ມົນລະພິດ ແລະ ສິ່ງເສດເຫຼືອ
ມົນລະພິດທາງນ້ຳ
ນະຄອນປາກເຊ ກໍ່ສ້າງສະຖານທີ່ບຳບັດນ້ຳເສຍ ມູນຄ່າ 2,1 ລ້ານໂດລາສະຫະລັດ
ສະຖາບັນການເຕີບໂຕສີຂຽວ (GGGI) ໄດ້ຈັດພິທີລົງມືກໍ່ສ້າງໃນອາທິດແລ້ວນີ້ ເພື່ອກໍ່ສ້າງໂຮງງານບຳບັດນ້ຳເສຍ 4 ແຫ່ງ ແລະ ສະຖານທີ່ບຳບັດນ້ຳເສຍ ລະດັບເມືອງ ທີ່ເມືອງປາກເຊ, ແຂວງຈຳປາສັກ ທີ່ຈະໃຫ້ຜົນປະໂຫຍດແກ່ປະຊາຊົນປະມານ 9,000 ຄົນ. ສິ່ງອໍານວຍຄວາມສະດວກເຫຼົ່ານີ້ກໍາລັງຖືກພັດທະນາພາຍໃຕ້ໂຄງການສ້າງຂີດຄວາມສາມາດການບໍາບັດນໍ້າເສຍ ແລະ ສິ່ງເສດເຫຼືອ ເພື່ອປັບປຸງສິ່ງແວດລ້ອມເມືອງໃນລາວ, ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ GGGI, ມູນຄ່າ 2,1 ລ້ານໂດລາ. ອ່ານເພິ່ມເຕີີມ ...
ຈອນນະທັນ ແມັດເລ
ຊາວປະມົງຮຽກຮ້ອງໃຫ້ແກ້ໄຂບັນຫາມົນລະພິດທາງນ້ຳ
ບັນດາສະມາຊິກຂອງຊຸມຊົນຊາວປະມົງຢູ່ບ້ານນາຊັບ, ເມືອງນາຊາຍທອງ, ແຂວງວຽງຈັນ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແກ້ໄຂບັນຫາການຖິ້ມຂີ້ເຫຍື່ອມູນສັດໃນແມ່ນ້ຳຄອນ ເຊິ່ງເປັນສາເຫດເປັນໄພຂົ່ມຂູ່ຕໍ່ການຫາປາ. ແມ່ນ້ຳທີ່ເປັນມົນລະພິດ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຈຳນວນ 1,648 ຄົນ ທີ່ອາໃສການຫາປາເພື່ອລ້ຽງຊີບ ແລະ ຍັງເປັນໄພຂົ່ມຂູ່ຕໍ່ການຈະເລີນເຕີບໂຕຂອງປາບາງປະເພດ. ບັນດາຕົວແທນຂອງໝູ່ບ້ານນັ້ນ ເວົ້າວ່າກິ່ນ ແລະ ສິ່ງເປິເປື້ອນດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2019 ແລະ ຮ້າຍແຮງຂື້ນໃນປີນີ້. Read more. ...
ຜູ້ລາຍງານຂ່າວທາມສ
ນະຄອນຫຼວງວຽງຈັນ, ປາກເຊ ເດີນໜ້າໂຄງການບຳບັດນ້ຳເສຍ, ຂີ້ເຫຍື້ອ
ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນຫຼວງວຽງຈັນ, ປາກເຊ ມີແຜນປັບປຸງການຄຸ້ມຄອງ ແລະ ການບໍລິການບຳບັດຂີ້ເຫຍື້ອ, ເຊິ່ງລວມມີການເກັບຂີ້ເຫຍື້ອ, ໂອກາດໃນການນຳໃຊ້ຂີ້ເຫຍື້ອໃຫ້ເປັນຊັບພະຍາກອນ, ແລະ ການບຳບັດນ້ຳເສຍ.ອຳນາດການປົກຄອງໄດ້ເປີດຕົວໂຄງການ “ສ້າງຄວາມສາມາດໃນການບຳບັດຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອການປັບປຸງສະພາບແວດລ້ອມຕົວເມືອງໃນລາວ” ທີ່ນະຄອນຫຼວງວຽງຈັນ ໃນວັນຈັນນີ້.ໂຄງການດັ່ງກ່າວຈະດຳເນີນແຕ່ປີ 2019-2024 ຢູ່ໃນສອງຕົວເມືອງໃຫຍ່ຄື ນະຄອນຫຼວງວຽງຈັນ ແລະ ປາກເຊ ແຂວງຈຳປາສັກ.ລັດຖະບານເກົາຫຼີຈະໃຫ້ການສະໜັບສະໜູນທຶນສຳລັບດຳເນີນໂຄງການດັ່ງກ່າວ ມູນຄ່າກວ່າ US$6.7 ລ້ານໂດລາ ໂດຍຜ່ານອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ແລະ ສະຖາບັນຄົ້ນຄວ້າການຂະຫຍາຍຕົວສີຂຽວໂລກ (GGGI).ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ເມືອງວັງວຽງມີແຜນສ້າງໂຮງບຳບັດນ້ຳເສຍ
ວຽງຈັນ (ວຽງຈັນທາມສ໌/ANN) – ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນຕ້ອງການການເອົາໃຈໃສ່ເປັນພິເສດ ເນື່ອງຈາກມີການປ່ອຍນ້ຳເສຍ ແລະ ນ້ຳຮ່ອງຈາກໂຮງແຮມ, ບ້ານພັກ, ແລະ ຮ້ານອາຫານຕ່າງໆລົງສູ່ແມ່ນ້ຳ.ເມືອງວັງວຽງເປັນຈຸດສູນກາງການທ່ອງທ່ຽວ ແລະ ມີທິວທັດແມ່ນ້ຳທີ່ສວຍງາມທ່າມກາງທຳມະຊາດ. ຖ້າວ່າແມ່ນ້ຳເກີດເປົນມົນລະພິດ ຈະສົ່ງຜົນໂດຍກົງຕໍ່ນັກທ່ອງທ່ຽວທີ່ຕ້ອງການລົງຫຼີ້ນນ້ຳ, ຂີ່ກົງເບັງ ຫຼື ພາຍເຮືອ ໂດຍສະເພາະໃນບໍລິເວນແຄມແມ່ນ້ຳ. ເຊິ່ງອາດສົ່ງຜົນເຖິງທຸລະກິດທີ່ອາດຕ້ອງປິດກິດຈະການ ເມື່ອບໍ່ມີນັກທ່ອງທ່ຽວມາທ່ຽວ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳໃນລາວເຮັດໃຫ້ປາຕາຍ
ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳຈາກສວນກ້ວຍຈີນ ໃນຊານເມືອງຂອງນະຄອນຫຼວງວຽງຈັນ ເຮັດໃຫ້ປາຕາຍກວ່າ 300 ກິໂລກຣາມໃນເດືອນພະຈິກນີ້, ເຮັດໃຫ້ເຈົ້າໜ້າທີ່ຕ້ອງອອກແຈ້ງເຕືອນບໍ່ໃຫ້ປະຊາຊົນລົງອາບນ້ຳໃນແມ່ນ້ຳ ຫຼື ນຳເອົາປາທີ່ຕາຍຍ້ອນມົນລະພິດໃນແມ່ນ້ຳມາກິນ, ຕາມແຫຼ່ງຂ່າວພາຍໃນປະເທດ.ແຫຼ່ງຂ່າວຍັງໃຫ້ຮູ້ວ່າ ການປ່ອຍສານເຄມີ ໃນລະຫວ່າງວັນທີ 7 ແລະ 9 ພະຈິກນີ້ ໄດ້ສົ່ງຜົນກະທົບຕໍ່ບ້ານເຕົາໃຫ, ບ້ານໃຫຍ່-ນາຈະເລີນ ແລະ ບ້ານກົ້ວ ທີ່ຕັ້ງຢູ່ໃກ້ກັບນ້ຳຕອນ ເມືອງສັງທອງ ນະຄອນວຽງຈັນ.ອ່ານຕໍ່ ...
ພູວົງ
ສົງໄສຂອງເສຍຈາກໂຮງງານສົ່ງຜົນໃຫ້ງົວຕາຍ
ຊາວບ້ານ ແລະ ອຳນາດການປົກຄອງກ່າວວ່າ ນ້ຳເສຍທີ່ປ່ອຍຈາກໂຮງງານອາດເປັນສາເຫດການຕາຍຂອງງົວ ກວ່າ 40 ໂຕ ໃນບ້ານແຫ່ງໜຶ່ງໃນລາວ.ອ່ານຕໍ່ ...
ວິທະຍຸເສລີເອເຊຍ
ເຈົ້າໜ້າທີ່ສັ່ງໂຮງງານຜະລິດເຈ້ຍຢຸດການທົດລອງຜະລິດ
ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ສັ່ງໃຫ້ໂຮງງານຜະລິດເຈ້ຍ ເມືອງເຊໂປນ ຢຸດດຳເນີນການທົດລອງການຜະລິດ ຈົນກວ່າຈະສຳເລັດການກໍ່ສ້າງ ຍ້ອນສົງໄສວ່າການຜະລິດດັ່ງກ່າວອາດເຮັດໃຫ້ເກີດມົນລະພິດຕໍ່ແມ່ນ້ຳ. ໂຮງງານຈີນດັ່ງກ່າວ ເຊິ່ງເປັນໂຮງງານເຈ້ຍຂະໜາດໃຫຍ່ເປັນອັນດັບສາມຂອງໂລກ ໄດ້ທຳການທົດລອງເຄື່ອງຈັກໃນວັນທີ 10 ພຶດສະພາ ໃນຍາມຝົນຕົກ ເຮັດໃຫ້ຂອງເສຍຈາກໂຮງງານໄຫຼລົງສູ່ສາຍຫ້ວຍທີ່ເຊື່ອມຕໍ່ກັບນ້ຳເຊບັ້ງຫຽງ.ອ່ານຕໍ່ ...
ວຽງຈັນທາມສ໌