ການຟື້ນຟູພື້ນຖານໂຄງລ່າງເມືອງສະໜາມໄຊທີ່ປະສົບອຸທົກກະໄພພວມກຳລັງດຳເນີນ

ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ການຟື້ນຟູສ້ອມແປງຖະໜົນ ແລະ ການສ້າງຮ່ອງລະບາຍນ້ຳໃນເມືອງສະໜາມໄຊ ແຂວງອັດຕະປືທີ່ປະສົບໄພນ້ຳຖ້ວມ ພວມກຳລັງດຳເນີນຕາມແຜນ.ບົດລາຍງານຄວາມຄືບໜ້າໄດ້ມີການນຳສະເໜີຕໍ່ທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ລົງຢ້ຽມຢາມພຶ້ນທີ່ໃນອາທິດແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ພິທີສະເຫຼີມສະຫຼອງຂົວມິດຕະພາບລາວ-ໄທ-ອອສ໌ເຕຣເລຍຄົບຮອບ 25 ປີ

ວຽງຈັນ (ວຽງຈັນທາມສ໌ໍໍໍ/ANN) – ໄດ້ມີການຈັດຫຼາຍຫຼາຍກິດຈະກຳໃນທ້າຍອາທິດຜ່ານມາ ເພື່ອສະເຫຼີມສະຫຼອງວັນເປີດຂົວມິດຕະພາບລາວ-ໄທແຫ່ງທຳອິດຄົບຮອບ 25 ປີ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອອສ໌ເຕຣເລຍ, ສະແດງໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງອອສ໌ເຕຣເລຍ ຢ່າງຕໍ່ເນື່ອງໃນການຮັກສາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນ້ຳຂອງ.ໃນຕອນເຊົ້າຂອງວັນສຸກຜ່ານມານີ້, ທ່ານ ຊອນ-ເບີນາດ ຄາຣາຊ໌ໂກ ເອກອັະຄະລັດຖະທູດອອສ໌ເຕຣເລຍປະຈຳລາວ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນວຽງຈັນ ແລະ ທ່ານ ຣົນນະໄຊ ຈິດວິເສດ ຜູ້ວ່າລາດຊະການຈັງຫວັດໜອງຄາຍ ໄດ້ນຳພາມວນຊົນໃນພິທີຕັກບາດທີ່ຂົວມິດຕະພາບດັ່ງກ່າວ ເຊິ່ງເຊື່ອມຕໍ່ນະຄອນວຽງຈັນກັບຈັດຫວັດໜອງຄາຍ.ອ່ານຕໍ່ ...

ເອກະພອນ ພູທອນສີ

ແຜນການສະເຫຼີມສະຫຼອງຂົວມິດຕະພາບລາວໄທ 1 ຄົບຮອບ 25 ປີ

ວຽງຈັນ (ວຽງຈັນທາມສ໌/ANN) – ໄດ້ມີການກະກຽມຈັດຫຼາກຫຼາຍກິດຈະກຳມ່ວນຊື່ນ ແລະ ໜ້າສົນໃຈ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂົວມິດຕະພາບລາວ-ໄທ 1 ຄົບຮອບ 25 ປີ ເຊິ່ງຈະຈັດຂຶ້ນທີ່ບໍລິເວນຂົວດັ່ງກ່າວໃນວັນທີ 26-27 ເມສານີ້.ຄະນະຜູ້ຈັດພິທີກ່າວວ່າ ກິດຈະກຳການສະເຫຼີມສະຫຼອງລວມມີ ພິທີຕັກບາດຖະຫວາຍສັງຄະທານ, ການແຂ່ງຂັນແລ່ນມິນິມາຣາທອນ ແລະ ການແຂ່ງຂັນຂີ່ລົດຖີບ. ໃນວັນທີ 26 ເມສານີ້ ຈະມີພິທີຕັກບາດ ແລະ ສູດຂົວ ມີຈະພະສົງຈາກລາວ ແລະ ໄທເຂົ້າຮ່ວມຈຳນວນ 125 ອົງ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຂົວຂ້າມນ້ຳຂອງແຂວງຫຼວງພະບາງແມ່ນຈຸດເຊື່ອມໂຍງທີ່ສຳຄັນໃນໂຄງການທາງລົດໄຟລາວ-ຈີນ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ໃນສອງປີຕໍ່ໜ້າ, ຂະບວນລົດໄຟລາວ-ຈີນຈະເດີນອອກມາຈາກອຸໂມງ, ຜ່ານຂົວທາງລົດໄຟຂ້າມນ້ຳຂອງທີ່ຫຼວງພະບາງ ແລະ ແລ່ນເຂົ້າໄປໃນສາຍພູໃນອີກຟາກໜຶ່ງ.ຢູ່ຈຸດທີ່ສ້າງຂົວ, ນ້ຳຂອງມີຄວາມກວ້າງປະມານໜຶ່ງກິໂລແມັດ, ແລະ ລົດໄຟໂດຍສາຍຈະສາມາດແລ່ນໃນລະດັບຄວາມໄວປະມານ 160 ກມ ຕໍ່ຊົ່ວໂມງ ໃນຂະນະທີ່ລົດໄຟຂົນສົ່ງສິນຄ້າຈະແລ່ນດ້ວຍຄວາມໄວ 120 ກມ ຕໍ່ຊົ່ວໂມງ.ອ່ານຕໍ່ ...

ໂຕະຂ່າວ

EIB ຈະຊ່ວຍເຫຼືອໃນການປົກປ້ອງຖະໜົນໄລຍະ 1,400ກມ ໃນຊົນນະບົດຂອງ ສປປ ລາວ ຈາກການປ່ຽນແປງຂອງສະພາບອາກາດ

ໃນຕອນເຊົ້າຂອງວັນທີ 1 ເມສານີ້ ທ່ານ ລູກາ ແລັດຊາໂຣລີ ອຳນວຍການທະນາຄານການລົງທຶນເອີຣົບ, ໄດ້ຕົກລົງໃນການຊ່ວຍເຫຼືອລາວຄັ້ງໃໝ່ຢ່າງເປັນທາງການ ເພື່ອປັບປຸງເສັ້ນທາງໄລຍະ 1,400ກມໃນຫົກແຂວງ ເຊິ່ງປະຈຸບັນຍັງບໍ່ທັນໄດ້ຮັບການປູຢາງ. ໂຄງການນີ້ຈະເຮັດໃຫ້ເຄືອຂ່າຍເສັ້ນທາງແຫ່ງຊາດ ເຊິ່ງມີຄວາມອ່ອນໄຫວຕໍ່ການປ່ຽນແປງຂອງສະພາບອາກາດ ໄດ້ຮັບການປູຢາງ, ຍົກລະດັບ ແລະ ມີຄວາມໝັ້ນຄົງ.ໃນໄລຍະສາມວັນຂອງການຢ້ຽມຢາມ ສປປ ລາວ, ທ່ານ ແລັດຊາໂຣລີ ໄດ້ລົງນາມໃນຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອລ້າມູນຄ່າ 5 ລ້ານຢູໂຣ ຮ່ວມກັນທ່ານ (ປອ) ກິແກ້ວ ຈັນທະບູຣີ ໃນນາມຂອງລັດຖະບານແຫ່ງ ສປປ ລາວ.ອ່ານຕໍ່  ...

EIB

ກະຊວງຄວນແກ້ໄຂບັນຫາຕົ້ນທຶນການກໍ່ສ້າງສູງ ແລະ ຄຸນນະພາບຖະໜົນ ແລະ ຂົວຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຄຳແນະນຳໃຫ້ແກ້ໄຂບັນຫາກ່ຽວກັບການກໍ່ສ້າງຖະໜົນ ແລະ ຂົວທີ່ຍືດເຍື້ອ ເຊິ່ງມີມູນຄ່າການກໍ່ສ້າງ ແລະ ສ້ອມແປງທີ່ສູງ ແຕ່ວ່າມີມາດຕະຖານຄຸນນະພາບທີ່ຕ່ຳ.ໃນກອງປະຊຸມແຫ່ງຊາດຂອງຂະແໜງການເຊິ່ງໄດ້ອັດລົງໃນວັນສຸກຜ່ານມາທີ່ວຽງຈັນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີໄດ້ກ່າວວ່າ ສັງຄົມໄດ້ມີຫາງສຽງຕຳນິກ່ຽວກັບບັນຫາດັ່ງກ່າວ ກໍຄືຄວາມຊັກຊ້າໃນຂະບວນການກໍ່ສ້າງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຊາວບ້ານຄອງຄອຍທາງປູຢາງ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ຜູ້ເຖົ້າຜູ້ແກ່ບ້ານທ່າແຂກ ແລະ ນາບົງ ຈັບກຸ່ມກ້ອນ ສົນທະນາຫາລືວ່າປານໃດຖະໜົນຫົນທາງໜ້າບ້ານຂອງພວກເຂົາຈະໄດ້ຮັບການປູຢາງ.ພວກເຂົາໄດ້ແຕ່ແນມເບິ່ງຂີ້ຝຸ່ນໄຫງ່ທີ່ມາຈາກຍານພາຫະນະແລ່ນໄປມາ ແລະ ຕັ້ງຄຳຖາມໃນໃຈວ່າ ຍາມໃດຊ່າງກຳມະກອນຈະມາປູຢາງຫົນທາງແຕ່ເຂດບ້ານຫາຂົວຕອງກິ່ວ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ລົງນາມຂໍ້ຕົກລົງການສຳປະທານໂຄງການກໍ່ສ້າງທາງດ່ວນໝາຍເລກ 1 ວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນວຽງຈັນ ໄດ້ອະນຸມັດໃຫ້ບໍລິສັດກໍ່ສ້າງທາງດ່ວນໝາຍເລກ 1 ວຽງຈັນຈຳກັດຜູ້ດຽວ ໃນການກໍ່ສ້າງເສັ້ນທາງດ່ວນວຽງຈັນແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍ ໄລຍະ 15.3 ກມ.ຂໍ້ຕົກລົງການສຳປະທານການກໍ່ສ້າງ-ດຳເນີນການ-ມອບຄືນ (BOT) ໄດ້ມີພິທີລົງນາມໃນວັນທີ 4 ມີນານີ້ ໂດຍພະແນກແຜນການ ແລະ ການລົງທຶນ, ໃນນາມຂອງອຳນາດການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດກໍ່ສ້າງດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຫວຽດນາມຂົນຂວາຍຫາແຫຼ່ງທຶນກໍ່ສ້າງທາງດ່ວນວຽງຈັນ-ວຶງອາງ

ລັດຖະບານລາວ ແລະ ຫວຽດນາມສັນຍາຈະຂົນຂວາຍຫາທຶນຮອນເພື່ອກໍ່ສ້າງທາງລົດໄຟ ເຊື່ອມຕໍ່ນະຄອນວຽງຈັນກັບທ່າເຮືອວຶງອາງ ແຂວງຮາຕີນ ທາງພາກກາງຂອງຫວຽດນາມ.ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງທີ່ວຽງຈັນໃນວັນອາທິດແລ້ວນີ້, ສັນຍາວ່າຈະຮ່ວມກັນຜັນຂະຫຍາຍແຜນໂຄງການທີ່ມີຊື່ວ່າ ທາງດ່ວນວຽງຈັນ-ວຶງອາງ ໃຫ້ປະກົດຜົນເປັນຈິງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຖະໜົນໃໝ່ໃນວຽງຈັນຈະຍົກລະດັບການຄ້າຂາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ

ນັກຂັບຂີ່ຈະພົບຄວາມສະດວກໃນການສັນຈອນໃນນະຄອນຫຼວງ ເມື່ອການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງພື້ນທີ່ບຶງທາດຫຼວງ ແລະ ຖະໜົນສາຍອື່ນໆດຳເນີນສຳເລັດ.ເຂດເສດຖະກິດພິເສດບຶງທາດຫຼວງພວມວາງແຜນລົງທຶນປະມານ US$7 ໂດລາ, ເຊິ່ງລວມມີຄ່າຊົດເຊີຍ, ຄ່າຍົກລະດັບຖະໜົນບໍລິເວນພື້ນທີ່ເຂດ ເພື່ອເຊື່ອມຕໍ່ຖະໜົນສາຍຕ່າງໆໃນນະຄອນຫຼວງວຽງຈັນ ເພື່ອຫຼຸດຜ່ອນຄວາມໜາແໜ້ນຂອງການຈໍລະຈອນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Xm8GG
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!