ແຮງງານຜິດກົດໝາຍ

ການຄ້າມະນຸດ

ກະຊວງຮຽກຮ້ອງໃຫ້ຂະແໜງການທ່ອງທ່ຽວຊ່ວຍແກ້ໄຂບັນຫາການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຜູ້ປະກອບການທ່ອງທ່ຽວເອກະຊົນແຂວງບໍລິຄຳໄຊ ເຂົ້າຮ່ວມກອງປະຊຸມສຳມະນາເພື່ອສ້າງຄວາມເຂັ້ມແຂງດ້ານການຮ່ວມມື ແລະ ການມີສ່ວນຮ່ວມເພື່ອສະກັດກັ້ນການຄ້າມະນຸດ, ເຊິ່ງຈະຈັດຂຶ້ນຢູ່ແຂວງໃນວັນທີ 13-14 ພຶດສະພາ.ກອງປະຊຸມສຳມະນາດັ່ງກ່າວມີເປົ້າໝາຍໃນການຍົກລະດັບຄວາມຮູ້ກ່ຽວກັບການຄ້າມະນຸດ, ປຶກສາຫາລືຖອດຖອນບົດຮຽນ, ແລະ ສ້າງການຮ່ວມມືລະຫວ່າງບັນດາໜ່ວຍທຸລະກິດດ້ານການທ່ອງທ່ຽວ ເຊັ່ນ ໂຮງແຮມ ແລະ ບ້ານພັກ, ຮ້ານອາຫານ ແລະ ສະຖານບັນເທິງ.ອ່ານຕໍ່ ...

ໂຕະຂ່າວ

ບຸກຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີທີ່ຊາຍແດນໄທ-ມາເລເຊຍ

ເຈົ້າໜ້າທີ່ບຸກເຂົ້າກວດສອບຮ້ານຄາຣາໂອເກະທີ່ອຳເພີເມືອງສຸໄຫງໂຄລົກ ນາລາທິວາດ ໃນຕອນຄ່ຳຂອງວັນຈັນຜ່ານມາ ແລະ ຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີ.ເຈົ້າໜ້າທີ່ຈາກກົມການປົກຄອງຈັງຫວັດ ແລະ ກົມສືບສວນສອບສວນພິເສດ ພ້ອມດ້ວຍພະນັກງານອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ໄດ້ທຳການບຸກກວດຄົ້ນສະຖານບັນເທິງ Relax Pub ໃນເວລາ 8.30 ແລງທີ່ຕົວເມືອງຊາຍແດນດັ່ງກ່າວ.ໃນນັ້ນແມ່ຍິງ 2 ໃນຈຳນວນ 12 ຄົນດັ່ງກ່າວ ສົ່ງໄສວ່າມີອາຍຸຕ່ຳກວ່າ 18 ປີ, ເຊິ່ງໄດ້ມີການສົ່ງຕົວໄປໂຮງໝໍປະຈຳຈັງຫວັດເພື່ອທຳການກວດສອບມວນກະດູກ ຢືນຢັນອາຍຸຈິງ.ອ່ານຕໍ່ ...

The Nation

ທິດຊີ້ນຳໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານການຄ້າມະນຸດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະຫະພັນແມ່ຍິງລາວໄດ້ຮ່ວມປະຊຸມກັບເຈົ້າໜ້າທີ່ກະຊວງວານນີ້ ເພື່ອຫາລືຮ່າງແນວທາງນະໂຍບາຍໃໝ່ກ່ຽວກັບຄວາມຮຸນແຮງໃນຄອບຄົວ, ການປົກປ້ອງເດັັກ ແລະ ການຄ້າມະນຸດ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານນາງ ທູມມະລີ ວົງພະຈັນ ອຳນວຍການສູນປົກປ້ອງ ແລະ ໃຫ້ຄຳປຶກສາສຳລັບແມ່ຍິງ ແລະເດັກນ້ອຍ ສະຫະພັນແມ່ຍິງລາວ, ແລະ ມີ 40 ຜູ້ເຂົ້າຮ່ວມ ຕາງໜ້າຈາກກະຊວງຍຸດຕະທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຈາກພາກສ່ວນອື່ນໆ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຄວາມເຈັດປວດຂອງແມ່ຍິງລາວສະແດງເຖິງບັນຫາການຄ້າມະນຸດທີ່ເພີ່ມຂຶ້ນ ເນື່ອງຈາກແຮງງານລາວຫວັງປະກອບອາຊີບລາຍໄດ້ສູງຢູ່ໄທ

ການຄ້າມະນຸດຈາກລາວໄປປະເທດເພື່ອບ້ານໄທ ໃນຮູບຂອງຜູ້ອອກແຮງງານທີ່ບໍ່ມີເອກະສານຍັງຄົງເປັນບັນຫາທີ່ເພີ່ມຂຶ້ນ ໂດຍມີນາຍໜ້າຈັດຫາແຮງານຫຼາຍພັນຄົນຂ້າມຊາຍແດນເພື່ອໂອກາດໃນການເຮັດວຽກ ເຊິ່ງມີຫຼາຍກໍລະນີທີ່ຄົນລາວຕ້ອງຕົກຢູ່ໃນສະພາບຖືກທາລຸນນະກຳຈາກນາຍຈ້າງຂອງຕົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ອົງການສາກົນເພື່ອການຍ້ານຖິ່ນຖານ ແລະ ກົມຕຳຫຼວດກວດຄົນເຂົ້າເມືອງ (ກຕມ) ຮ່ວມມືໃນການຈັດການການຄ້າມະນຸດ ແລະ ການລັກລອບຂົນສົ່ງຜູ້ຍ້າຍຖິ່ນຖານ

ວຽງຈັນ – ອົງການສາກົນເພື່ອການຍ້ານຖິ່ນຖານ (IOM) ແລະ ກົມຕຳຫຼວດກວດຄົນເຂົ້າເມືອງ (ກຕມ) ຂອງ ສປປ ລາວ ໄດ້ເລີ່ມຊຸດຝຶກອົບຮົມທຳອິດ ເຊິ່ງນຳໂດຍວິທະຍາກອນຊ່ຽວຊານຈາກ ກຕມ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ປະຈຳຊາຍແດນແນວໜ້າ ເພື່ອຍົກລະດັບຄວາມສາມາດຂອງລາວ ໃນການຈັດການກັບການຄ້າມະນຸດ ແລະ ການລັກລອບຂົນສົ່ງຜູ້ຍ້າຍຖິ່ນຖານໃນທົ່ວປະເທດ.ອ່ານຕໍ່ ...

ອົງການຈັດຕັ້ງສາກົນເພື່ອການຍ້ານຖິ່ນຖານ

ຮອງນາຍົກຮຽກຮ້ອງໃຫ້ມີການເຂັ້ມງວມຕື່ມຕໍ່ການປະຕິບັດການຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດຕ້ອງການໂຄງຮ່າງການຈັດຕັ້ງ ເຊິ່ງສະໜັບສະໜູນການປະຕິບັດການໃຫ້ມີປະສິດທະພາບ ໃນການຕ້ານກິດຈະກຳທີ່ຜິດກົດໝາຍ ທັງເປັນການສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ມະຫາຊົນຕໍ່ກັບອັນຕະລາຍຂອງກິດຈະກຳດັ່ງກ່າວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະບານໄທຊ່ວຍເຫຼືອຜູ້ປະສົບເຄາະຈາກການຄ້າມະນຸດ

ລັດຖະບານໄທຕົກລົງສືບຕໍ່ສົ່ງເສີມການກໍ່ສ້າງສູນພັດທະນາສັງຄົມມິດຕະພາບລາວ-ໄທ ຢູ່ວຽງຈັນ ເພື່ອຊ່ວຍຜູ້ປະສົບເຄາະຈາກການຄ້າມະນຸດໃນລາວ. ໃນອາທິດນີ້ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະລາດຊະທູດໄທຄົນໃໝ່ປະຈຳລາວ ໄດ້ຢືນຢັນແຜນງົບປະມານການກໍ່ສ້າງຈຳນວນ 25 ລ້ານບາດໂດຍປະມານ ໃນໂອກາດຢ້ຽມຢາມ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຢ່າງເປັນທາງການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອຳນາດການປົກຄອງຂັ້ນແຂວງຈາກລາວ, ໄທ ປຶກສາຫາລືເພື່ອສະກັດກັ້ນການຄ້າມະນຸດ

ອຳນາດການປົກຄອງແຂວງຈຳປາສັກ ປະເທດລາວ ແລະ ຈັງຫວັດອຸບົນລາດຊະທານີ ປະເທດໄທ ສືບຕໍ່ຮ່ວມມືກັນໃນໂຄງການປົກປ້ອງແຮງງານແມ່ຍິງ ແລະ ເດັກນ້ອຍຈາກການຄ້າປະເວນີທີ່ຜິດກົດໝາຍ ແລະ ການຄ້າມະນຸດ. ຕາມການລາຍງານຂອງສຳນັກຂ່າວຈຳປາໃໝ່, ການປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຈັງຫວັດອຸບົນລາດຊະທານີ ເພື່ອແລກປ່ຽນປະສົບການ ແລະ ທັກສະຕ່າງໆໃນການຈັດການກັບການຄ້າມະນຸດໃນພື້ນທີ່ຊາຍແດນລະຫວ່າງສອງແຂວງ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

aGutE
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!