ເກົາຫຼີໃຕ້ ຈະຊ່ວຍເຫຼືອລາວໃນການສົ່ງເສີມການເປັນ “ສູນກາງການຂົນສົ່ງ”

ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ກ່າວໃນວັນອັງຄານນີ້ວ່າ ເກົາຫຼີໃຕ້ຈະຊ່ວຍເຫຼືອປະເທດລາວ ໃຫ້ບັນລຸເປົ້າໝາຍການເປັນ “ສູນກາງການຂົນສົ່ງ ແລະ ໂລຈິສ໌ຕິກ” ໃນພາກພື້ນ.

ທ່ານປະທານປະເທດໄດ້ໃຫ້ຄຳໝັ້ນ ໃນການຫາລືສອງຝ່າຍຮ່ວມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ທີ່ເມືອງປູຊານ, ເຊິ່ງຢູ່ຫ່າງຈາກນະຄອນຫຼວງໂຊນ ປະມານ 450 ກມໄປທາງຕາເວັນອອກສຽງໃຕ້. ທ່ານນາຍົກໄດ້ເດີນທາງຢ້ຽມຢາມເມືອງທ່າເຮືອດັ່ງກ່າວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ສາທາລະນະລັດເກົາຫຼີ ເພື່ອສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນ.

ອ່ານຕໍ່…

Yonhap