ການສື່ສານຄົມມະນາຄົມ

Communications policy and administration

Telcos Discount Voice Calls and Data Rates During Lockdown Period

ຜູ້ໃຫ້ບໍລິການດ້ານການຄົມມະນາຄົມ (ອົງການດັດສົມໂທລະຄົມ) ສະເໜີໃຫ້ບັນດາບໍລິສັດໂທລະຄົມ ຫຼຸດລາຄາ 15% ໃຫ້ຜູ້ໃຊ້ສຳລັບທຸກປະເພດບໍລິການ(ໂທລະສັບຕັ້ງໂຕະ, ບໍ່ມີສາຍ, ເບີລາຍເດືອນ ແລະ ເຕີມເງິນ); ພ້ອມທັງ ສົ່ງຂໍ້ຄວາມສັ້ນ (SMS) ຫາຜູ້ໃຊ້ບໍລິການຈາກຜູ້ໃຫ້ບໍລິການ ເພື່ອແຈ້ງໃຫ້ຮັບຮູ້ ກ່ຽວກັບສ່ວນຫຼຸດ ພ້ອມທັງສົ່ງເວັບໄຊຄະນະສະເພາະກິດ ເພື່ອຊ່ວຍກັນຕິດຕາມດ້ານຂໍ້ມູນຂ່າວກ່ຽວກັບໂຄວິດ-19 ຊຶ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 31 ພຶດສະພາ – ວັນທີ 30 ມິຖຸນາ.ດາວໂຫຼດເອກະສານທາງການໄດ້ທີ່ນີ້ >>> HERE ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ຜູ້ຂາຍເຄື່ອງຮັບສັນຍານດາວທຽມໃນລາວ ຖືກເຕືອນໃຫ້ປະຕິບັດຕາມລະບຽບການ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງໄດ້ແຈ້ງເຕືອນໃຫ້ຜູ້ຈຳໜ່າຍເຄື່ອງຮັບສັນຍານດາວທຽມສຳລັບວິທະຍຸ ແລະ ໂທລະພາບ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ພາຍຫຼັງທີ່ຮູ້ມາວ່າມີຜູ້ຈຳໜ່າຍບາງລາຍ ໄດ້ນຳເຂົ້າເຄື່ອງຮັບສັນຍານບໍ່ຖືກຕາມລະບຽບກົດໝາຍ.ທ່ານ ຮສ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແນວທາງໃໝ່ກ່ຽວກັບຂໍ້ເງື່ອນໄຂ ທີ່ຜູ້ຈຳໜ່າຍຕ້ອງປະຕິບັດ.ຜ່ານມາ ມີຜູ້ຂາຍຫຼາຍເຈົ້າທີ່ຈຳໜ່າຍເຄື່ອງຮັບສັນຍານທີ່ນຳເຂົ້າບໍ່ຖືກຕ້ອງ ເຊິ່ງຜິດຕໍ່ລະບຽບກົດໝາຍທີ່ກ່ຽວຂ້ອງໃນຫຼາຍດ້ານ, ຕາມການເປິດເຜີຍຂອງທ່ານ ພິນພຼັດທະນາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ຕໍ່ສຳນັກຂ່າວວຽງຈັນທາມສ໌ວານນີ້.ອ່ານຕໍ່ ...

ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/comply-regulations-satellite-receiver-dealers-warned-laos-105512

ກະຊວງໂທລະຄົມຈະຄຸ້ມຄອງການຈັດກອງປະຊຸມທາງອອນໄລຂອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຕົກລົງເດີນໜ້າຄຸ້ມຄອງການປະຊຸມທາງອອນໄລ (video conferences) ຂອງລັດຖະບານ ພາຍໃຕ້ຄວາມສ່ຽງກ່ຽວກັບການຮົ່ວໄຫຼຂອງຂໍ້ມູນຄວາມລັບຂອງປະເທດ.ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໂທລະຄົມ ໄດ້ລົງນາມໃນຂໍ້ຕົກລົງລັດຖະມົນຕີ ກ່ຽວກັບການຈັດຕັ້ງກົດລະບຽບ ແລະ ມາດຕະການ ສຳລັບກົມກອງຂອງລັດຖະບານ ໃນການຕິດຕັ້ງ ແລະ ດຳເນີນການປະຊຸມທາງອອນໄລ, ເຊິ່ງເປັນສ່ວນໜຶ່ງຂອງມາດຕະການເພື່ອສະກັດກັ້ນການຮົ່ວໄຫຼຂອງຂໍ້ມູນຄວາມລັບທາງລັດຖະການ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/telecoms-ministry-regulate-gov%E2%80%99t-video-conferencing-103350

ໜ່ວຍງານຄຸ້ມຄອງໂທລະຄົມສະເໜີໃຫ້ມີການລົງທະບຽນຊິມຄາດແບບອອນລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການຄຸ້ມຄອງວຽກງານໂທລະຄົມມະນາຄົມລາວຈະພັດທະນາ ແອັບ ເພື່ອເປັນທາງເລືອກໃນການເລັ່ງມືການລົງທະບຽນຊິມຄາດແບບອອນລາຍ. ເຈົ້າໜ້າທີ່ໃນຄະນະກ່າວໃນວານນີ້ວ່າ ການສ້າງແອັບດັ່ງກ່າວແມ່ນໄດ້ສຳເລັດແລ້ວ ແລະ ກຳລັງຢູ່ໃນຂັ້ນຕອນການທົດລອງ. ຂັ້ນຕອນດັ່ງກ່າວແມ່ນເພື່ອຮັບປະກັນວ່າແອັບດັ່ງກ່າວຈະທຳງານໄດ້ຢ່າງຖືກຕ້ອງເມື່ອມີການນຳໃຊ້ຕົວຈິງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bcXfK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!