Transport and shipping

ການພັດທະນາ ແລະ ການລົງທຶນດ້ານການຂົນສົ່ງ

ເກົາຫຼີໃຕ້ ຈະຊ່ວຍເຫຼືອລາວໃນການສົ່ງເສີມການເປັນ "ສູນກາງການຂົນສົ່ງ"

ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ກ່າວໃນວັນອັງຄານນີ້ວ່າ ເກົາຫຼີໃຕ້ຈະຊ່ວຍເຫຼືອປະເທດລາວ ໃຫ້ບັນລຸເປົ້າໝາຍການເປັນ “ສູນກາງການຂົນສົ່ງ ແລະ ໂລຈິສ໌ຕິກ” ໃນພາກພື້ນ.ທ່ານປະທານປະເທດໄດ້ໃຫ້ຄຳໝັ້ນ ໃນການຫາລືສອງຝ່າຍຮ່ວມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ທີ່ເມືອງປູຊານ, ເຊິ່ງຢູ່ຫ່າງຈາກນະຄອນຫຼວງໂຊນ ປະມານ 450 ກມໄປທາງຕາເວັນອອກສຽງໃຕ້. ທ່ານນາຍົກໄດ້ເດີນທາງຢ້ຽມຢາມເມືອງທ່າເຮືອດັ່ງກ່າວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ສາທາລະນະລັດເກົາຫຼີ ເພື່ອສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນ.ອ່ານຕໍ່ ...

Yonhap

ສະໜາມບິນແຂວງຊຽງຂວາງໄດ້ຮັບການຊ່ວຍເຫຼືອການຍົກລະດັບຈາກລັດເຊຍ

ແຂວງຊຽງຂວາງໄດ້ບູລະນະສະໜາມບິນ ເພື່ອເຮັດໃຫ້ການບໍລິການສະດວກຍິ່ງຂຶ້ນສຳລັບນັກທ່ອງທ່ຽວທີ່ເດີນທາງມາທ່ຽວຊົມສະຖານທີ່ທ່ອງທ່ຽວມໍລະດົກໂລກທົ່ງໄຫຫີນ. ພາຍໃຕ້ການສະໜັບສະໜູນດ້ານທຶນຮອນຈາກລັດເຊຍ, ການສ້ອມແປງດັ່ງກ່າວແມ່ນລວມມີການຕິດຕັ້ງເຄື່ອງສະແກນໄຟຟ້າ ແລະ ໄຟສັນຍາຍຕາມທາງເດີນເຮືອບິນ, ການປັບປຸງຫໍຄວບຄຸມການບິນ ແລະ ອາຄານຜູ້ໂດຍສານ.ນອກຈາກນີ້ ອຳນາດການປົກຄອງທ້ອງຖິ່ນກໍກຳລັງປັບປຸງຖະໜົນ ແລະ ໄຟສັນຍານຈໍລະຈອນໃນຕົວເມືອງແປກ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/13/xieng-khouang-airport-gets-russian-funded-upgrade/

ໂຄງການລົດໄຟຄວາມໄວສູງຂອງໄທລວມເອົາປະເທດລາວເປັນໜຶ່ງໃນຈຸດໝາຍປາຍທາງ

ປະເທດໄທກະກຽມເປີດຕົວລົດໄຟຄວາມໄວສູງຄັ້ງທຳອິດຂອງປະເທດ ເຊິ່ງຈະແລ່ນລະຫວ່າງບາງກອກຫາປັກກິ່ງ ປະເທດຈີນ ເຊິ່ງລາວແມ່ນໜຶ່ງໃນສະຖານນີລະຫວ່າງທາງ.“ສາຍທາງລົດໄຟຂ້າມອາຊຽນ” ຈະຄອບຄຸມໄລຍະທາງ  3,193 ກິໂລແມັດ ເຊິ່ງມີມູນຄ່າປະມານ 2.07 ພັນຕື້ບາດ (USD 67.2 ຕື້ໂດລາ) ແລະ ເຊື່ອມຕໍ່ສະຖານນີບາງຊື່ ກັບຈັງຫວັດຊຽງໃໝ່ທາງພາກເໜືອ, ລາວທາງພາກຕາເວັນອອກສຽງເໜືອ, ກຳປູເຈຍ ທາງພາກຕາເວັນອອກ ແລະ ມາເລເຊຍທາງພາກໃຕ້ຂອງໄທ.ອ່ານຕໍ່  ...

ໂຕະຂ່າວ
https://laotiantimes.com/2019/07/08/thailands-first-bullet-train-to-include-laos-as-destination/

EIB ຈະຊ່ວຍເຫຼືອໃນການປົກປ້ອງຖະໜົນໄລຍະ 1,400ກມ ໃນຊົນນະບົດຂອງ ສປປ ລາວ ຈາກການປ່ຽນແປງຂອງສະພາບອາກາດ

ໃນຕອນເຊົ້າຂອງວັນທີ 1 ເມສານີ້ ທ່ານ ລູກາ ແລັດຊາໂຣລີ ອຳນວຍການທະນາຄານການລົງທຶນເອີຣົບ, ໄດ້ຕົກລົງໃນການຊ່ວຍເຫຼືອລາວຄັ້ງໃໝ່ຢ່າງເປັນທາງການ ເພື່ອປັບປຸງເສັ້ນທາງໄລຍະ 1,400ກມໃນຫົກແຂວງ ເຊິ່ງປະຈຸບັນຍັງບໍ່ທັນໄດ້ຮັບການປູຢາງ. ໂຄງການນີ້ຈະເຮັດໃຫ້ເຄືອຂ່າຍເສັ້ນທາງແຫ່ງຊາດ ເຊິ່ງມີຄວາມອ່ອນໄຫວຕໍ່ການປ່ຽນແປງຂອງສະພາບອາກາດ ໄດ້ຮັບການປູຢາງ, ຍົກລະດັບ ແລະ ມີຄວາມໝັ້ນຄົງ.ໃນໄລຍະສາມວັນຂອງການຢ້ຽມຢາມ ສປປ ລາວ, ທ່ານ ແລັດຊາໂຣລີ ໄດ້ລົງນາມໃນຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອລ້າມູນຄ່າ 5 ລ້ານຢູໂຣ ຮ່ວມກັນທ່ານ (ປອ) ກິແກ້ວ ຈັນທະບູຣີ ໃນນາມຂອງລັດຖະບານແຫ່ງ ສປປ ລາວ.ອ່ານຕໍ່  ...

EIB

ໂຄງການລົດເມໂດຍສານດ່ວນໃນນະຄອນຫຼວງຈະແຕ່ງຕັ້ງທີ່ປຶກສາຕ່າງປະເທດ

ໂຄງການການຂົນສົ່ງໂດຍສານແບບຍືນຍົງໃນຕົວເມືອງວຽງຈັນ  (VSUTP) ໄດ້ລິເລີ່ມຂັ້ນຕອນການເຊັນສັນຍາກັຍທີ່ປຶກສາຕ່າງປະເທດ ເພື່ອປັບປຸງພາກສ່ວນຂອງໂຄງການລົດເມໂດຍສານດ່ວນ (BRT) ຕາມແຜນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຫາຄູ່ຮ່ວມທຸລະກິດສຳລັບການບິນລາວ

ລັດຖະບານກຳລັງຊອກຫາຄູ່ຮ່ວມທຸລະກິດທີ່ເໝາະສົມເພື່ອຮ່ວມດຳເນີນທຸລະກິດການບິນລາວ  ເພື່ອເພີ່ມປະສິດທິພາບ ແລະ ຜົນກຳໄລໃນການດຳເນີນທຸລະກິດຂົນສົ່ງແຫ່ງຊາດດັ່ງກ່າວ. ຕາມແຫຼ່ງຂ່າວຂອງກະຊວງໂຍທາທິການ ແລະຂົນສົ່ງລາຍງານວ່າ ມີນັກລົງທຶນຕ່າງປະເທດທີ່ມີທ່າແຮງຫຼາຍລາຍ ທີ່ມີຄວາມສົນໃຈໃນການສ້າງວິສາຫະກິດຮ່ວມຜະສົມດັ່ງກ່າວກັບລັດຖະບານລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ທະນາຄານໂລກອະນຸມັດການປັບປຸງຖະໜົນຫຼວງສາຍຫຼັກ

ທະນາຄານໂລກໄດ້ອະນຸມັດໂຄງການປັບປຸງເສັ້ນທາງເລກທີ 13 ເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ລຽບຕາມເສັ້ນທາງສາຍຫຼັກດັ່ງກ່າວ. ໃນອາທິດທີ່ຜ່ານມາ ພາຍຫຼັງໄດ້ມີການຕົກລົງອະນຸມັດໂຄງການຈາກຄະນະບໍລິຫານ, ທະນາຄານໂລກໄດ້ອອກຖະແຫຼງການກ່ຽວກັບໂຄງການ ເພື່ອແນໃສ່ປັບປຸງສະພາບ, ຄວາມປອດໄພ, ແລະ ຄວາມສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ຂອງຕອນທາງທີ່ສຳຄັນຂອງເສັ້ນທາງເລກທີ່ 13, ໜຶ່ງໃນເສັ້ນທາງທີ່ສຳຄັນທີ່ສຸດຂອງລາວອ່ານຕໍ່ ...

ເອກະພອນ ພູທອນສີ

ຄ່າຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບຈາກການສ້າງທາງລົດໄຟໄດ້ຮັບການອະນຸມັດ

ຄະນະຮັບຜິດຊອບໄດ້ອະນຸມັດເງິນຊົດເຊີຍທີ່ຕ້ອງຈ່າຍໃຫ້ປະຊາຊົນທີ່ສູນເສຍທີ່ດິນຫຼືຊັບສິນອື່ນໆ ຍ້ອນການກໍ່ສ້າງທາງລົດໄຟ ລາວ-ຈີນ. ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ອອກຂໍ້ຕົກລົງກ່ຽວກັບອັດຕາຄ່າຊົດເຊີຍ ພ້ອມວິທີການຄິດໄລ່ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກປະເມີນການພັດທະນາແຂວງບໍລິຄຳໄຊ

ປະຊາຊົນແຂວງບໍລິຄຳໄຊໃນພື້ນທີ່ສອກຫຼີກ ໄດ້ຮຽກຮ້ອງໃຫ້ມີການປັບປຸງຖະໜົນຫົນທາງ ແຕ່ວ່າລັດຖະບານຍັງບໍ່ສາມາດສະໜອງໄດ້ ຍ້ອນຂາດດຸນງົບປະມານຕໍ່ເນື່ອງ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໂອ້ລົມບັນຫາດັ່ງກ່າວ ໃນການພົບປະກັບຄະນະນຳແຂວງບໍລິຄຳໄຊ, ພະນັກງານແກນນຳ,​ ແລະປະຊາຊົນທ້ອງຖິ່ນ ໃນວັນສຸກທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gHeFF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!