາທິດແລ້ວນີ້.ໂຄງການດັ່ງກ່າວແມ່ນແນໃສ່ວຽກງານການສຶກສາ, ໂພຊະນາການ, ນ້ຳ ແລະ ສຸຂາພິບານ, ຊີວິດການເປັນຢູ່, ແລະ ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ການຝຶກອົບແຕ່ງຜົມຊ່ວຍສ້າງທັກສະໃຫ້ຊາວໜຸ່ມລາວ
ສະຖາບັນພັດທະນາຝີມືແຮງງານລາວ-ເກົາຫຼີ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດຫຼັກສູດຝຶກອົບຮົມເພື່ອສ້າງທັກສະໃຫ້ແກ້ຊາວໜຸ່ມ ເພື່ອເປັນຊ່ອງທາງໃຫ້ເຂົາເຈົ້າຫຼຸດພົ້ນຈາກຄວາມທຸກຍາກ.ການລິເລີ່ມການຝຶກອົບຮົມດັ່ງກ່າວແມ່ນແນໃສ່ສ້າງຄວາມເຂັ້ມແຂງດ້ານທັກສະຊ່າງແຕ່ງຜົມເພື່ອຕອບສະໜອງຕະຫຼາດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມທີ່ບໍ່ມີວຽກເຮັດງານທຳ.ຜູ້ເຂົ້າຮ່ວມສາມາດຝຶກຝົນທັກສະໃນການຕັດຜົມ ແລະ ການຈັດຊົງຜົມຕ່າງໆໂດຍໃຊ້ຜົມປອມ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ມູນນິທິບ້ານເດັກໄດ້ມີເປີດໂຕຢ່າງເປັນທາງການຢູ່ວຽງຈັນ
(ຂປລ) ມູນນິທິບ້ານເດັກ (CHHF) ໄດ້ມີເປີດໂຕຢ່າງເປັນທາງການຢູ່ວຽງຈັນໃນວັນສຸກວັນທີ 26 ກໍລະກົດທີ່ຜ່ານມາ ເພື່ອສົ່ງເສີມການສຶກສາ ແລະ ວັດທະນະທຳສຳລັບເດັກ.“ມູນນິທິນີ້ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈຸດປະສົງສົ່ງເສີມການພັດທະນາດ້ານສຶກສາ ແລະ ວັດທະນະທຳສຳລັບເດັກນ້ອຍລາວ ພາຍໃຕ້ການສະໜັບສະໜູນຂອງອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ Future of Children Japan-Laos,” ທ່ານນາງ ສຸພາພອນ ວິສະພະ ກາວາມູຣະ ປະທານມູນນິທິບ້ານເດັກກ່າວ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47257
ອາຊຽນວາງແຜນກະກຽມກອງປະຊຸມລັດຖະມົນຕີຄັ້ງທີ 11 ກ່ຽວກັບຊາວໜຸ່ມ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຂອງປະເທດສະມາຊິກໄດ້ມີການຫາລືວານນີ້ ເພື່ອກະກຽມກອງປະຊຸມລັດຖະມົນຕີຄັ້ງທີ 11 ກ່ຽວກັບຊາວໜຸ່ມ (AMMY XI) ເຊິ່ງແນໃສ່ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາແບບຍືນຍົງ ແລະ ການລວມຕົວໃນລະດັບພາກພື້ນ.ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ລະດັບສູງຂຶ້ນ ທີ່ນະຄອນຫຼວງວຽງຈັນ ເພື່ອກະກຽມກອງປະຊຸມ AMMY XI ເຊິ່ງຈະມີຂຶ້ນໃນວັນທີ 20 ກໍລະກົດນີ້.ອ່ານຕໍ່ ...
ລັດຖະບານລາວ ແລະ ອົງການຢູນິເຊັບ ຮັດແໜ້ນການວາງແຜນການລະດັບແຂວງ, ການປະສານງານເພື່ອປັບປຸງໝາກຜົນສຳລັບການຊ່ວຍເຫຼືອເດັກນ້ອຍ
(ຂປລ) ໄດ້ມີການຈັດກອງປະຊຸມວິຊາການກ່ຽວກັບການວາງແຜນ, ການປະສານງານ, ການຕິດຕາມ ແລະ ການຈັດສັນງົບປະມານລະດັບແຂວງ ເພື່ອປັບປຸງຜົນໄດ້ຮັບສຳລັບວຽກງານການຊ່ວຍເຫຼືອເດັກນ້ອຍ ໃນວັນທີ 12 ມີນາ ທີ່ແຂວງອັດຕະປື ຈັດໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງອັດຕະປື ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...
ຂປລ
ໂຄງການໃໝ່ແນໃສ່ການເພີ່ມທະວີການປົກປ້ອງເດັກນ້ອຍໃນລາວ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ RADION ສາກົນ ໄດ້ຕົກລົງຢ່າງເປັນທາງການໃນການສົ່ງເສີມການສ້າງຄວາມສາມາດສຳລັບການປົກປ້ອງ ແລະ ການພັດທະນາເດັກນ້ອຍໃນຊຸມຊົນເປົ້າໝາຍໃນແຂວງພາກກາງ.ໂຄງການເພື່ອການປົກປ້ອງ ແລະ ພັດທະນາເດັກນ້ອຍ ພາຍໃຕ້ການສະໜັບສະໜູນຂອງອົງການ RADION ສາກົນ ແມ່ນແນໃສ່ການຍົກລະດັບຊີວິດການເປັນຢູ່ ແລະ ການປົກປ້ອງສິດທິຂອງເດັກດ້ອຍໂອກາດ ໃນຊຸມຊົນຕ່າງໆໃນນະຄອນຫຼວງ ແລະ ແຂວງວຽງຈັນ.ມູນຄ່າລວມຂອງໂຄງການຫ້າປີດັ່ງກ່າວ (2018-2023), ເຊິ່ງເລີ່ມຕົ້ນມາແຕ່ປີກາຍນີ້ ແມ່ນປະມານ US$600,000 ໂດລາ, ເຊິ່ງມີການດຳເນີນກິດຈະກຳຢູ່ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ເມືອງໂພນໂຮງ ແລະ ທຸລະຄົມ ແຂວງວຽງຈັນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ສ ເກົາຫຼີ ແລະ ຢູນິເຊັບ ໃຫ້ການຊ່ວຍເຫຼືອດ້ານການເບິ່ງແຍງ ແລະ ການປົກປ້ອງເດັກນ້ອຍໃນອັດຕະປື
(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ໄດ້ມອບທຶນຊ່ວຍເຫຼືອຈຳນວນ 300,00 ໂດລາສະຫະລັດໃຫ້ແກ່ອົງການຢູນິເຊັບ ເພື່ອຊຸກຍູ້ການເບິ່ງແຍງ ແລະ ການປົກປ້ອງເດັກນ້ອຍທີ່ຕ້ອງສູນເສຍຜູ້ປົກຄອງທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...
ບັນນາທິການ ຂປລ
ຝຣັ່ງ ແລະ ຢູນິເຊັບ ສືບຕໍ່ພາລະກິດສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກນ້ອຍໃນ ສປປລາວ
(ຂປລ) ໃນວັນທີ 10 ຕຸລາຜ່ານມາ, ທ່ານ ຟຣໍລອງຊ໌ ຊອງບລັງ-ຣິສ໌ແລ ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽງ ບີໂວ ຜູ້ຕາງໜ້າອົງການຢູນິເຊັບ ໄດ້ລົງນາມໃນຂໍ້ຕົກລົງສະບັບໃໝ່ ເພື່ອສືບຕໍ່ເຮັດວຽກຮ່ວມກັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກນ້ອຍ ໃນ ສປປ ລາວ ເຊິ່ງແນໃສ່ການສ້າງ ແລະ ຈັດຕັ້ງປະຕິບັດໂຄງສ້າງການຄຸ້ມຄອງກ່ຽວກັບການຮັບລ້ຽງເດັກແຫ່ງຊາດ ແລະ ສາກົນ.ອ່ານຕໍ່ ...
ຂປລ
ສູນກາງຊາວໜຸ່ມຮຽກຮ້ອງການຊ່ວຍເຫຼືອເພື່ອບັນເທົາທຸກໄພນ້ຳຖ້ວມ
ອຳນາດການປົກຄອງຮຽກຮ້ອງໃຫ້ມີອາສາສະໝັກໜຸ່ມນ້ອຍເພີ່ມເຕີມ ເພື່ອຊ່ວຍໃນການແຈກຢາຍສິ່ງຂອງບັນເທົາທຸກໃຫ້ແກ່ຜູ້ປະສົບເຄາະນ້ຳຖ້ວມຄັ້ງຮ້າຍແຮງທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...
ສົມສັກ ພົງຂາວ