ໂຄງການໃໝ່ແນໃສ່ການເພີ່ມທະວີການປົກປ້ອງເດັກນ້ອຍໃນລາວ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ RADION ສາກົນ ໄດ້ຕົກລົງຢ່າງເປັນທາງການໃນການສົ່ງເສີມການສ້າງຄວາມສາມາດສຳລັບການປົກປ້ອງ ແລະ ການພັດທະນາເດັກນ້ອຍໃນຊຸມຊົນເປົ້າໝາຍໃນແຂວງພາກກາງ.

ໂຄງການເພື່ອການປົກປ້ອງ ແລະ ພັດທະນາເດັກນ້ອຍ ພາຍໃຕ້ການສະໜັບສະໜູນຂອງອົງການ RADION ສາກົນ ແມ່ນແນໃສ່ການຍົກລະດັບຊີວິດການເປັນຢູ່ ແລະ ການປົກປ້ອງສິດທິຂອງເດັກດ້ອຍໂອກາດ ໃນຊຸມຊົນຕ່າງໆໃນນະຄອນຫຼວງ ແລະ ແຂວງວຽງຈັນ.

ມູນຄ່າລວມຂອງໂຄງການຫ້າປີດັ່ງກ່າວ (2018-2023), ເຊິ່ງເລີ່ມຕົ້ນມາແຕ່ປີກາຍນີ້ ແມ່ນປະມານ US$600,000 ໂດລາ, ເຊິ່ງມີການດຳເນີນກິດຈະກຳຢູ່ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ເມືອງໂພນໂຮງ ແລະ ທຸລະຄົມ ແຂວງວຽງຈັນ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ