ພະລັງງານ

ນັກສືບສວນ: ໂຄງການເຂື່ອນໄຟຟ້າດັບສູນໂລມາ, ທຳລາຍອຸດສາຫະກຳການປະມົງ ແລະ ທ່ອງທ່ຽວ

ສະມາຊິກສະພາທີ່ປຶກສາແຫ່ງຊາດກຳປູເຈຍ ລາຍງານຕໍ່ໜ່ວຍບໍລິການ RFA ກຳປູເຈຍວ່າ ອຳນາດການປົກຄອງທ້ອງຖິ່ນກຳລັງນຳໃຊ້ຊ່ອງຫວ່າງທາງກົດໝາຍ ເພື່ອຫຼີກລ່ຽງການປະຕິບັດຕາມລະບຽບການໃນການປົກປ້ອງຊີວິນາໆພັນໃນແມ່ນ້ຳຂອງ.ທ່ານ ກອງ ໂມນິກາ ນຳທີມໃນການສືບສວນສອບສວນຜົນກະທົບຂອງເຂື່ອນໄຟຟ້ານ້ຳຂອງ ດອນສະໂຮງ, ທີ່ພວມດຳເນີນການກໍ່ສ້າງໃກ້ກັຍຊາຍແດນລາວ-ກຳປູເຈຍ. ທ່ານໄດ້ກ່າວວ່າ ຈຸດປະສົງໃນການສືບສວນສອບສວນນີ້ ແມ່ນເພື່ອກວດສອບວ່າ ໂລມານ້ຳຈືດອິລະວະດີ (ປາຂ່າ) ທີ່ໃກ້ສູນພັນນີ້ ໄດ້ຮັບການປົກປ້ອງພາຍໃຕ້ລະບຽບກົດໝາຍຂອງແຂວງກຣັດຕີ ແລະ ສະຕັງເຕຣັງແທ້ຫຼືບໍ່.ອ່ານຕໍ່ ...

Eugene Whong

ເຂື່ອນ 'ຕົວແບບ' ຂອງທະນາຄານໂລກໃນລາວ ແລະ ຄວາມເຊື່ອກ່ຽວກັບພະລັງງານໄຟຟ້ານ້ຳຕົກແບບຍືນຍົງ

ບາງກອກ — ມັນບໍ່ແມ່ນໄພນ້ຳຖ້ວມທົ່ວໄປ. ມັນແມ່ນໄພຊຶນາມິ, ເປຣມຣຶດີ ດາວຣຸ້ງກ່າວກ່ຽວກັບກ້ອນນ້ຳອັນມະຫາສານທີ່ໄຫຼຜ່ານປ່າດົງທີ່ແຂວງອັດຕະປືຂອງລາວ, ຫອບເອົາທ່ອນໄມ້ ບໍ່ຕ່າງຫຍັງກັບໄມ້ຂີດໄຟ ເຂົ້າກວດລ້າງເຂດບ້ານທັງໝົດໃຫ້ລຽບເປັນໜ້າກອງ.ອ່ານຕໍ່ ...

ເຄນລີ ໂຣເຈີ

ຜູ້ປະສົບໄພນ້ຳຖ້ວມຈະໄດ້ຮັບເຮືອນປະກອບ 500 ຫຼັງ

ບໍລິສັດກໍ່ສ້າງເຂື່ອນໄດ້ສັ່ງຊື້ເຮືອນພັກແບບປະກອບຈຳນວນ 450 ຫຼັງ ເຊິ່ງມີມູນຄ່າລວມເກີນ 29 ຕື້ກີບ ຈາກຕ່າງປະເທດ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງບໍ່ມີທີ່ຢູ່ອາໄສ ຫຼັງຈາກເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດທີ່ຜ່ານມາ.ຕາມການລາຍງານຂອງເຈົ້າໜ້າທີ່ເມືອງ, ຄອບຄົວທີ່ບໍ່ມີທີ່ຢູ່ອາໄສຈະໄດ້ຮັບເຮືອນປະກອບຕື່ມອີກ 50 ຫຼັງຈາກບໍລິສັດ, ເຊິ່ງຈະຈັດສົ່ງໄປແຂວງອັບຕະປືໃນເດືອນພະຈິກນີ້.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ລັດຖະບານສັ່ງເດີນໜ້າໃນການສືບສວນສອບສວນສາເຫດເຂື່ອນແຕກ

ຄະນະລັດຖະບານສັ່ງຄະນະສະເພາະກິດ ໃຫ່້ສືບຕໍ່ແນໃສ່ ແລະ ລາຍງານຄວາມຄືບໜ້າໃນການກຳນົດສາເຫດທີ່ແທ້ຈິງທີ່ເຮັດໃຫ້ເຂື່ອນແຕກ ຢູ່ທາງພາກໃຕ້ຂອງລາວໃນເດືອນກໍລະກົດ ເຮັດໃຫ້ຫຼາຍສີບຄົນຕ້ອງເສຍຊີວິດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການຫຼຸດງົບປະມານການກໍ່ສ້າງຂອງຜູ້ຮັບເໝົາເກົາຫຼີນຳໄປສູ່ໄພພິບັດເຂື່ອນແຕກໃນລາວຫຼືບໍ່?

ຄຳກ່າວໂຈມຕີຂອງນັກກົດໝາຍເກົາຫຼີໃຕ້ ແລະ ເຊິ່ງເຜີຍແຜ່ໃນໜ້າໜັງສືພິມຊັ້ນນຳຂອງເກົາຫຼີໃຕ້ ຊີ້ຄວາມຮັບຜິດຊອບໄປທີ່ບໍລິສັດຜູ້ຮັບເໝົາເກົາຫຼີ ທີ່ມີຕໍ່ຫຼາຍຮ້ອຍຜູ້ເສຍຊີວິດ ແລະ ຫຼາຍພັນຄົນທີ່ຕ້ອງສູນທີ່ຢູ່ອາໄສ ໃນເຫດເຂື່ອນແຕກໃນລາວໃນເດືອນກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ແອນດຣູ ເຊລມອນ

ຊ່ຽວຊານທາງນ້ຳຂ້ອງໃຈບົດບາດຂອງທະນາຄານໂລກກ່ຽວກັບເຂື່ອນໄຟຟ້າຂອງລາວ

ບາງກອກ  — ກຸ່ມຜູ້ຊ່ຽວຊານທາງນ້ຳ ອອກມາເຕືອນການສົ່ງເສີມການສ້າງເຂື່ອນໃຫຍ່ໃນລາວຂອງທະນາຄານໂລກ ທີ່ສະໜັບສະໜູນການພັດທະນາໂຄງການພະລັງງານໄຟຟ້ານ້ຳຕົກທີ່ບໍ່ໄດ້ມາດຖານກໍ່ໃຫ້ຜົນກະທົບທີ່ຮ້າຍແຮງ, ເຊິ່ງພວກເຂົາບໍ່ສາມາດເຮັດຕາມຄຳໝັ້ນສັນຍາໃນເບື່ອງຕົ້ນ.ໃນເດືອນກໍລະກົດທີ່ຜ່ານມາ ໜຶ່ງໃນສັນເຂື່ອນຂອງໂຄງພະລັງງານໄຟຟ້ານ້ຳຕົ້ກເຊປຽນ-ເຊນ້ຳນ້ອຍ ທາງພາກໃຕ້ຂອງລາວໄດ້ແຕກພັງລົງ, ເຮັດໃຫ້ຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ ແລະ ມີຕົວເລກຜູ້ເສຍຊີວິດຢ່າງເປັນທາງການບໍ່ຕ່ຳກວ່າ 40 ຄົນ, ເຖິງວ່າຍອດຜູ້ເສຍຊີວິດຕົວຈິງອາດສູງກວ່ານັ້ນຫຼາຍເທົ່າ.ອ່ານຕໍ່ ...

ເດວິດ ບອຍ

ຂໍ້ສົງໃສກ່ຽວກັບຍອດຕົວເລກຜູ້ເສຍຊີວິດຈາກເຫດເຂື່ອນແຕກໃນລາວ ແລະ ບົດບາດຂອງຜູ້ຮັບເໝົາ

ຍອດຕົວເລກຜູ້ເສຍຊີວິດຢ່າງເປັນທາງການທີ່ວຽງຈັນຈາກເຫດເຂື່ອນແຕກທາງພາກໃຕ້ຂອງລາວ ໃນເດືອນກໍລະກົດທີ່ຜ່ານມາ ບໍ່ສາມາດເຊື່ອຖືໄດ້, ຕາມການກ່າວຂອງກຸ່ມອົງການຈັດຕັ້ງສັງຄົມພົນລະເຮືອນຂອງໄທ.ເປຣມຣຶດີ ດາວຣຸ້ງ, ນັກອະນຸລັກສິ່ງແວດລ້ອມທີ່ມີຊື່ສຽງ ທີ່ເປັນສ່ວນໜຶ່ງຂອງໜ່ວຍງານຕິດຕາມການລົງທຶນກ່ຽວກັບເຂື່ອນໄຟຟ້າໃນລາວ ກ່າວວ່າຕົວເລກຜູ້ເສຍຊີວິດຢ່າງເປັນທາງການປະມານ 40 ຄົນຂອງລາວ ແມ່ນແຕກຕ່າງຈາກ “ບົດລາຍງານເບື້ອງຕົ້ນທີ່ມີຜູ້ສູນຫາຍກວ່າ 800 ຄົນ”.ອ່ານຕໍ່ ...

ຈິມ ໂພລລາດ

ບໍລິສັດ SK E&C ພະຍາຍາມຫຼຸດຕົ້ນທຶນໃນການກໍ່ສ້າງ ເຮັດໃຫ້ຕ້ອງປັບຕົວແບບການກໍ່ສ້າງ ແລະ ສົ່ງຜົນເຮັດໃຫ້ເຂື່ອນແຕກໃນລາວ

ບໍລິສັດ SK E&C ພະຍາຍາມສ້າງກຳໄລເພີ່ມເຕີມດ້ວຍການປັບປ່ຽນຮູບແບບ ແລະ ຕົວແບບການກໍ່ສ້າງເຂື່ອນໄຟຟ້າໃນລາວ ເຊິ່ງໄດ້ສົ່ງຜົນເຮັດໃຫ້ເຂື່ອນແຕກໃນເດືອນກໍລະກົດຜ່ານມາ, ຕາມການຢືນຢັນຈາກເອກະສານພາຍໃນ ໃນວັນທີ 14 ຕຸລານີ້. ໃນຕົວຈິງ, ຄວາມສູງຂອງສັນເຂື່ອນທີ່ແຕກ ແລະ ສັນເຂື່ອນສ່ວນອື່ນໆທີ່ສ້າງໂດຍບໍລິສັດ SK E&C ໂດຍສະເລ່ຍແມ່ນ 6.5 ແມັດ ເຊິ່ງຕ່ຳກວ່າຕົວແບບການກໍ່ສ້າງພື້ນຖານໃນເອກະສານ.ອ່ານຕໍ່ ...

ຊຽວ ຢອງຈີ

ການຊ່ວຍເຫຼືອຫຼາຍລ້ານຫຼຽນສຳລັບຜູ້ປະສົບເຄາະເຂື່ອນແຕກ

ເຈົ້າຂອງໂຄງການພະລັງງານໄຟຟ້ານ້ຳຕົກ ເຊປຽນ-ເຊນ້ຳນ້ອຍສືບຕໍ່ຊ່ວຍເຫຼືອຈຳນວນເງິນຫຼາຍລ້ານໂດລາ ສຳລັບຜູ້ປະສົບໄພຈາກສັນເຂື່ອນແຕກ ເພື່ອພາລະກິດບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ຕາມການລາຍງານຂອງຮອງນາຍົກລັດຖະມົນຕີ ອາທິດແລ້ວນີ້.ນ້ຳຖ້ວມກະທັນຫັນທີ່ແຂວງອັດຕະປືທາງພາກໃຕ້ຂອງລາວ ແມ່ນເປັນສາເຫດມາຈາກການແຕກຂອງໜຶ່ງໃນສັນເຂື່ອນຂອງໂຄງການ ໃນວັນທີ 23 ກໍລະກົດຜ່ານມາ. ເຊິ່ງໂຄງການດັ່ງກ່າວຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ 4 ກຸ່ມນັກລົງທຶນ ຄື ສອງບໍລິສັດຈາກເກົາຫຼີໃຕ້, ແລະ ໜຶ່ງບໍລິສັດຈາກໄທ ແລະ ລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບໍລິສັດ Ratch ເລື່ອນກຳນົດການເລີ່ມດຳເນີນການຂອງເຂື່ອນລາວ 

ຕາມຂໍ້ມູນຈາກ ບໍລິສັດ Ratchaburi Electricity Generating Holding Plc (Ratch), ວັນທີເລີ່ມດຳເນີນການທາງການຄ້າ (COD) ຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນລາວ ຈະເລື່ອນໄປຈົນເຖິງທ້າຍປີ 2019 ຈາກກຳນົດການເດີມແມ່ນໃນເດືອນກຸມພາ, ເນື່ອງຈາກການແຕກຂອງສັນເຂື່ອນໃນວັນທີ 23 ກໍລະກົດ 2018. ອ່ານຕໍ່ ...

ຍຸດທະນາ ໄພຣວັນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VXwGH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!