ຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຍັງຄົງລໍຄອຍເງິນຊົດເຊີຍທາງລົດໄຟ

ປະຊາຊົນລາວທີ່ຕ້ອງຍ້າຍຖິ່ນຖານຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນຍັງຄົງລໍຖ້າເງິນຊົດເຊີຍຈາກລັດຖະບານ ໃນຂະນະທີ່ຫຼາຍຄົນທີ່ໄດ້ຮັບຄ່າຊົດເຊີຍແລ້ວກ່າວວ່າເງິນຊົດເຊີຍທີ່ໄດ້ແມ່ນໜ້ອຍກວ່າທີ່ຄິດຫຼາຍ.ໂຄງການທາງລົດໄຟເພື່ອເຊື່ອມຕໍ່ລາວກັບຈີນ ຄາດວ່າຈະສ້າງປະໂຫຍດໃຫ້ແກ່ເສດຖະກິດຂອງລາວ ເນື່ອງຈາກວ່າມັນຈະຊ່ວຍຫຼຸດຕົ້ນທຶນຂອງສິນຄ້າສົ່ງອອກ ແລະ ສິນຄ້າບໍລິໂພກ ໃນຂະນະດຽວກັນກໍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງປະເທດທຸກຍາກທີ່ມີປະຊາກອນປະມານເຈັດລ້ານຄືລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-china-railway-compensation-delay-07162019170632.html

ສາທາລະນະຊົນສະໜັບສະໜູນການກໍ່ສ້າງເສັ້ນທາງດ່ວນວຽງຈັນ

ອຳນາດການປົກຄອງວຽງຈັນກ່າວວ່າ ປະຊາຊົນທີ່ຈະໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງດ່ວນເລກທີ 1 ວຽງຈັນ ລ້ວນແຕ່ສະໜັບສະໜູນໂຄງການກໍ່ສ້າງດັ່ງກ່າວ ເນື່ອງຈາກເຂົາເຈົ້າເຫັນໄດ້ເຖິງຜົນປະໂຫຍດທີ່ຈະໄດ້ຮັບຈາກເສັ້ນທາງດັ່ງກ່າວ.ເສັ້ນທາງດ່ວນໄລຍະ 15.3 ກມ ດັ່ງກ່າວຈະຕັດຈາກເຂດເສດຖະກິດພິເສດບຶງທາດຫຼວງເຖິງດົງໝາກຄາຍ ພາຍໃຕ້ການກໍ່ສ້າງຂອງບໍລິສັດທາງດ່ວນເລກທີ 1 ວຽງຈັນ ຈຳກັດຜູ້ດຽວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ໂຄງການກໍ່ສ້າງເສັ້ນທາງຂອງລາວຈະຊ່ວຍສົ່ງເສີມການເດີນທາງໃນປະເທດສະມາຊິກອາຊຽນ

ການເດີນທາງທົ່ວພາກພື້ນອາຊຽນຈະສະດວກຍິ່ງຂຶ້ນ ຍ້ອນແຜນການກໍ່ສ້າງເສັ້ນທາງດ່ວນໜຶ່ງສາຍ ແລະ ເສັ້ນທາງດ່ວນຄວບຄຸມອີກສາມສາຍ ເຊິ່ງມີໄລຍະລວມກວ່າ 1,700 ກິໂລແມັດ ເພື່ອເຊື່ອມຕໍ່ປະເທດລາວກັບຈີນ ແລະ ຫວຽດນາມ.ປະເທດລາວຕ້ອງໃຊ້ງົບປະມານຢ່າງຕ່ຳ 283 ຕື້ບາດເພື່ອສຳເລັດຄວາມທະເຍີທະຍານດັ່ງກ່າວ, ທ່ານ ແພງ ດວງເງິນ ຫົວໜ້າກົມໂຍທາທິການຂອງລາວກ່າວ.ອ່ານຕໍ່  ...

THODSAPOL HONGTONG
https://www.bangkokpost.com/thailand/general/1708174/laos-highway-projects-to-boost-asean-travel

ການກໍ່ສ້າງເສັ້ນທາງແຫ່ງຊາດເລກທີ 11 ເລີ່ມດຳເນີນຢ່າງເປັນທາງການ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕົກລົງກັບທີ່ປຶກສາໄທ ແລະ ລາວ ແລະ ຜູ້ຮັບເໝົາ ເພື່ອເລີ່ມຕົ້ນການກໍ່ສ້າງເສັ້ນທາງແຫ່ງຊາດເລກທີ 11, ເຊິ່ງເຊື່ອມຕໍ່ນະຄອນວຽງຈັນຜ່ານແຂວງໄຊຍະບູລີເຂົ້າສູ່ພາກເໜືອຂອງໄທ.ເສັ້ນທາງໄລຍະກວ່າ 122 ກິໂລແມັດດັ່ງກ່າວຈະໃຊ້ເວລາໃນການກໍ່ສ້າງປະມານ 36 ເດືອນຈຶ່ງສຳເລັດ ແລະ ຈະເປີດໃຫ້ບໍລິການຕໍ່ສາທາລະນະໃນປີ 2022.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ເສັ້ນທາງໃໝ່ເຊື່ອມຕໍ່ຫຼວງພະບາງກັບຊາຍແດນໄທ ຊ່ວຍປະຢັດເວລາໃນການເດີນທາງ

ເສັ້ນທາງໃໝ່ທີ່ເຊື່ອມຕໍ່ລະຫວ່າງແຂວງຫຼວງພະບາງຂອງກັບຊາຍແດນຈັງຫວັດນ່ານຂອງໄທ ໄດ້ມີການເປີດນຳໃຊ້ຢ່າງເປັນທາງການ, ເຊິ່ງຊ່ວຍປະຢັດເວລາໃນການເດີນທາງສຳລັບນັກທ່ອງທ່ຽວ.ເສັ້ນທາງໃໝ່ດັ່ງກ່າວແມ່ນຕັດຈາກເມືອງຫົງສາ ຫາແຂວງຫຼວງພະບາງ ແລະ ຕໍ່ຍາວໄປເຖິງດ່ານຊາຍແດນຈັງຫວັດນ່ານປະເທດໄທ.ກ່ອນໜ້າການກໍ່ສ້າງເສັ້ນທາງດັ່ງກ່າວ, ການເດີນທາງລະຫວ່າງສອງແຂວງຕ້ອງໃຊ້ເວລາເຖິງເກົ້າຊົ່ວໂມງ, ໃນຂະນະທີ່ປະຈຸບັນ ການເດີນທາງແມ່ນໃຊ້ເວລາປະມານສີ່ເຖິງຫ້າຊົ່ວໂມງ. ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/27/new-road-connects-thai-border-to-luang-prabang-reduces-travel-time/

ການຍົກລະດັບຖະໜົນເສັ້ນຕານມີໄຊ-ສີເກີດ ສຳເລັດກວ່າ 60 ເປີເຊັນ

ຜູ້ຮັບເໝົາ ທີ່ຮັບຜິດຊອບການຍົກລະດັບຖະໜົນໄລຍະ 9.4-ກມ ຈາກທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຢືນຢັນວ່າຈະໃຫ້ສຳເລັດໂຄງການພາຍໃນທ້າຍເດືອນນີ້.ເຖິງຢ່າງໃດກໍຕາມ ຫຼາຍຄົນທີ່ອາໄສຢູ່ລຽບແຄມທາງດັ່ງກ່າວ ກໍຍັງຮຽກຮ້ອງໃຫ້ຜູ້ຮັບເໝົາເລັ່ງມືໃນໜ້າວຽກ, ຍ້ອນວ່າການກໍ່ສ້າງດັ່ງກ່າວເຮັດມີຄວາມຫຍຸ້ງຍາກຕໍ່ການສັນຈອນ. ພວກເຂົາຍັງເນັ້ນຕື່ມວ່າ ຖ້າບໍ່ຮີບຮ້ອນແກ້ໄຂ ອາດສ້າງບັນຫາໃນການໃຊ້ຖະໜົນໃນຊ່ວງລະດູຝົນນີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແຂວງບໍລິຄຳໄຊຈະເປັນຂົວເຊື່ອມຕໍ່ພາກພື້ນດິນທີ່ສຳຄັນຂອງພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງບໍລິຄຳໄຊ ເຊິ່ງຕັ້ງຢູ່ທາງພາກກາງຂອງລາວ ຈະເປັນສູນກາງການຄ້າ ແລະ ຂົວເຊື່ອມຕໍ່ທາງບົກທີ່ສຳຄັນອີກແຫ່ງໜຶ່ງເມື່ອການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ສຳເລັດ ແລະ ເລີ່ມເປີດບໍລິການໃນຊຸມປີຕໍ່ໜ້າ.ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ອາຄົມ ເທີມພິດທະຍະໄພສິດ ລັດຖະມົນຕີກະຊວງໂຍທາຂອງໄທ ຮ່ວມເປັນປະທານໃນພິທີລົງນາມການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງຈັດຂຶ້ນທີ່ຈັງຫວັດບຶງການ ປະເທດໄທ ໃນວັນທີ 14 ມິຖຸນາຜ່ານມານີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-borikhamxay-serve-key-regional-land-bridge-98641

ການລົງນາມຂໍ້ຕົກລົງກ່ຽວກັບຂອບໂຄງສ້າງທາງດ່ວນຈີນ-ລາວ

ວຽງຈັນ, 29 ພຶດສະພາ (Xinhua) –– ກຸ່ມບໍລິສັດກໍ່ສ້າງ ແລະ ຖືຫຸ້ນການລົງທຶນຢຸນນານປະເທດຈີນ (YCIH) ແລະ ກະຊວງແຜນການ ແລະ ການລົງທຶນຂອງລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບຂອບການຮ່ວມມືສຳລັບການກໍ່ສ້າງທາງດ່ວນຈີນ-ລາວ ທີ່ນະຄອນຫຼວງວຽງຈັນ.ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມໃນວັນອັງຄານຜ່ານມານີ້, ທັງສອງຝ່າຍຈະຍຶດໝັ້ນຕາມຫຼັກການການມີຜົນປະໂຫຍດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການພັດທະນາຮ່ວມກັນ, ແລະ ການດຳເນີນການຄ້າພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງຝ່າຍ, ເພື່ອຮ່ວມກັນພັດທະນາໂຄງການກໍ່ສ້າງທາງດ່ວນຈີນ-ລາວ. ທັງສອງຝ່າຍຈະລົງທຶນຮ່ວມກັນ ໃນການກໍ່ສ້າງແຕ່ລະຕອນທາງຂອງໂຄງການບົນພື້ນຖານ “ສປສ” (ສ້າງ-ປະຕິບັດ-ສົ່ງມອບ).ເສັ້ນທາງດ່ວນວຽງຈັນ-ວັງວຽງທີ່ພວມດຳເນີນການກໍ່ສ້າງນີ້ມີໄລຍະ 109.1 ກມ, ແລະ ມີມູນຄ່າປະມານ 1.3 ຕື້ໂດລາສະຫະລັດ. ເສັ້ນທາງສີ່ເລນດັ່ງກ່າວຈະຊ່ວຍປະຢັດເວລາໃນການເດີນທາງຈາກວຽງຈັນເຖິງວັງວຽງປະມານ 2.5 ຊົ່ວໂມງພາຍຫຼັງສຳເລັດໂຄງການ, ເຫຼືອພຽງປະມານ 1.5 ຊົ່ວໂມງດ້ວຍລົດສ່ວນຕົວ.ອ່ານຕໍ່ ...

ຫຼຽງຢູ
http://www.xinhuanet.com/english/2019-05/30/c_138100669.htm

ລາວ, ໄທຮຽກຮ້ອງໃຫ້ມີການສ້າງຂົວມິດຕະພາບອີກສອງແຫ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຝ່າຍລາວ ແລະ ໄທ ຊຸກຍູ້ໃຫ້ມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງຕື່ມອີກສອງແຫ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງປະຊາຊົນສອງຊາດ.ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ອາຄົມ ເທີມພິທະຍະໄພສິດ ລັດຖະມົນຕີຝ່າຍໄທ ໄດ້ຈັດການໂອ້ລົມຫາລືເພື່ອບັນລຸຂໍ້ຕົກລົງກ່ຽວກັບວິທີທາງໃນຕໍ່ໜ້າ ທີ່ຈັງຫວັດໜອງຄາຍປະເທດໄທ ໃນວັນຈັນຜ່ານມາ.ສອງຝ່າຍໄດ້ສຳເລັດຮ່າງຂໍ້ຕົກລົງກ່ຽວກັບການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີຫ້າ ເພື່ອເຊື່ອມຕໍ່ແຂວງບໍລິຄຳໄຊຂອງລາວກັບຈັງຫວັດບຶງການຂອງໄທ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ໄທ, ລາວຈະຄົ້ນຄວ້າກ່ຽວກັບໂຄງການທາງລົດໄຟຂ້າມຊາຍແດນແຫ່ງໃໝ່ ລະຫວ່າງອຸບົນລາດຊະທານີ ແລະ ປາກເຊ

ບາງກອກ, 21 ພຶດສະພາ (Xinhua) — ໂຄງການຮ່ວມມືຫຼາຍໂຄງການກ່ຽວກັບການເຊື່ອມຕໍ່ລະຫວ່າງປະເທດໄທ ແລະ ລາວ ເຊັ່ນ ໂຄງການທາງລົດໄຟຂ້າມຊາຍແດນແຫ່ງໃໝ່ທາງພາກໃຕ້ຂອງລາວ ໄດ້ມີການຫາລືລະຫວ່າງລັດຖະມົນຕີໂຍທາຂອງສອງປະເທດ.ທ່ານ ອາຄົມ ເທີມພິດທະຍະໄພສິດ ລັດຖະມົນຕີກະຊວງໂຍທາຂອງໄທ ໄດ້ຈັດກອງປະຊຸມກັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕິກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ກ່ຽວກັບໂຄງການການຂົນສົ່ງ ແລະ ທາງລົດໄຟຂ້າມຊາຍແດນ ທີ່ໂຮງແຮມໃນຈັງຫວັດໜອງຄາຍ ໃນວັນຈັນຜ່ານມາ.ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງໂຍທາຂອງໄທ, ກະຊວງຝ່າຍໄທໄດ້ຮ້ອງຂໍລັດຖະບານໄທ ໃນການລວມການສຶກສາຄວາມເປັນໄປໄດ້ຂອງໂຄງການທາງລົດໄຟອຸບົນລາດຊະທານີ-ປາກເຊ ຕອນຝັ່ງໄທໄລຍະທາງ 80 ກມ ໃນແຜນງົບປະມານປີ 2020.ອ່ານຕໍ່ ...

xuxin

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nPwFm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!