ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳໃນລາວເຮັດໃຫ້ປາຕາຍ

ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳຈາກສວນກ້ວຍຈີນ ໃນຊານເມືອງຂອງນະຄອນຫຼວງວຽງຈັນ ເຮັດໃຫ້ປາຕາຍກວ່າ 300 ກິໂລກຣາມໃນເດືອນພະຈິກນີ້, ເຮັດໃຫ້ເຈົ້າໜ້າທີ່ຕ້ອງອອກແຈ້ງເຕືອນບໍ່ໃຫ້ປະຊາຊົນລົງອາບນ້ຳໃນແມ່ນ້ຳ ຫຼື ນຳເອົາປາທີ່ຕາຍຍ້ອນມົນລະພິດໃນແມ່ນ້ຳມາກິນ, ຕາມແຫຼ່ງຂ່າວພາຍໃນປະເທດ.

ແຫຼ່ງຂ່າວຍັງໃຫ້ຮູ້ວ່າ ການປ່ອຍສານເຄມີ ໃນລະຫວ່າງວັນທີ 7 ແລະ 9 ພະຈິກນີ້ ໄດ້ສົ່ງຜົນກະທົບຕໍ່ບ້ານເຕົາໃຫ, ບ້ານໃຫຍ່-ນາຈະເລີນ ແລະ ບ້ານກົ້ວ ທີ່ຕັ້ງຢູ່ໃກ້ກັບນ້ຳຕອນ ເມືອງສັງທອງ ນະຄອນວຽງຈັນ.

ອ່ານຕໍ່…

 

ພູວົງ