ສອງຂົວໃໝ່ທີ່ສະຫວັນນະເຂດມີແຜນມອບຮັບໃນເດືອນພຶດສະພາ

ຂົວໃໝ່ເຊກຸມກາມ ແລະ ເຊທ່າມວກ ທີ່ຕັ້ງຢູ່ເສັ້ນທາງແຫ່ງຊາດເລກທີ 9 ແຂວງສະຫວັນນະເຂດ ກໍ່ສ້າງສຳເລັດປະມານ 80% ເຊິ່ງເຈົ້າໜ້າທີ່ຮັບຜິດຊອບຄາດວ່າຈະສາມາດມອບຮັບພາຍໃນເດືອນພຶດສະພານີ້.ທ່ານ ຄຳໝັ້ນ ແສນພິມມະຈັກ ໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ໃນວັນຈັນຜ່ານມາວ່າ, “ການກໍ່ສ້າງຂົວສອງແຫ່ງດັ່ງກ່າວ ປະຈຸບັນແມ່ນສຳເລັດແລ້ວ 77.49. ຄາດວ່າໜ້າວຽກທຸກຢ່າງຈະໃຫ້ສຳເລັດພາຍໃນເດືອນເມສາ ແລະ ມີການມອບຮັບໃນກາງເດືອນພຶດສະພານີ້.”ອ່ານຕໍ່   ...

ພົມພົງ ເຫຼົາອິນ

ຊາວບ້ານທີ່ຕ້ອງທົນທໍລະມານຮຽກຮ້ອງໃຫ້ເລັ່ງມືສຳເລັດການກໍ່ສ້າງຖະໜົນ

ປະຊາຊົນທີ່ອາໄສລຽບຕາມຖະໜົນໄລຍະ 9.4 ກມ ທີ່ກຳລັງມີການຍົກລະດັບ ໄດ້ອາໄສສື່ສັງຄົມອອນໄລໃນການສະແດງຄວາມບໍ່ພໍໃຈກັບສະພາບຝຸ່ນຄວັນທີ່ປົກຄຸມ ອັນເປັນເຫດມາຈາກສະພາບຖະໜົນທີ່ຍັງຄົງບໍ່ສຳເລັດການປູຢາງປົວແປງ.ຖະໜົນດັ່ງກ່າວແມ່ນນັບແຕ່ທາງແບ່ງຕານມີໄຊເມືອງໄຊທານີ ຫາ ທາງແບ່ງສີເກີດເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ປະຊາຊົນຫຼາຍສິບຄົນຍັງບໍ່ທັນເຂົ້າມາແຈ້ງຮັບຄ່າຊົດເຊີຍສຳລັບໂຄງການທາງດ່ວນວຽງຈັນ

ປະຊາຊົນ 100 ກວ່າຄົນທີ່ຕ້ອງສູນເສຍທີ່ດິນ ແລະ ຊັບສິນອື່ນໆ ເນື່ອງຈາກແຜນການກໍ່ສ້າງທາງດ່ວນທີ່ຈະຕັດຜ່ານນະຄອນວຽງຈັນ ຍັງຄົງບໍ່ເຂົ້າແຈ້ງເຈດຈຳນົງໃນການຮັບຄ່າຊົດເຊີຍ ຕາມກຳນົດການທີ່ວາງໄວ້ພາຍໃນວັນທີ 30 ມັງກອນ.ເສັ້ນທາງດ່ວນໄລຍະ 15.2 ກມ ດັ່ງກ່າວຈະຕັດຜ່ານບໍລິເວນສູນການຄ້າລາວໄອເຕັກ ເມືອງໄຊເສດຖາ ຫາ ບ້ານດົງໝາກຄາຍ ເມືອງໄຊທານີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ວຽງຈັນ:​ ການຍົກລະດັບຖະໜົນສາຍ ຕານມີໄຊ-ສີເກີດຊັກຊ້າມາແລ້ວ 9 ເດືອນ

ໂຄງການຍົກລະດັບຖະໜົນໄລຍະ 9 ກມ ຈາກສີ່ແຍກຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ອາດຕ້ອງມີການຕໍ່ເວລາອີກ 9 ເດືອນ ເນື່ອງຈາກໜ້າວຽກຊັກຊ້າກວ່າກຳນົດການ.ໂຄງການດັ່ງກ່າວແມ່ນໜຶ່ງໃນໂຄງການບູລິມະສິດການພັດທະນາພື້ນຖານໂຄງລ່າງນະຄອນຫຼວງວຽງຈັນ ຍ້ອນວ່າການຍົກລະດັບຖະໜົນດັ່ງກ່າວຈະເຮັດໃຫ້ການສັນຈອນເຈົ້າໃນຕົວເມືອງສະດວກຍິ່ງຂຶ້ນ. ນອກນີ້ມັນຍັງເປັນທາງເວັ້ນສຳລັບລົດບັກທຸກໜັກທີ່ສັນຈອນລະຫວ່າງແຂວງພາກເໜືອ ແລະ ແຂວງພາກໃຕ້ ແລະ ການສັນຈອນຈາກຕົວເມືອງວຽງຈັນຫາຂົວມິດຕະພາບລາວ-ໄທ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຜູ້ຢູ່ອາໄສທີ່ໄດ້ຮັບຜົນກະທົບຈາກໂຄງການທາງດ່ວນວຽງຈັນຄວນຮຽກຮ້ອງຄ່າເສຍຫາຍກ່ອນທ້າຍເດືອນມັງກອນນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຈ້ງຕໍ່ປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ຊັບສິນຂອງຕົນຕັ້ງຢູ່ໃນເຂດແຜນການຕັດເສັ້ນທາງດ່ວນວຽງຈັນ ໃຫ້ເຮັດລາຍການຊັບສິນທີ່ຈະໄດ້ຮັບຜົນກະທົບ ແລະ ຍື່ນຕໍ່ເຈົ້າໜ້າທີ່ເພື່ອຮຽກຮ້ອງຄ່າຊົດເຊີຍພາຍໃນທ້າຍເດືອນນີ້.ຫ້ອງການປົກຄອງເມືອງໄຊເສດຖາ ແລະ ໄຊທານີ ໄດ້ອອກແຈ້ງການສະເພາະຕໍ່ສື່ມວນຊົນທ້ອງຖິ່ນ ກ່ຽວກັບການວາງກຳນົດການບໍ່ໃຫ້ເກີນວັນທີ 30 ມັງກອນນີ້ ເນື່ອງຈາກຍັງມີເຈົ້າຂອງຊັບສິນຫຼາຍລາຍທີ່ຍັງບໍ່ທັນຍື່ນຄຳຮ້ອງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການກໍ່ສ້າງທາງດ່ວນວຽງຈັນໄລຍະ 15 ກມ ຈະເລີ່ມລົງມືໃນໄວໆນີ້

ການກໍ່ສ້າງທາງດ່ວນເພື່ອເຊື່ອມຕໍ່ສູນການຕົວເມືອງກັບເຂດຊານເມືອງວຽງຈັນຈະເລີ່ມລົງມືໃນເດືອນໜ້າ ຕາມການລາຍງານຂອງການນຳລັດຖະບານ.ການກໍ່ສ້າງທາງໄລຍະ 15 ກມ ຈະຊ່ວຍຫຼຸດຜ່ອນບັນຫາລົດຕິດ ແລະ ຮອງຮັບຄວາມຕ້ອງການໃນການສັນຈອນທີ່ເພີ່ມຂຶ້ນຂອງຕົວເມືອງ ໃຫ້ມີຄວາມວ່ອງໄວ ແລະ ສະດວກສະບາຍ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ໂຄງການບູລະນະຖະໜົນຕ້ອງໃຊ້ງົບ 1,200 ພັນຕື້ກີບ

(ຂປລ) ກົມຂົວທາງກ່າວວ່າຕ້ອງໃຊ້ງົບປະມານ 1,200 ພັນຕື້ກີບ ໃນການຈັດຕັ້ງປະຕິບັດ 20 ໂຄງການ ແລະ 148 ສັນຍາຮັບເໝົາໃນການກໍ່ສ້າງ ແລະ ບູລະນະຖະໜົນຫົນທາງໃນທົ່ວປະເທດ.ໃນຈຳນວນງົບປະມານດັ່ງກ່າວ, 896 ຕື້ກີບແມ່ນຈະໃຊ້ໃນການບູລະນະ ແລະ ສ້ອມແປງຖະໜົນ, 251 ຕື້ ແມ່ນສຳລັບຍົກລະດັບຖະໜົນ, ແລະ ອີກ 93 ຕື້ ແມ່ນສຳລັບການຕິດຕັ້ງທໍ່ລະບາຍນ້າ ແລະ ຂອບທາງ.ອ່ານຕໍ່ ...

ບັນນາທິການ ຂປລ

ເປີດນຳໃຊ້ຂົວຂ້າມນ້ຳງື່ມແຫ່ງໃໝ່

ຂົວຂ້າມນ້ຳງື່ມ ເຊິ່ງເຊື່ອມຕໍ່ລະຫວ່າງບ້ານນາບົງ ແລະ ທ່າກົກໄຮ ເມືອງປາກງື່ມ ນະຄອນວຽງຈັນ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທ້ອງຖິ່ນ. ເຂົ້າຮ່ວມໃນພິທີເປີດຂົວວານນີ້ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສັກໄຊ ວົງມາລາສິດ (ປີເຕີ ຊານ) ປະທານບໍລິສັດອະສັງຫາລິມະຊັບລາວໂລກ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຈີນເລີ່ມໂຄງການຍົກລະດັບຖະໜົນໃນພາກກາງຂອງລາວ

ວຽງຈັນ – ກຸ່ມບໍລິສັດອຸດສາຫະກຳພາກເໜືອຈີນຈຳກັດ (NORINCO) ເປີດໂຄງການຍົກລະດັບຖະໜົນທີ່ແຂວງສະຫວັນນະເຂດທາງພາກກາງຂອງລາວ.ທ່ານ ດົງ ຈີເຟັງ ຮອງຜູ້ຈັດການໃຫຍ່ຂອງບໍລິສັດ NORINCO ສາກົນ ເຊິ່ງເປັນໜ່ວຍງານທຸລະກິດຂອງບໍລິສັດ NORINCO ກ່າວໃນພິທີເປີດໂຄງການພາກສະໜາມໃນວັນເສົາຜ່ານມາວ່າ ນີ້ແມ່ນໂຄງການກໍ່ສ້າງທາງໂຄງການທຳອິດໃນລາວທີ່ຮັບເໝົາໂດຍບໍລິສັດ ເຊິ່ງມີໄລຍະລວມ 430 ກມ ນັບແຕ່ທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຊູຊິນ

ລັດຫາລືມາດຕະການແກ້ໄຂບັນຫາໂຄງການກໍ່ສ້າງທາງທີ່ມີມູນຄ່າສູງເກີນຈິງ

ກອງປະຊຸມປະຈຳເດືອນພະຈິກຂອງຄະນະລັດຖະບານເນັ້ນໃສ່ຫາລືວິທີການແກ້ໄຂບັນຫາຍືດເຍື້ອ ກ່ຽວກັບໂຄງການກໍ່ສ້າງຖະໜົນທີ່ມີຄຸນນະພາບຕ່ຳ, ມີມູນຄ່າສູງເກີນຕົວຈິງ ແລະ ດຳເນີນການຊັກຊ້າ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

t4J6e
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!